ຂປລ
ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ ຄື: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ ແລະ ກອງພົນທະຫານຮາບທີ 4 ປະຈຳປີ 2025 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2026.
ຂປລ. ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ ຄື: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ ແລະ ກອງພົນທະຫານຮາບທີ 4 ປະຈຳປີ 2025 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2026 ຈັດຂຶ້ນໃນວັນທີ 29 ທັນວາ 2025 ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ຄະນະພັກ- ຄະນະບັນຊາກອງພົນທະຫານຮາບທີ 4, ຫ້ອງວ່າການສູນກາງພັກ, ກຳມາທິການປກຊ-ປກສ ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ພົຈວ ພັນວິໄລ ລາດສະຍົນຮອງປະທານ ຜູ້ປະຈຳການຄະນະກຳມະການປກຊ-ປກສ ແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຜ່ານບົດສະຫລຸບຕີລາຄາສະພາບການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາພາຍໃຕ້ການນໍາພາ- ຊີ້ນຳຂອງພັກ, ລັດຖະບານກໍຄືຄະນະກຳມະການປ້ອງກັນຊາດ- ປ້ອງກັນຄວາມສະຫງົບແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາກຳລັງປະກອບອາວຸດ, ກຳລັງຫລວງ ແລະ ກຳລັງທ້ອງຖິ່ນໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນປະຈຳປີ 2025 ຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນແມ່ນສາມາດຮັກສາໄດ້ສະຖຽນລະພາບ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງໄດ້ມີການປັບປຸງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບກຳລັງ ປກຊ- ປກສ ແລະ ປະຊາຊົນບັນດາເຜ່ົານັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມ້ືທັນສະໄໝຂຶ້ນເປັນກ້າວໆ. ພ້ອມກັນນ້ີ, ຄະນະພັກ-ຄະນະບັນຊາແຕ່ ສູນກາງຮອດທ້ອງຖິ່ນຍັງໄດ້ສຸມ ໃສ່ຊ້ີນໍາຢ່າງໃກ້ຊິດຕ່ໍວຽກງານດ່ັງກ່າວຢູ່ 3 ແຂວງ 1 ກອງພົນ ຢ່າງແຂງແຮງ, ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ຕ່ໍເນ່ືອງ. ສັງຮວມແລ້ວ, ການເຄື່ອນໄຫວປະຕິບັດໜ້າທ່ີການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດ ຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດ.
ໂອກາດນ້ີ, ທ່ານ ພົອ ວິໄລ ຫລ້າຄຳຟອງ ກໍໄດ້ຕາງໜ້າໃຫ້ການໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກຳລັງ ປກຊ-ປກສ ທຸກຂັ້ນ, ພ້ອມດ້ວຍອົງການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຂອງແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ຍັງໄດ້ເນັ້ນໃຫ້ກຳລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ອົງການປົກຄອງທຸກຂັ້ນຈົ່ງເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທ່ົວປວງຊົນຮອບດ້ານຂອງພັກວາງອອກ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍເຮັດໃຫ້ 3 ແຂວງ ມີຄວາມສະຫງົບ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.
KPL