ຂປລ
ກອງປະຊຸມ ຄົບຄະນະ ຄັ້ງທີ 65 ຂອງຄະນະກຳມະການ ກະກຽມ ອົງການ “ສັນຍາ ກ່ຽວກັບ ການຫ້າມທົດລອງ ນິວເຄລຍ ຢ່າງ ຮອບດ້ານ” ໄດ້ຈັດຂຶ້ນຢູ່ນະຄອນ ຫລວງວຽນ ຂອງປະທດ ໂອຕີຣດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 10 ພະຈິກນີ້, ກອງປະຊຸມ ຄົບຄະນະ ຄັ້ງທີ 65 ຂອງຄະນະກຳມະການ ກະກຽມ ອົງການ “ສັນຍາ ກ່ຽວກັບ ການຫ້າມທົດລອງ ນິວເຄລຍ ຢ່າງ ຮອບດ້ານ” ໄດ້ຈັດຂຶ້ນຢູ່ນະຄອນ ຫລວງວຽນ ຂອງປະທດ ໂອຕີຣດ, ທ່ານ ຫລີຊົ່ງ ຜູ້ຕາງໜ້າຖາວອນຈີນ ປະຈຳ ສຳນັກງານ ນະຄອນວຽນອົງການ ສະຫະ ປະຊາຊາດ ແລະ ອົງການ ຈັດຕັ້ງສາກົນອື່ນໆ ໄດ້ບັນລະຍາຍ ຫລັກໝັ້ນ ແລະ ເຈດຈຳນົງຂອງ ສປ ຈີນ. ທ່ານ ຫລີຊ່ົງ ກ່າວວ່າ: ເມື່ອຜະເຊີນໜ້າກັບ ສະຖານະການ ຄວາມໝັ້ນຄົງ ທາງຍຸດທະສາດສາກົນ ທີ່ສັບສົນຫລາຍ,ສປ ຈີນ ຍິນດີຮ່ວມກັບ ປະຊາຄົມໂລກ, ຈັດຕັ້ງປະຕິບັດລັດທິ ຫລາຍຝ່າຍ ຢ່າງແທ້ຈິງ, ປົກປັກຮັກສາ ລະບົບຫລຸດກຳລັງຮົບນິວເຄລຍ ແລະ ບໍ່ແພ່ຜາຍນິວເຄລຍສາກົນ ເຊິ່ງລວມທັງ ສັນຍາດັ່ງກ່າວ. ທ່ານ ຫລີສົ່ງ ຊີ້ອອກວ່າ: ຄວາມເວົ້າກ່ຽວກັບ ການຟື້ນຟູ ການທົດລອງນິວເຄລຍ ຂອງຜູ້ນຳ ສ.ອາເມລິກາ ໃນເມື່ອບໍ່ດົນມານີ້ ເຮັດໃຫ້ປະຊາຄົມໂລກ ເປັນຫ່ວງ ຢ່າງກວ້າງຂວາງ. ສປ ຈີນ ຮຽກຮ້ອງໃຫ້ ສ.ອາເມລິກາ ຈົ່ງເຄົາລົບພັນທະ “ສັນຍາຫ້າມທົດລອງ ນິວເຄລຍ” ແລະ ຄຳໝັ້ນສັນຍາ“ຍຸດຕິການທົດລອງ ນິວເຄລຍ” ຢ່າງແທ້ຈິງ, ຮັກສາຄວາມດຸນດຽງແລະ ຄວາມໝັ້ນຄົງ ທາງຍຸດທະສາດທົ່ວໂລກ ດ້ວຍການກະທຳຕົວຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL