ຕີມໍແລັດສະເຕ ກຽມເຂົ້າເປັນສະມາຊິກ ລຳດັບທີ 11 ຂອງອາຊຽນ

24/09/2025 22:15
Email Print 172
ຂປລ ຕີມໍແລັດສະເຕ ຈະເຂົ້າເປັນ ສະມາຊິກອາຊຽນ ລຳດັບທີ 11 ຢ່າງເປັນທາງການ ໃນລະຫວ່າງ ກອງປະຊຸມ ສຸດຍອດອາຊຽນ ໃນເດືອນຕຸລາ 2025 ນີ້.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ດີລີ ປະເທດ ຕີມໍແລັດສະເຕ ເມື່ອວັນທີ 23 ກັນຍາວ່າ: ທ່ານ ອັນວາ ອີມບຣາຮີມ ນາຍົກລັດຖະມົນຕີ ມາເລເຊຍ ໃນຖານະ ປະທານສະມາຊິກ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ປະຈຳປີນີ້ ໄດ້ຖະແຫລງ ລະຫວ່າງ ການເດີນທາງຢ້ຽມຢາມ ນະຄອນ ຫລວງດີລີຢ່າງເປັນທາງການວ່າ: ຕີມໍແລັດສະເຕ ຈະເຂົ້າເປັນ ສະມາຊິກອາຊຽນ ລຳດັບທີ 11 ຢ່າງເປັນທາງການ ໃນລະຫວ່າງ ກອງປະຊຸມ ສຸດຍອດອາຊຽນ ໃນເດືອນຕຸລາ 2025 ນີ້.

ໂດຍຕີມໍແລັດສະເຕ ໄດ້ຍື່ນເອກະສານ ສະໝັກ ເພື່ອຂໍຮັບການພິຈາລະນາ ການເປັນສະມາຊິກ ອາຊຽນ ເມື່ອປີ 2011, ຊຶ່ງໃນເວລານັ້ນ ອິນໂດເນເຊຍ ເຮັດໜ້າທີ່ ເປັນປະທານ. ຢ່າງໃດກໍ່ຕາມ ຄວາມພະຍາຍາມ ຂອງ ຕີມໍແລັດສະເຕ ຍັງຄົງບໍ່ປະສົບຄວາມສຳເລັດ, ໂດຍປັດໄຈສຳຄັນ ຂອງ ການພິຈາລະນາ ຄຸນສົມບັດນັ້ນ ຂຶ້ນຢູ່ກັບ 3 ເສົາຫລັກຂອງປະຊາຄົມອາຊຽນ ໄດ້ແກ່: ປະຊາຄົມ ການເມືອງ ແລະ ຄວາມໝັ້ນຄົງ ອາຊຽນ; ປະຊາຄົມເສດຖະກິດ ອາຊຽນ ແລະ ປະຊາຄົມສັງຄົມ-ວັດທະນະທຳ ອາຊຽນ./

KPL

ຂ່າວອື່ນໆ

ads
ads

Top