ຂປລ
ລັດຖະບານ ປະສົມຝ່າຍຂວາ ຂອງ ຊູແອດ ໃຫ້ຄຳໝັ້ນສັນຍາ ຈະຈ່າຍເງິນ ຫລາຍເຖິງ 80.000 ລ້ານໂຄຣນາ ຊູແອດ ໃນສົກປີ ງົບປະມານ 2026 ໂດຍລະບຸວ່າ ສະຖານະ ທາງການເງິນ ທີ່ໝັ້ນຄົງ ຈະຊ່ວຍເລັ່ງ ການເຕີບໂຕ ທາງດ້ານເສດຖະກິດ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ສະຕອກໂຮມ ປະເທດ ຊູແອດ ເມື່ອວັນທີ 23 ກັນຍາວ່າ: ລັດຖະບານ ປະສົມຝ່າຍຂວາ ຂອງ ຊູແອດ ໃຫ້ຄຳໝັ້ນສັນຍາ ຈະຈ່າຍເງິນ ຫລາຍເຖິງ 80.000 ລ້ານໂຄຣນາ ຊູແອດ ໃນສົກປີ ງົບປະມານ 2026 ໂດຍລະບຸວ່າ ສະຖານະ ທາງການເງິນ ທີ່ໝັ້ນຄົງ ຈະຊ່ວຍເລັ່ງ ການເຕີບໂຕ ທາງດ້ານເສດຖະກິດ ທີ່ຢຸດຈຶ້ງ ກ່ອນການເລືອກຕັ້ງ ທົ່ວໄປ ໃນເດືອນກັນຍາປີໜ້າ.
ສະຖານະທາງການເງິນຂອງຊູແອດ ຖືວ່າ: ໂດດເດັ່ນ, ໃນຂະນະທີ່ ປະເທດອື່ນໆ ໃນເອີຣົບ ເຊັ່ນ: ຝຣັ່ງ ແລະ ອັງກິດ ພວມຜະເຊີນກັບ ທາງເລືອກ ໃນການໃຊ້ຈ່າຍ ທີ່ຍາກລຳບາກ, ເນື່ອງຈາກ ການຮັບມືກັບ ໄພຄຸກຄາມ ພາຍໃນປະເທດ ແລະ ໄພຄຸກຄາມ ລະດັບໂລກ ຄຽງຄູ່ກັບ ການຄວບຄຸມໜີ້ ສາທາລະນະ ທີ່ເພີ່ມສູງຂຶ້ນ. ນອກຈາກນີ້ ງົບປະມານ ດັ່ງກ່າວ, ຍັງລວມເຖິງ ການເພີ່ມ ງົບປະມານ ສຳລັບໂຮງຮຽນ, ການດູແລສຸຂະພາບ ແລະ ການປ້ອງກັນພົນລະເຮືອນ ຕະຫລອດເຖິງ ບ້ວງເງິນຊ່ວຍເຫລືອ ທີ່ຢູ່ອາໄສ ກໍເພີ່ມຂຶ້ນ ສຳລັບ ຄອບຄົວ ທີ່ມີລາຍໄດ້ໜ້ອຍ./
KPL