ຂປລ
ຈີນ ເປີດໂຮງງານ ຖ່ານຫີນ ເພື່ອຜະລິດ ໄຮໂດຣເຈນສີຂຽວ ແຫ່ງທຳອິດ, ໂດຍບໍລິສັດ ໄຊນ່າ ຕ້າຖັງ ຄອບເປີເຣຊັ່ນ ຢູ່ມົງໂກລີໃນ.
ຂປລ. ຕາມຂ່າວເດລີນີວ, ຈີນ ເປີດໂຮງງານ ຖ່ານຫີນ ເພື່ອຜະລິດ ໄຮໂດຣເຈນສີຂຽວ ແຫ່ງທຳອິດ, ໂດຍບໍລິສັດ ໄຊນ່າ ຕ້າຖັງ ຄອບເປີເຣຊັ່ນ ຢູ່ມົງໂກລີໃນ. ໂຄງການນີ້ ໄດ້ໃຊ້ພະລັງງານ ໝູນວຽນ 150 ເມກາວັດ ເພື່ອຫລຸດຜ່ອນ ການປ່ອຍກາກບອນ ຢ່າງຫລວງຫລາຍ. ນີ້ຖືເປັນ ບາດກ້າວ ສຳຄັນ ໃນການປ່ຽນຜ່ານສູ່ ອຸດ ສາຫະກຳ ຖ່ານຫີນ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ. ບໍລິສັດໄຊນ່າຕ້າຖັງ ຄໍຣເປີເຣຊັ່ນ ເປັນໜຶ່ງ ໃນບໍລິສັດຜະລິດ ໄຟຟ້າ ລາຍໃຫຍ່ ທີ່ສຸດຂອງໂລກ ໄດ້ເປີດດຳ ເນີນການ ຢ່າງເປັນທາງການ ຂອງໂຮງໄຟຟ້າ ພະລັງງານລົມ ແລະ ພະລັງງານແສງຕາເວັນ ແບບໄຮບຣິດ ຂະໜາດ 150 ເມກາວັດ ໃນເຂດປົກຄອງຕົນເອງ ມົງໂກລີໃນ ຂອງຈີນ./
KPL