ຂປລ
ສະຖາບັນ ວິສະວະກຳຈີນ ເປັນຕົ້ນ ໄດ້ຮ່ວມກັນ ເຜີຍແຜ່ ບົດລາຍງານ ດັດຊະນີ ການພັດທະນາປະເທດ ເຂັ້ມແຂງ ດ້ານອຸດສາຫະກຳ ການຜະລິດຂອງ ສປ ຈີນ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 30 ທັນວານີ້, ສຳນັກງານຕ່າງໆເຊັ່ນ: ສະຖາບັນ ວິສະວະກຳຈີນ ເປັນຕົ້ນ ໄດ້ຮ່ວມກັນ ເຜີຍແຜ່ ບົດລາຍງານ ດັດຊະນີ ການພັດທະນາປະເທດ ເຂັ້ມແຂງ ດ້ານອຸດສາຫະກຳ ການຜະລິດຂອງ ສປ ຈີນ 2025. ບົດລາຍງານສະບັບນີ້ ສະແດງໃຫ້ເຫັນວ່າ: ປີ 2024, ການປະດິດສ້າງ ດ້ານອຸດສາຫະກຳການຜະລິດຂອງ ສປ ຈີນ ມີທ່າອ່ຽງ ຂະຫຍາຍຕົວ ຢ່າງຊັດເຈນ, ໃນດ້ານຄຸນນະພາບ ແລະ ປະສິດທິຜົນໄດ້ຮັກສາທ່າອ່ຽງ ການພັດທະນາ ເປັນຢ່າງດີ, ການສົ່ງອອກ ດ້ານອຸດສາຫະກຳ ການຜະລິດ ໄດ້ກວມອັດຕາສ່ວນ ຂອງການສົ່ງອອກທົ່ວໂລກ ເພີ່ມຂຶ້ນຄືນໃໝ່, ບົນພື້ນຖານ ທີ່ສືບຕໍ່ເສີມສ້າງ ຄວາມເຂັ້ມແຂງ ໃນຖານະເປັນປະເທດ ອຸດສາຫະກຳການຜະລິດໃຫຍ່ ອັນດັບໜຶ່ງຂອງໂລກ, ສປ ຈີນ ໄດ້ຊຸກຍູ້ການພັດທະນາ ອຸດສາຫະກຳ ການຜະລິດ ທີ່ມີຄຸນນະພາບສູງໃຫ້ໄດ້ຮັບປະສິດທິຜົນ ທີ່ດີຢ່າງໜັກແໜ້ນ. ຕາມການຕີລາຄາ ຈາກດັດຊະນີ ການພັດທະນາ ປະເທດເຂັ້ມແຂງ ດ້ານອຸດສາຫະກຳ ການຜະລິດ ສະແດງໃຫ້ເຫັນວ່າ: ຄ່າຕົວຊີ້ວັດຕ່າງໆຂອງ ສປ ຈີນ ຕ່າງໄດ້ບັນລຸການເຕີບໂຕ, ເຮັດໃຫ້ ສປ ຈີນ ກາຍເປັນປະເທດທີ 4 ທີ່ກ້າວເຂົ້າສູ່ຖັນແຖວ ປະເທດເຂັ້ມແຂງ ດ້ານອຸດສາຫະກຳ ການຜະລິດຂອງໂລກ ຖັດຈາກ ສ.ອາເມລິກາ, ເຢຍລະມັນ ແລະ ຍີ່ປຸ່ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL