ຂປລ
ທະນາຄານພັດທະນາ ອາຊີ (ເອດີບີ) ອະນຸມັດສິນເຊື່ອ ເພື່ອສະໜັບສະໜູນ ນະໂຍບາຍ ດ້ວຍວົງເງິນ 50 ລ້ານໂດລາສະຫະລັດ ໃນການພັດທະນາພາກການເງິນ ແລະ ພື້ນຖານໂຄງລ່າງ ດີຈີຕອນຂອງ ກຳປູເຈຍ.
ຂປລ.ສຳນັກຂ່າວຊິນຮວາ ລາຍງານຈາກນະຄອນຫລວງ ພະນົມເປັນຂອງ ກຳປູເຈຍ ເມື່ອບໍ່ດົນມານີ້ວ່າ: ທະນາຄານພັດທະນາ ອາຊີ (ເອດີບີ) ອະນຸມັດສິນເຊື່ອ ເພື່ອສະໜັບສະ ໜູນ ນະໂຍບາຍ ດ້ວຍວົງເງິນ 50 ລ້ານໂດລາສະຫະລັດ ໃນການພັດທະນາ ພາກການເງິນ ແລະ ພື້ນຖານໂຄງລ່າງ ດີຈີຕອນຂອງ ກຳປູເຈຍ.
ຖະແຫລງການຂອງ ເອດີບີ ລະບຸວ່າ: ການລົງທຶນດັ່ງກ່າວ ດຳເນີນຜ່ານໂຄງການ ສະເພາະທາງ ໂດຍຈະຊ່ວຍສະໜັບສະໜູນ ສະຖາບັນການເງິນ ທັງທີ່ເປັນທະນາຄານ ແລະ ບໍ່ແມ່ນທະນາຄານ ຕະຫລອດຈົນ ພື້ນຖານໂຄງລ່າງ ດ້ານການເງິນ ດີຈີຕອນ ແລະ ຂິດຄວາມສາມາດ ດ້ານການເງິນ ແບບຍືນຍົງ.
ທ່ານ ແອນໂທນີ ກີລ, ຮັກສາການຜູ້ອຳນວຍການ ເອດີບີ ປະຈຳກຳປູເຈຍ ກ່າວວ່າ: ເອດີບີ ສະໜັບສະໜູນ ກຳປູເຈຍ ໃນການກະຕຸ້ນ ພາກສ່ວນການເງິນ, ວາງຮາກຖານ ເພື່ອການ ເຕີບໂຕ ແບບຍືນຍົງ,ຂະຫຍາຍການ ເຂົ້າເຖິງບໍລິການ ທາງການເງິນ ແລະ ປົດລອກ ຂິດຄວາມສາມາດ ຜ່ານການລົງທຶນຄັ້ງນີ້, ເຖິງວ່າພາກການເງິນ ກຳປູເຈຍ ຈະມີພັດທະນາ ການໂດດເດັ່ນ ໃນໄລຍະຜ່ານມາ ແຕ່ຍັງຄົງຕ້ອງອາໄສ ການພັດທະນາ ເພີ່ມຕື່ມ ເພື່ອໃຫ້ມີຂິດ ຄວາມສາມາດ ຢ່າງຂັ້ມແຂງ./.
KPL