ສປຈີນ ຜະລິດນໍ້າມັນ-ແກັສ ສູງທີ່ສຸດເປັນປະຫວັດສາດໃນປີນີ້

24/12/2025 14:01
ຂປລ ບໍລິສັດນໍ້າມັນນອກແຄມຝັ່ງ ແຫ່ງຊາດຂອງຈີນ (CNOOC) ປະກາດວ່າ: ແຫລ່ງນໍ້າມັນ ປົ໋ວໄຫ່ ຊຶ່ງເປັນແຫລ່ງນໍ້າມັນ ນອກແຄມຝັ່ງ ທີ່ໃຫຍ່ທີ່ສຸດຂອງ ຈີນ ຜະລິດນໍ້າມັນ ແລະ ແກັສໄດ້ສູງສຸດ ເປັນປະຫວັດສາດ ຫລາຍກວ່າ 40 ລ້ານໂຕນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ບໍລິສັດນໍ້າມັນນອກແຄມຝັ່ງ ແຫ່ງຊາດຂອງຈີນ (CNOOC) ປະກາດວ່າ: ແຫລ່ງນໍ້າມັນ ປົ໋ວໄຫ່ ຊຶ່ງເປັນແຫລ່ງນໍ້າມັນ ນອກແຄມຝັ່ງ ທີ່ໃຫຍ່ທີ່ສຸດຂອງ ຈີນ ຜະລິດນໍ້າມັນ ແລະ ແກັສໄດ້ສູງສຸດ ເປັນປະຫວັດສາດ ຫລາຍກວ່າ 40 ລ້ານໂຕນ, ທຽບເທົ່າກັບນໍ້າມັນດີບ (Ton of Oil Equivalent) ໃນປີ 2025 ຊຶ່ງຈະຊ່ວຍສົ່ງເສີມ ຄວາມໝັ້ນຄົງທາງພະລັງງານ ຂອງຊາດ ຕະຫລອດຈົນ ສະໜັບສະໜູນ ການພັດທະນາ ເສດຖະກິດ ແລະ ສັງຄົມ ຢ່າງມີຄຸນນະພາບສູງ.

ປັດຈຸບັນ ແຫລ່ງນໍ້າມັນປົ໋ວ ໄຫ່ ຊຶ່ງປະກອບດ້ວຍແຫລ່ງຜະລິດນໍ້າມັນ ແລະ ແກັສລວມກວ່າ 60 ແຫລ່ງ, ມີປະລິມານ ນໍ້າມັນດິບ ສະສົມກວ່າ 600 ລ້ານໂຕນ ແລະ ໃນໄລຍະ 5 ປີຜ່ານມາ ການຜະລິດນໍ້າມັນ ແລະ ແກັສຈາກແຫລ່ງດັ່ງກ່າວ ມີອັດຕາການເຕີບໂຕ 5% ຕໍ່ປີ.

ນອກຈາກນີ້ CNOOC ເປີດເຜີຍວ່າ: ແຫລ່ງນໍ້າມັນ ປົ໋ວໄຫ່ ພວມກ້າວໜ້າປ່ຽນຜ່ານ ສູ່ການຜະລິດແບບດິຈິຕອນ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ອີກທັງປະສົບຄວາມສຳເລັດ ໃນການນຳອຸປະກອນ ສຳຄັນທີ່ຜະລິດ ໃນປະເທດມາໃຊ້.

KPL

ຂ່າວອື່ນໆ

ads
ads

Top