ຂປລ
ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ຈັດງານສຳມະນາ ເພື່ອສະເຫລີມ ສະຫລອງ ຄົບຮອບ 85 ປີແຫ່ງການສ້າງຕັ້ງ ພາລະກິດ ວິທະຍຸກະຈາຍສຽງ ປະຊາຊົນຈີນ ຢູ່ນະຄອນຫລວງປັກກິ່ງ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າ ບັນນາທິການ CMG ໄດ້ໃຫ້ກຽດ ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໃນງານສຳມະນາຄັ້ງນີ້.

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ຈັດງານສຳມະນາ ເພື່ອສະເຫລີມ ສະຫລອງ ຄົບຮອບ 85 ປີແຫ່ງການສ້າງຕັ້ງ ພາລະກິດ ວິທະຍຸກະຈາຍສຽງ ປະຊາຊົນຈີນ ຢູ່ນະຄອນຫລວງປັກກິ່ງ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າ ບັນນາທິການ CMG ໄດ້ໃຫ້ກຽດ ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໃນງານສຳມະນາຄັ້ງນີ້. ວັນທີ 30 ທັນວາ 1940, ວິທະຍຸກະຈາຍສຽງຊິນຮວາ ຢຽນອ່ານໄດ້ເລີ່ມອອກອາກາດ ເຊິ່ງເປັນຂີດໝາຍສະແດງ ໃຫ້ເຫັນເຖິງ ການກຳເນີດ ຂອງພາລະກິດ ວິທະຍຸກະຈາຍສຽງປະຊາຊົນຈີນ. ຕະຫລອດໄລຍະ 85ປີຜ່ານມາ, ພາລະກິດວິທະຍຸກະຈາຍສຽງ ປະຊາຊານ ໄດ້ຮັບການພັດທະນາຈາກ ບໍ່ມີ ຮອດມີ, ຈາກນ້ອຍ ຮອດໃຫຍ່, ໄດ້ສ້າງສາພາລະກິດ ຈາກຄວາມຫຍຸ້ງຍາກ ລຳບາກ, ກ້າວໄປຂ້າງໜ້າ ທ່າມກາງ ການຊອກຄົ້ນຫາ ແລະ ຂະຫຍາຍຕົວ ທ່າມກາງ ການປະດິດສ້າງ, ໄດ້ຜ່ານຂະບວນການ ພັດທະນາ ອັນສະຫງ່າລາສີຈາກ ຄື້ນວິທະຍຸ ໃນເຮືອນຖ້ຳຢຽນອ່ານໃນສະໄໝ ປະຕິວັດ ຈົນຮອດການກະຈາຍສຽງ ໄປທົ່ວໂລກ ໃນທຸກມື້ນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL