ຂປລ
ບໍລິສັດ ກູເກີລ ຈະລົງທຶນ ບ້ວງເງີນ ມະຫາສານ ເພື່ອສືບຕໍ່ ໂຄງການ ກໍ່ສ້າງ ສະຖານີ ຮັບສົ່ງ ສາຍເຄເບີລ ພື້ນນໍ້າ ທີ່ປະເທດມານດີວ.
ຂປລ. ສໍານັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ມານ ປະເທດມານດີວ ເມື່ອວັນທີ 19 ພະຈິກ, ບໍລິສັດ ກູເກີລ ຈະລົງທຶນ ບ້ວງເງີນ ມະຫາສານ ເພື່ອສືບຕໍ່ ໂຄງການ ກໍ່ສ້າງ ສະຖານີ ຮັບສົ່ງ ສາຍເຄເບີລ ພື້ນນໍ້າ ທີ່ປະເທດມານດີວ. ໂດຍມີ ມູນຄ່າ ຫລາຍສີບລ້ານ ໂດລາສະຫະລັດ ເພື່ອແນໃສ່ ສັກກາຍະພາບ ຂອງ ມານດີວ ໃນການພັດທະນາ ຂະແໜງ ທຸລະກິດໃໝ່ໆ ເຊັ່ນ: ການບໍລິການ ຄາລາວາ ຟິນເທດ ໂດຍມີ ເນື້ອໃນດີຈິຕອນ ແລະ ສະຕາຣອັບ ເຕັກໂນໂລຊີ ລວມເຖິງ ເປົ້າໝາຍ ສຳຄັນ ໃນຄວາມພະຍາຍາມ ຂອງ ລັດຖະບານ ເພື່ອສ້າງຄວາມ ຫລາກຫລາຍ ໃນຂົງເຂດ ເສດຖະກິດ ນອກຈາກ ການທ່ອງທ່ຽວ. ໃນຂະນະທີ່ ມານດີວ ມີທີ່ຕັ້ງ ອັນເໝາະສົມ ກັບ ການເປັນສູນກາງ ການເຊື່ອມຕໍ່ ເພື່ອຊ່ວຍຍົກລະດັບ ການເຊື່ອມຕໍ່ ທາງດ້ານ ດີຈິຕອນ ຢູ່ພາກພື້ນຕ່າງໆ ທັງອາຟຣິກາຕາເວັນອອກກາງ , ອາຊີໃຕ້ ແລະ ໂອເຊນີ./
KPL