ສິງກະໂປ ຢຶດໜໍ່ແຮດຄັ້ງໃຫຍ່ທີ່ສຸດ

20/11/2025 19:11
ຂປລ ເຈົ້າໜ້າທີ່ ສິງກະໂປ ຢຶດໜໍ່ແຮດ ແລະ ຊິ້ນສ່ວນສັດ ທີ່ຜິດກົດໝາຍ ໂດຍມີ ມູນຄ່າ 870.000 ໂດລາສະຫະລັດ ທີ່ຊຸກເຊື່ອງໄວ້ ຢູ່ໃນສິນຄ້າທາງອາກາດ ທີ່ພວມມຸ້ງໜ້າ ໄປຍັງປະເທດ ສປປລາວ ຖືເປັນການຢຶດໜໍ່ແຮດ ຄັ້ງໃຫຍ່ທີ່ສຸດ ທີ່ເຄີຍພົບໃນປະເທດ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກປະເທດ ສິງກະໂປ ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ສິງກະໂປ ຢຶດໜໍ່ແຮດ ແລະ ຊິ້ນສ່ວນສັດ ທີ່ຜິດກົດໝາຍ ໂດຍມີ ມູນຄ່າ 870.000 ໂດລາສະຫະລັດ ທີ່ຊຸກເຊື່ອງໄວ້ ຢູ່ໃນສິນຄ້າທາງອາກາດ ທີ່ພວມມຸ້ງໜ້າ ໄປຍັງປະເທດ ສປປລາວ ຖືເປັນການຢຶດໜໍ່ແຮດ ຄັ້ງໃຫຍ່ທີ່ສຸດ ທີ່ເຄີຍພົບໃນປະເທດ.

ຄະນະກຳມະການ ອຸທະຍານ ແຫ່ງຊາດ ສິງປະໂປ ແລະ ຈັດການສິນຄ້າທາງອາກາດ ໃນສະໜາມບິນແຫ່ງຊາດ ຊາງງີ ໄດ້ອອກຖະແຫລງການ ຮ່ວມກັນວ່າ ສິນຄ້າດັ່ງກ່າວ ເປັນອຸປະກອນ ຕົບແຕ່ງ ເຟີນິເຈີ. ໂດຍເຈົ້າໜ້າທີ່ໄດ້ກວດພົບສິນຄ້າໄດ້ ເມື່ອມີກິ່ນເໝັນຢ່າງແຮງ ອອກຈາກຫີບຫໍ່ດັ່ງກ່າວ ທີ່ຕິດປ້າຍວ່າ ມີປາຍທາງຄື: ລາວ, ຊຶ່ງພົບໜໍ່ແຮດ 20 ອັນ ນໍ້າໜັກລວມ 35,7 ກິໂລກຣາມ, ພ້ອມດ້ວຍ ຊິ້ນສ່ວນສັດອື່ນໆ ອີກຫລາຍຊະນິດ, ມີນໍ້າໜັກ ລວມປະມານ 150 ກິໂລກຣາມ ແລະ ປະເມີນມູນຄ່າ ຂອງກາງທັງໝົດ ປະມານ 870.000 ໂດລາສະຫະລັດ. ໜໍ່ແຮດ 20 ອັນເປັນຂອງແຮດຂາວ ອາຟຣິກາ, ໃນຂະນະນີ້ ເຈົ້າໜ້າທີ່ ທາງການ ພວມກວດກາ ແຫລ່ງ ທີ່ມາຂອງ ຊິ້ນສ່ວນສັດອື່ນໆ./

KPL

ຂ່າວອື່ນໆ

ads
ads

Top