ຂປລ
ລັດຖະບານ ນູແວນເຊີລັງ ແລະ ອິນເດຍ ປະກາດບັນລຸຂໍ້ຕົກລົງການຄ້າເສລີ (FTA) ຢ່າງເປັນທາງການ, ຖືເປັນບາດກ້າວສຳຄັນ ທີ່ຈະຊ່ວຍໃຫ້ຜູ້ສົ່ງອອກ ນູແວນເຊີລັງ ເຂົ້າເຖິງຕະຫລາດ ທີ່ມີປະຊາກອນ ຫລາຍທີ່ສຸດໃນໂລກ ເຊັ່ນອິນເດຍ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 22 ທັນວາ, ລັດຖະບານ ນູແວນເຊີລັງ ແລະ ອິນເດຍ ປະກາດບັນລຸຂໍ້ຕົກລົງການຄ້າເສລີ (FTA) ຢ່າງເປັນທາງການ, ຖືເປັນບາດກ້າວ ສຳຄັນ ທີ່ຈະຊ່ວຍໃຫ້ຜູ້ສົ່ງອອກ ນູແວນເຊີລັງ ເຂົ້າເຖິງຕະຫລາດ ທີ່ມີປະຊາກອນ ຫລາຍທີ່ສຸດໃນໂລກ ເຊັ່ນອິນເດຍ.
ຕາມຂໍ້ຕົກລົງນີ້ ອິນເດຍ ຈະຍົກເລີກ ຫລື ຫລຸດພາສີ ສິນຄ້າສົ່ງອອກຈາກ ນູແວນເຊີລັງ ເຖິງ 95% ຂອງມູນຄ່າການຄ້າ, ໂດຍສິນຄ້າເກີນເຄີ່ງໜຶ່ງ ຈະໄດ້ຮັບ ການຍົກເວັ້ນພາສີ ທັນທີ ຕັ້ງແຕ່ທຳອິດທີ່ຂໍ້ຕົກລົງ ມີຜົນບັງຄັບໃຊ້ ເພື່ອຊ່ວຍໃຫ້ ຜູ້ປະກອບການ ນູແວນເຊີລັງ ເຂົ້າເຖິງກຸ່ມຊົນຊັ້ນກາງ ໃນອິນເດຍ ທີ່ພວມຂະຫຍາຍຕົວ ຢ່າງວອງໄວ.
ນອກຈາກນີ້ ຄວາມຮ່ວມມືດ້ານການຄ້າ ນູແວນເຊີລັງ ຈະໃຫ້ໂຄຕ້າວີຊ້າ ເຮັດວຽກຊົ່ວຄາວປີລະ 1.667 ຕຳແໜ່ງ ແກ່ບຸກຄະລາກອນ ໃນສາຂາທີ່ຂາດແຄນເຊັ່ນ: ແພດ, ໝໍ, ຄູ, ຜູ້ຊ່ຽວຊານ ດ້ານເຕັກໂນໂລຊີ ແລະ ວິສາວະກອນພ້ອມໃຫ້ໂຄຕ້າວີຊ້າ ທ່ອງທ່ຽວ ແລະ ເຮັດວຽກອີກປີລະ 1.000 ໂຄຕາ.
KPL