ຂປລ
ຂໍ້ມູນຈາກ ສຳນັກງານ ສະຖິຕິແຟງລັງ ສະແດງໃຫ້ເຫັນວ່າ ອັດຕາຫວ່າງງານ ໂດຍລວມ ໃນເດືອນພະຈິກ ປັບເພີ່ມຂຶ້ນ ເປັນ10,6% ຈາກ 8,9%ໃນປີກາຍ
ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ24 ທັນວານີ້, ຂໍ້ມູນຈາກ ສຳນັກງານ ສະຖິຕິແຟງລັງ ສະແດງໃຫ້ເຫັນວ່າ ອັດຕາຫວ່າງງານ ໂດຍລວມ ໃນເດືອນພະຈິກ ປັບເພີ່ມຂຶ້ນ ເປັນ10,6% ຈາກ 8,9%ໃນປີກາຍ ພາຍຫລັງ ວົງຈອນອັນໂຫດຮ້າຍ ຂອງການຫວ່າງງານ ແລະ ຄວາມໝັ້ນໃຈ ທີ່ອ່ອນແອ ຍັງສືບຕໍ່ ເປັນອຸປະສັກ ຕໍ່ການຟື້ນຕົວ ຂອງເສດຖະກິດ ໃນປະເທດ ແຟງລັງ.ອັດຕາ ຫວ່າງງານສູງ ເຮັດໃຫ້ຄວາມເຊື່ອໝັ້ນ ຂອງຜູ້ບໍລິໂພກ ອ່ອນແອລົງ ຊຶ່ງຈະຫລຸດ ການເຕີບໂຕ ຂອງການໃຊ້ຈ່າຍ ພາກເອກະຊົນ ແລະ ການໃຊ້ຈ່າຍ ພາກເອກະຊົນ ທີ່ອ່ອນແອ ຈະ ເຮັດໃຫ້ ການຟື້ນຕົວ ໃນຕະຫລາດ ແຮງງານ ຊ້າລົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL