ຟີລິບປິນ ຂະຫຍາຍເວລາພາສີນໍາເຂົ້າ ເຂົ້າ 15% ເຖິງທ້າຍ ປີ 2025

11/11/2025 17:13
ຂປລ ທຳນຽບປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງ ຝ່າຍບໍລິຫານ ເພື່ອຂະຫຍາຍເວລາ ການຈັດເກັບພາສີນໍາເຂົ້າ ເຂົ້າ ໃນອັດຕາ 15% ອອກໄປ ຈົນເຖິງ ວັນທີ 31 ທັນວາ ປີ 2025, ກ່ອນທີ່ຈະເລີ່ມນຳໃຊ້ ອັດຕາ ພາສີ ລະຫວ່າງ 15-35% ຕັ້ງແຕ່ ປີ 2026

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ທຳນຽບປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງ ຝ່າຍບໍລິຫານ ເພື່ອຂະຫຍາຍເວລາ ການຈັດເກັບພາສີນໍາເຂົ້າ ເຂົ້າ ໃນອັດຕາ 15% ອອກໄປ ຈົນເຖິງ ວັນທີ 31 ທັນວາ ປີ 2025, ກ່ອນທີ່ຈະເລີ່ມນຳໃຊ້ ອັດຕາ ພາສີ ລະຫວ່າງ 15-35% ຕັ້ງແຕ່ ປີ 2026 ໂດຍຂຶ້ນຢູ່ກັບ ການປ່ຽນແປງ ຂອງລາຄາ ຕະຫລາດໂລກ. ໂດຍຄຳສັ່ງດັ່ງກ່າວ ແມ່ນປະທານາທິບໍດີ ເຟິຣດີນານ ມາຣກອດ ຈູເນຍ ຂອງຟີລິບປິນ ໄດ້ລົງນາມ. ການປັບ ອັດຕາ ພາສີ ນໍາເຂົ້າ ຕາມການ ເຄື່ອນໄຫວ ຂອງ ລາຄາ ເຂົ້າໃນ ຕະຫລາດໂລກ ເຊິ່ງຈະເລີ່ມມີ ຜົນບັງຄັບງໃຊ້ ນັບແຕ່ ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.

ພາຍໃຕ້ຄຳສັ່ງ ດັ່ງກ່າວ ອັດຕາ ພາສີ ນໍາເຂົ້າ ຈະເພີ່ມຂຶ້ນ 5% ສຳລັບ ການຫລຸດລົງ ໃນທຸກໆ 5% ຂອງ ລາຄາເຂົ້າ ໃນຕະຫລາດໂລກ ຫລື ຫລຸດລົງ 5% ສຳລັບ ການເພີ່ມຂຶ້ນ ໃນທຸກໆ 5% ຂອງ ລາຄາເຂົ້າ ຢູ່ຕະຫລາດໂລກ. ຢ່າງໃດກໍ່ຕາມ ອັດຕາ ພາສີນໍາເຂົ້າ ທັງສ່ວນ ທີ່ເປັນໂກຕ້າ ແລະ ນອກໂກຕ້າ ຈະຕ້ອງ ບໍ່ຕໍ່າກວ່າ 15% ຫລື ສູງກວ່າ 35% ບໍ່ວ່າກໍລະນີໃດໆກໍ່ຕາມ./

KPL

ຂ່າວອື່ນໆ

ads
ads

Top