ຂປລ
ຣັດເຊຍ ສົ່ງອອກແກັສ ທຳມະຊາດແຫລວ (LNG) ໄປຍັງຈີນ ໃນເດືອນພະຈິກ ສູງເຖິງ 1,6 ລ້ານເມຕຣິກໂຕນ, ເພີ່ມຂຶ້ນກວ່າ 2 ເທົ່າ ເມື່ອທຽບ-ກັບໄລຍະເວລາດຽວກັນ ຂອງປີກາຍ ແລະ ຖືເປັນລະດັບສູງສຸດ ເປັນປະຫວັດສາດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານພາສີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ສົ່ງອອກແກັສ ທຳມະຊາດແຫລວ (LNG) ໄປຍັງຈີນ ໃນເດືອນພະຈິກ ສູງເຖິງ 1,6 ລ້ານເມຕຣິກໂຕນ, ເພີ່ມຂຶ້ນກວ່າ 2 ເທົ່າ ເມື່ອທຽບ-ກັບໄລຍະເວລາດຽວກັນ ຂອງປີກາຍ ແລະ ຖືເປັນລະດັບສູງສຸດ ເປັນປະຫວັດສາດ.
ຍອດການສົ່ງອອກ ທີ່ເຕີບໂຕຢ່າງເຂັ້ມແຂງນີ້ ມີສາເຫດຫລັກມາຈາກ ຜູ້ຊື້ຊາວຈີນ ປະເມີນຄວາມສ່ຽງ ເລື່ອງມາດຕະການຂວໍ້າບາດ ຂອງປະເທດຕາເວັນຕົກ ແລະ ສືບຕໍ່ຊື້ແກັສ ລາຄາຖືກ ຈາກຣັດເຊຍ ຕໍ່ໄປ, ສົ່ງຜົນໃຫ້ ຣັດເຊຍ ກາຍເປັນຜູ້ສະໜອງແກັສ ໃຫ້ຈີນ ລາຍໃຫຍ່ເປັນອັນດັບ 2 ລື່ນກາຍ ອົດສະຕຣາລີ.
ໂດຍຣັດເຊຍ ຫັນມາສົ່ງອອກແກັສ ທຳມະຊາດແຫລວໃຫ້ຈີນ ຊຶ່ງເປັນຕະຫລາດໃຫຍ່ ທີ່ສຸດໃນອາຊີ ເພື່ອຊົດເຊີຍ ການຂົນສົ່ງໄປຍັງ ເອີຣົບ ທີ່ຫລຸດລົງ, ໃນຂະນະທີ່ ເອີຣົບ ເຄີຍ ເປັນຜູ້ຊື້ລາຍໃຫຍ່ທີ່ສຸດຂອງ ຣັດເຊຍ ມານານຫລາຍສິບປີ. ຂະນະດຽວກັນ ຣັດເຊຍ ຈຳເປັນຕ້ອງປັບຫລຸດ ລາຄາແກັສເພື່ອເພີ່ມ ຄວາມໜ້າດຶງດູດໃຈ, ໂດຍແກັສທຳມະຊາດແຫລວ ຂອງ ຣັດເຊຍ ມີລາຄາຖືກທີ່ສຸດ ໃນບັນດາຜູ້ສະໜອງ 12 ລາຍທີ່ສົ່ງໃຫ້ຈີນ ແລະ ຕໍ່າກວ່າລາຄາສະເລ່ຍປະມາ 10% .
KPL