ທົ່ວໂລກ ມີປະຊາກອນ ຫລາຍກວ່າ 200 ລ້ານຄົນ ດຳລົງຊີວິດ ຢູ່ໃນເຂດຍາດແຍ່ງກັນ

26/11/2025 16:20
ຂປລ ທົ່ວ​ໂລກ ​ມີ​ປະ​ມານ 204 ລ້ານ​ຄົນ ​ດຳ​ລົງ​ຊີ​ວິດ ​ຢູ່​ໃນ​ເຂດ ​ທີ່ກຸ່ມ​ກຳ​ລັງ ​ປະ​ກອບ​ອາ​ວຸດ ຄວບ​ຄຸ​ມ ຫລື ຍາດ​ແຍ່ງ​ກັນ​, ເພີ່ມ​ຂຶ້ນ 30 ລ້ານ​ຄົນ ​ເມື່ອ​ທຽບ​ໃສ່​ປີ 2021.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ຄະ​ນະ​ກຳ​ມະ​ການ​ ກາ​ແດງ ​ສາ​ກົນ ຫລື ICRC ​ແຈ້ງ​ໃຫ້​ຮູ້​ວ່າ: ​ທົ່ວ​ໂລກ ​ມີ​ປະ​ມານ 204 ລ້ານ​ຄົນ ​ດຳ​ລົງ​ຊີ​ວິດ ​ຢູ່​ໃນ​ເຂດ ​ທີ່ກຸ່ມ​ກຳ​ລັງ ​ປະ​ກອບ​ ອາ​ວຸດ ຄວບ​ຄຸ​ມ ຫລື ຍາດ​ແຍ່ງ​ກັນ​, ເພີ່ມ​ຂຶ້ນ 30 ລ້ານ​ຄົນ ​ເມື່ອ​ທຽບ​ໃສ່​ປີ 2021. ອີງ​ຕາມ ​ຜົນ​ການ​ສຳຫລວດ​ ຂອງ​ຄະ​ນະ​ກຳ​ມະ​ການ ກາ​ແດງ​ສາ​ກົນ ສະ​ແດງ​ໃຫ້​ເຫັ​ນ​ວ່າ: ໃນ​ຂອບ​ເຂດ​ທົ່ວ​ໂລກ ​ລວມ​ທັງ​ໝົດ​ ມີ 383 ກຸ່ມ​ກຳ​ລັງ​ ປະ​ກອບ​ອາ​ວຸດ​ ທີ່ກໍ່ໃຫ້​ເກີດ​ ຄວາມ​ວິ​ຕົກ​ກັງ​ວົນ ດ້ານ​ລັດ​ທິ​ມະ​ນຸດ​ສະ​ທຳ ເຊິ່ງ​ກະ​ແຈກ​ ກະ​ຈາຍ​ຢູ່​ໃນ 60 ກວ່າ​ປະ​ເທດ. ມີ 74 ​ລ້ານຄົນ​ ດຳ​ລົງ​ຊີ​ວິດ​ ພາຍ​ໃຕ້​ການ​ຄວບ​ຄຸມ ​ຂອງ​ກຸ່ມ​ກຳ​ລັງ ​ປະ​ກອບ​ອາ​ວຸດ, 130 ລ້ານ​ຄົນ ​ດຳ​ລົງ​ຊີ​ວິດ ​ຢູ່​ໃນ​ເຂດ ​ທີ່​ກຸ່ມ​ກຳ​ລັງ​ ປະ​ກອບ​ ອາ​ວຸດ​ຕ່າງໆ ​ຍາດ​ແຍ່ງ​ກັນ. ຄະ​ນະ​ກຳ​ມະ​ການ ​ກາ​ແດງ​ ສາ​ກົນ ​ເຕືອນ​ໃຫ້​ຝ່າຍ​ຕ່າງໆ​ ທີ່​ກ່ຽວ​ຂ້ອງ​ກັບ ການ​ປະ​ກະ​ກັນ​ ດ້ວຍ​ກຳ​ລັງ​ ອາ​ວຸດ ເຄົາ​ລົບ​ກົດ​ໝາຍ​ ວ່າ​ດ້ວຍ ​ມະ​ນຸດ​ສະ​ທຳ​ສາ​ກົນ, ຮັບ​ປະ​ກັນ​ ຄວາມ​ປອດ​ໄພ​ ຂ​ອງ​ປະ​ຊາ​ຊົນ, ສ້າງ​ຄວາມ​ສະ​ດວກ​ ໃຫ້​ແກ່​ ການ​​ເຂົ້າ​ເຖິງ ແລະ ການ​ມີ​ສ່ວນ​ຮ່ວມ ​ທາງ​ດ້ານມະ​ນຸ​ດ​ສະ​ທຳ​ ທີ່​ມີ​ຄວາມ​ເປັນ​ທຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top