ພິທີມອບຫລຽນແຂ່ງຂັນກິລາຍິງປືນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

26/11/2025 09:56
ຂປລ ຂປລ. ໃນວັນທີ 24 ພະຈິກ 2025 ທີ່ສະໜາມຍິງປືນ 5 ເມສາ ໄດ້ມີມອບຫລຽນລາງວັນໃຫ້ນັກກິລາຍິງປືນ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄະນອນຫລວງວຽງຈັນ ຮອງປະທານຈັດງານ ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງ ປະທານສະຫະພັນຍິງປືນແຫ່ງຊາດລາວ ພ້ອມດ້ວຍຄະນະກຳມະການ ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ໃນວັນທີ 24 ພະຈິກ 2025 ທີ່ສະໜາມຍິງປືນ 5 ເມສາ ໄດ້ມີມອບຫລຽນລາງວັນໃຫ້ນັກກິລາຍິງປືນ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄະນອນຫລວງວຽງຈັນ ຮອງປະທານຈັດງານ ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງ ປະທານສະຫະພັນຍິງປືນແຫ່ງຊາດລາວ ພ້ອມດ້ວຍຄະນະກຳມະການ ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການແຂ່ງຂັນກິລາຍິງປືນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ມີນັກກິລາເຂົ້າຮ່ວມການແຂ່ງຂັນ 10 ພາກສ່ວນຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ຫລວງນໍ້າທາ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ຄໍາມ່ວນ ສະຫວັນນະເຂດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ. ໃນນັ້ນ, ມີນັກກິລາ 110 ຄົນ, ຍິງ 39 ຄົນ; ແຂ່ງຂັນ 12 ປະເພດຄື: ປືນສັ້ນສະແຕນດາດ (ຍິງ-ຊາຍ) ບຸກຄົນ-ທີມ, ປືນສັ້ນໂປດັກຊັ່ນ ໄອພີເອສຊີ (ຍິງ-ຊາຍ) ບຸກຄົນ-ທີມ, ປືນສັ້ນແກັບກາງ 15 ແມັດ (ຊາຍ) ບຸກຄົນ-ທີມ, ປືນສັ້ນແກັບກາງ 15 ແມັດ (ຍິງ) ບຸກຄົນ-ທີມ,ປືນສັ້ນແກັບກາງ 25 ແມັດ (ຊາຍ) ບຸກຄົນ-ທີມ,  ປືນສັ້ນແກັບກາງ 25 ແມັດ (ຍິງ) ບຸກຄົນ-ທີມ,  ປືນຍາວທ່ານອນ 60 ລູກ (ຊາຍ) ບຸກຄົນ-ທີມ,  ປືນຍາວທ່ານອນ 60 ລູກ (ຍິງ) ບຸກຄົນ-ທີມ, ປືນສັ້ນຍິງໄວ 25 ແມັດ (ຊາຍ) ບຸກຄົນ-ທີມ,  ປືນສັ້ນ 25 ແມັດ 30+30 (ຍິງ) ບຸກຄົນ-ທີມ, ປືນຍາວເປົ້າເລື່ອນ 10 ແມັດ (ຍິງ-ຊາຍ) ບຸກຄົນ-ທີມ, ປືນຍາວເປົ້າເລື່ອນປະສົມ 10 ແມັດ (ຍິງ-ຊາຍ) ບຸກຄົນ-ທີມ.

ຜົນການແຂ່ງຂັນ ຄະນະກຳມະການສາມາດສະຫລຸບໄດ້ຄື: ນະຄອນຫລວງວຽງຈັນສາມາດຍາດໄດ້ 16 ຫລຽນຄຳ, 6 ຫລຽນເງິນ, 19 ຫລຽນທອງ; ກະຊວງປ້ອງກັນປະເທດ ຍາດໄດ້ 6 ຫລຽນຄຳ, 5 ຫລຽນເງິນ,  10 ຫລຽນທອງ; ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 2 ຫລຽນຄຳ, 9 ຫລຽນເງິນ 10 ຫລຽນທອງ; ແຂວງຄໍາມ່ວນໄດ້ 1 ຫລຽນຄຳ, 3 ຫລຽນເງິນ, 10 ຫລຽນທອງ; ຫລວງພະບາງໄດ້ຫລຽນທັງໝົດ 10 ຫລຽນ ຫລຽນຄໍາ 2, ຫລຽນເງິນ 4, ຫລຽນທອງ 4 ຫລຽນ; ສະຫວັນນະເຂດໄດ້ຫລຽນທັງໝົດ 9 ຫລຽນ ຫລຽນຄໍາ 3, ຫລຽນເງິນ 1, ຫລຽນທອງ 5 ຫລຽນ ;ຫລວງນໍ້າທາ ໄດ້ທັງໝົດ 3 ຫລຽນ ຫລຽນເງິນ 1, ຫລຽນທອງ 2 ຫລຽນ; ຜົ້ງສາລີ ໄດ້ທັງໝົດ 3 ຫລຽນ ຫລຽນຄໍາ 1, ຫລຽນເງິນ 1, ຫລຽນທອງ 1 ຫລຽນ; ຫົວພັນໄດ້ທັງໝົດ 3 ຫລຽນ ຫລຽນຄໍາ 1, ຫລຽນເງິນ 1, ຫລຽນທອງ 1 ຫລຽນ; ຊຽງຂວາງໄດ້ທັງໝົດ  3 ຫລຽນ ຫລຽນເງິນ 1, ຫລຽນທອງ 2 ຫລຽນ. ສັງລວມຫລຽນລາງວັນທັງໝົດມີ 128 ຫລຽນ. ໃນນັ້ນ, ມີຫລຽນຄໍາ 32 ຫລຽນ, ຫລຽນເງິນ 32 ຫລຽນ ແລະ ຫລຽນທອງ 64 ຫລຽນ.

ໂດຍ:​ສູນຂ່າວ

KPL

ຂ່າວອື່ນໆ

ads
ads

Top