ອາແຊກໄບຊານ ຕ້ອນຮັບນັກທ່ອງທ່ຽວຈີນ ເພີ່ມຂຶ້ນເກືອບ 50%

26/11/2025 14:37
ຂປລ ທ່ານ ຟູອັດ ນາກິເຍຟ ປະທານສຳນັກງານ ການທ່ອງທ່ຽວແຫ່ງລັດອາແຊກໄບຊານ ເປີດເຜີຍວ່າ ຈຳນວນນັກທ່ອທ່ຽວຊາວຈີນ ທີ່ເດີນທາງມາຢ້ຽມຢາມປະເທດ ໃນໄລຍະເດືອນ ມັງກອນ-ເດືອນຕຸລາປີ 2025 ລວມຢູ່ທີ 75.000 ເທື່ອຄົນ, ເພີ່ມຂຶ້ນ 49%

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ: ເມື່ອບໍ່ດົນມານີ້ ທ່ານ ຟູອັດ ນາກິເຍຟ ປະທານສຳນັກງານ ການທ່ອງທ່ຽວ ແຫ່ງລັດອາແຊກໄບຊານ ເປີດເຜີຍວ່າ ຈຳນວນນັກທ່ອງທ່ຽວ ຊາວຈີນ ທີ່ເດີນທາງມາຢ້ຽມຢາມ ປະເທດ ໃນໄລຍະເດືອນ ມັງກອນ-ເດືອນຕຸລາປີ 2025 ລວມຢູ່ທີ 75.000 ເທື່ອຄົນ, ເພີ່ມຂຶ້ນ 49% ເມື່ອທຽບໃສ່ປີຕໍ່ປີ.

ໂດຍການລົງນາມຂໍ້ຕົກລົງ ຍົກເວັ້ນວິຊ້າ ເຊິ່ງກັນ ແລະ ກັນ ໃນເດືອນເມສາ ແລະ ການເປີດໃຫ້ບໍລິການ ຖ້ຽວບິນໂດຍກົງລະຫວ່າງ ນະຄອນຫລວງ ບາກູ-ປັກກິ່ງ ແລະ ບາກູ-ອຸຣຸມຊີ ໄດ້ມີສ່ວນສົ່ງເສີມ ການແລກປ່ຽນທີ່ດີຂຶ້ນ ເຮັດໃຫ້ປັດຈຸບັນ ສປ ຈີນ ເປັນໜຶ່ງໃນ 10 ຕະຫລາດ ແຫລ່ງນັກທ່ອງທ່ຽວ ແຖວໜ້າຂອງ ອາແຊກໄບຊານ./.

KPL

ຂ່າວອື່ນໆ

ads
ads

Top