ເອຢິບ ຂົນສົ່ງເຄື່ອງຊ່ວຍເຫລືອເຂົ້າເຂດ ກາຊາ ຕື່ມອີກ

10/12/2025 12:12
ຂປລ ເອຢິບ ສືບຕໍ່ຂົນສົ່ງ ສະບຽງອາຫານ, ຢາປິ່ນປົວພະຍາດ, ເຊື້ອເພີງ ແລະ ເສື້ອກັນໜາວ ນັບພັນໂຕນ ເຂົ້າເຂດກາຊາ ຕື່ມອີກ. ນີ້ແມ່ນ ງວດ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ຖ້ຽວທີ 89 ໂດຍອົງການ ຊີກວົງເດືອນແດງຂອງ ເອຢິບ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ເອຢິບ ສືບຕໍ່ຂົນສົ່ງ ສະບຽງອາຫານ, ຢາປິ່ນປົວພະຍາດ, ເຊື້ອເພີງ ແລະ ເສື້ອກັນໜາວ ນັບພັນໂຕນ ເຂົ້າເຂດກາຊາ ຕື່ມອີກ. ນີ້ແມ່ນ ງວດ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ຖ້ຽວທີ 89 ໂດຍອົງການ ຊີກວົງເດືອນແດງຂອງ ເອຢິບ ຂົນສົ່ງເຂົ້າເຂດ ກາຊາ ແລະ ຖ້ຽວຕໍ່ໄປ ກໍພວມກະກຽມ ຂົນສົ່ງ ຢ່າງຮີບດ່ວນ ເພື່ອຊ່ວຍເຫລືອ ຜູ້ໄດ້ຮັບ ຜົນກະທົບ ໃນເຂດກາຊາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top