ສປຈີນ ຈະມອບເງິນຊ່ວຍເຫລືອໃຫ້ແກ່ ສສ ຫວຽດນາມ ຫລັງຜະເຊີນນໍ້າຖ້ວມໜັກ

26/11/2025 14:37
ຂປລ ທ່ານ ເຫມົາຫນິງ ໂຄສົກກະຊວງການຕ່າງປະເທດຂອງ ສປ ຈີນ ກ່າວວ່າ:ສປ ຈີນ ຈະຈັດສັນຄວາມຊ່ວຍ ເຫລືອ ທາງດ້ານການເງິນ ໃຫ້ແກ່ ສສ ຫວຽດນາມ ທີ່ຜະເຊີນກັບພາຍຸໄຕ້ຝຸ່ນ ແລະ ປະສົບກັບອຸທົກ ກະໄພໃນຫລາຍພື້ນທີ່ຂອງປະເທດ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຫມົາຫນິງ ໂຄສົກກະຊວງ ການຕ່າງປະເທດຂອງ ສປ ຈີນ ກ່າວວ່າ:​ສປ ຈີນ ຈະຈັດສັນ ຄວາມຊ່ວຍເຫລືອ ທາງດ້ານການເງິນ ໃຫ້ແກ່ ສສ ຫວຽດນາມ ທີ່ຜະເຊີນກັບພາຍຸໄຕ້ຝຸ່ນ ແລະ ປະສົບກັບອຸທົກກະໄພ ໃນຫລາຍພື້ນທີ່ຂອງປະເທດ ຈົນເຮັດໃຫ້ມີ ຜູ້ເສຍຊີວິດ,​ບາດເຈັບ, ສູນຫາຍຈຳນວນ ຫລາຍ ແລະ ສູນເສຍຊັບສິນ ຂອງມີຄ່າ ພ້ອມສົ່ງຜົນກະທົບເຖິງພື້ນທີ່ກະສິກຳ ເປັນວົງກວ້າງ.

ໂດຍ ສປ ຈີນ ຈະຈັດສັນຄວາມຊ່ວຍເຫລືອ ທາງດ້ານການເງິນ ໃຫ້ແກ່ ສສ ຫວຽດນາມ ດ້ວຍຂໍ້ຄຳນຶງເຖິງ ມະນຸດສະທຳ ແລະ ຈິດວິນຍານ ແຫ່ງມິດຕະພາບ ທີ່ມີຕໍ່ປະຊາຊົນ ຊາວຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ປະຊາຊົນໃນພື້ນທີ່ ປະສົບໄພຈະເອົາຊະນະ ຄວາມລຳບາກ ແລະ ສ້າງເຮືອນຊານໃໝ່ໄດ້ ໃນໄວໆນີ້ ພາຍໃຕ້ການນໍາພາ ຂອງພັກ ກອມມູນິດ ຫວຽດນາມ ແລະ ລັດຖະບານ ຫວຽດນາມ./.

KPL

ຂ່າວອື່ນໆ

ads
ads

Top