ຂປລ
ໜ່ວຍງານດ້ານອຸຕຸນິຍົມວິທະຍາ ຂອງສປປເກົາຫລີ ໄດ້ພັດທະນາລະບົບພະຍາກອນອາກາດໃໝ່ ທີ່ປະຍຸກໃຊ້ເຕັກໂນໂລຊີ ປັນຍາປະດິດ (ເອໄອ) ຕະຫລອດຂະບວນການພະຍາກອນອາກາດ.
ຂປລ.ສຳນັກຂ່າວ ກາງເກົາຫລີ(KCNA) ຂອງທາງການ ສປປເກົາຫລີ ລາຍງານວ່າ: ເມື່ອບໍ່ດົນມານີ້, ໜ່ວຍງານດ້ານ ອຸຕຸນິຍົມວິທະຍາ ຂອງສປປເກົາຫລີ ໄດ້ພັດທະນາ ລະບົບ ພະຍາກອນ ອາກາດໃໝ່ ທີ່ປະຍຸກໃຊ້ ເຕັກໂນໂລຊີ ປັນຍາປະດິດ (ເອໄອ) ຕະຫລອດຂະບວນການ ພະຍາກອນອາກາດ.
ດ້ວຍການປະຍຸກໃຊ້ ເຕັກໂນໂລຊີ ເອໄອ ໃນຂະບວນການພະຍາກອນ ອາກາດທຸກຂັ້ນຕອນ ລະບົບພະຍາກອນ ອາກາດແບບຄົບວົງຈອນ ທີ່ຊານສະຫລາດ ອັດຕະໂນມັດ ແລະ ມີຄວາມລະອຽດນີ້ ສາມາດເພີ່ມ ຄວາມແມ່ນຢໍາ ແລະ ຫລຸດໄລຍະເວລາ ການພະຍາກອນໄດ້.
ລະບົບດັ່ງກ່າວ ເປັນ 1 ໃນ 10 ຜະລິດຕະພັນດ້ານ ເຕັກໂນໂລຊີສື່ສານ ທີ່ຍິ່ງໃຫຍ່ທີ່ສຸດ ຂອງປະເທດໃນປີນີ້, ໂດຍສ້າງຫລັກປະກັນ ທາງເຕັກໂນໂລຊີ ໃນການຮັບມື ໄພທຳມະຊາດ ຢ່າງທ່ວງທັນເວລາ ຊຶ່ງລວມເຖິງອຸທົກກະໄພ ເພື່ອຮອງຮັບ ການພັດທະນາ ເສດຖະກິດຂອງຊາດ ຢ່າງໝັ້ນຄົງ./.
KPL