10 ປະເທດ ເລັ່ງທວງໃຫ້ອິດສະຣາແອນ ຍົກເລີກການຈຳກັດ ການຊ່ວຍເຫລືອ ດ້ານມະນຸດສະທຳຕໍ່ເຂດກາຊາ

31/12/2025 11:14
ຂປລ ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດຂອງ 10 ປະ​ເທດ ເຊັ່ນ: ຝ​ຣັ່ງ, ອັງ​ກິດ, ກາ​ນາ​ດາ, ດານ​ມາກ ແລະ ແຟງ​ລັງ ເປັນ​ຕົ້ນ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ໂດຍ​ໄດ້​ສະ​ແດງ​ ຄວາມ​ເປັນ​ຫ່ວງຢ່າງ​ສູງ​ ຕໍ່ສະ​ພາບ​ການ ດ້ານ​ມະ​ນຸດ​ສະ​ທຳ​ ທີ່​ຮ້າຍ​ແຮງ​ຂຶ້ນ​ຕື່ມ ​ຢູ່​ເຂດ​ກາ​ຊາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນ​ທີ 30 ທັນ​ວານີ້, ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດຂອງ 10 ປະ​ເທດ ເຊັ່ນ: ຝ​ຣັ່ງ, ອັງ​ກິດ, ກາ​ນາ​ດາ, ດານ​ມາກ ແລະ ແຟງ​ລັງ ເປັນ​ຕົ້ນ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ໂດຍ​ໄດ້​ສະ​ແດງ​ ຄວາມ​ເປັນ​ຫ່ວງຢ່າງ​ສູງ​ ຕໍ່ສະ​ພາບ​ການ ດ້ານ​ມະ​ນຸດ​ສະ​ທຳ​ ທີ່​ຮ້າຍ​ແຮງ​ຂຶ້ນ​ຕື່ມ ​ຢູ່​ເຂດ​ກາ​ຊາ.ຖະ​ແຫລງ​ການ​ດັ່ງ​ກ່າວ ໄດ້​​ເລັ່ງ​ທວງໃຫ້​ ອິດ​ສະ​ຣາ​ແອນ​ ນຳ​ໃຊ້​ມ​າ​ດ​ຕະ​ການ​ຕ່າງໆ ເຊິ່ງ​ລວມ​ທັງ ການ​ຮັບ​ປະ​ກັນ​ໃຫ້​ອົງ​ການ​ຈັດ​ຕັ້ງສາ​ກົນ ​ທີ່ບໍ່​ສັງ​ກັດ ​ລັດ​ຖະ​ບານ​ ແລະ ອົງ​ການ ​ສະ​ຫະ ​ປະ​ຊາ​ຊາດ​ ສາ​ມາດ​ສືບ​ຕໍ່ ​ດຳ​ເນີນ​ງານ; ຜ່ອນ​ຜັນ​ຂໍ້​ຈຳ​ກັດ​ ການ​​ຂົນສົ່ງ​ວັດ​ຖຸ​​ສິ່ງ​ຂອງ ທີ່​ໃຊ້​ໃນ​ທາງ​ການ​ທະ​ຫານ ແລະ ປະ​ຊາ​ຊົນ; ເປີດ ແລະ ຂະ​ຫຍາຍ ​ຊ່ອງ​ທາງ​ການ​ຊ່ວຍ​ເຫລືອ ​ເຂົ້າ​ສູ່​ເຂດ​ກາ​ຊາ ​ຢ່າງ​ຮອບ​ດ້ານ.ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດຂອງ 10 ປະ​ເທດ ​ດັ່ງ​ກ່າວ​ ໄດ້​ຮຽກ​ຮ້ອງ​ ໃຫ້​ອິດ​ສະ​ຣາ​ແອນ ​ຍົກ​ເລີກ​ການ​ຈຳ​ກັດ ​ໃນການ​ເຂົ້າ​ເຖິງ​ ດ້ານ​ມະ​ນຸດ​ສະ​ທຳ, ຈັດ​ຕັ້ງປະ​ຕິ​ບັດ ​ຄຳ​ໝັ້ນ​ສັນ​ຍາ ​ທີ່​ກ່ຽວ​ຂ້ອງ ເພື່ອ​​ຕອບ​ຮັບ ການ​ຊ່ວຍ​ເຫລືອ ດ້ານ​ມະ​ນຸດ​ສະ​ທຳ ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ສ້າງ​ເງື່ອນ​ໄຂ​ ໃຫ້​ແກ່​ການ​ຟື້ນ​ຟູ, ການ​ສ້າງ​ສາ​ຄືນ​ໃໝ່ ແລະ ສັນ​ຕິ​ພາບ​​ ທີ່ຖາ​ວອນ​ ຂອງ​ເຂດ​ກາ​ຊາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top