ຂປລ
ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ໄດ້ເຂົ້າຢ້ຽມຊົມ ການວາງສະແດງ ຜົນສຳເລັດ ຂອງການ ສ້າງຕັ້ງ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງຄົບຮອບ 70 ປີ ຢູ່ຫໍວາງສະແດງ ຂອງສູນວັດ ທະນະທຳ ນະຄອນອູຣຸມຊີ ເທດສະບານ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 24 ກັນຍານີ້, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ໄດ້ເຂົ້າຢ້ຽມຊົມ ການວາງສະແດງ ຜົນສຳເລັດ ຂອງການ ສ້າງຕັ້ງ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງຄົບຮອບ 70 ປີ ຢູ່ຫໍວາງສະແດງ ຂອງສູນວັດທະນະທຳ ນະຄອນອູຣຸມຊີ ເທດສະບານ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງ. ການວາງສະແດງ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳພາ ທີ່ເຂັ້ມແຂງຂອງພັກ ກອມມູນິດຈີນ ແລະ ພາຍໃຕ້ການສະໜັບສະໜູນ ຢ່າງແຂງແຮງ ຈາກທ້ອງຖິ່ນຕ່າງໆ ໃນທົ່ວປະເທດ, ປະຊາຊົນ ບັນດາເຜົ່າໃນເຂດຊິ່ນຈ່ຽງ ໄດ້ສາມັກຄີ ເປັນຈິດໜຶ່ງ ໃຈດຽວກັນ, ຕໍ່ສູ້ຢ່າງທໍລະຫົດອົດທົນ ແລະ ບາກບັ່ນສູ້ຊົນ ຢ່າງໝັ້ນໜຽວ ທົນທານ ຈຶ່ງໄດ້ຮັບຜົນສຳເລັດ ອັນສະຫງ່າລາສີ ຕະຫລອດ 70 ປີຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL