ຂປລ
ກະຊວງ ເສດຖະກິດ ແລະ ການເງິນ ຂອງ ສ.ເກົາຫລີ ປະກາດ ຂະຫຍາຍເວລາ ປັບຫລຸດພາສີ ການຊື້ລົດ ຈາກອັດຕາ ປົກກະຕິ 5% ເປັນ 3.5% ອອກໄປອີກ 6 ເດືອນ ຈົນຮອດວັນທີ 30 ມິຖຸນາ 2026.
ຂປລ.ສຳນັກຂ່າວ ອິນໂຟເຄວສ(InfoQuest), ກະຊວງ ເສດຖະກິດ ແລະ ການເງິນ ຂອງ ສ.ເກົາຫລີ ປະກາດ ຂະຫຍາຍເວລາ ປັບຫລຸດພາສີ ການຊື້ລົດ ຈາກອັດຕາ ປົກກະຕິ 5% ເປັນ 3.5% ອອກໄປອີກ 6 ເດືອນ ຈົນຮອດວັນທີ 30 ມິຖຸນາ 2026.ໃນຂະນະດຽວກັນ, ລັດຖະບານ ສ.ເກົາຫລີ ໄດ້ປະກາດວ່າ ຈະຂະຫຍາຍ ມາດຕະການ ຫລຸດຜ່ອນພາສີ ນໍ້າມັນເຊື້ອໄຟ ອອກໄປອີກ 2 ເດືອນ, ຈົນຮອດ ທ້າຍເດືອນກຸມພາ 2026, ເພື່ອຫລຸດຜ່ອນພາລະ ຄ່າໃຊ້ຈ່າຍ ໃນການດຳລົງຊີວິດ ຂອງປະຊາຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL