ຂປລ
ສຳນັກງານ ກວດຄົນ ເຂົ້າເມືອງ ແຫ່ງຊາດຈີນ (NIA) ເປີດເຜີຍວ່າ: ນັບຕັ້ງແຕ່ ເດືອນມັງກອນ-ເດືອນສິງຫາ 2025, ຈີນ ຮັບຮອງ ຊາວຕ່າງປະເທດ ເດີນທາງເຂົ້າປະເທດ ໂດຍບໍ່ຕ້ອງ ຂໍວິຊ້າ ຈຳນວນທັງໝົດ 15,89 ລ້ານເທື່ອຄົນ, ເພີ່ມຂຶ້່ນ 52,1%
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 18 ກັນຍາ, ສຳນັກງານ ກວດຄົນ ເຂົ້າເມືອງ ແຫ່ງຊາດຈີນ (NIA) ເປີດເຜີຍວ່າ: ນັບຕັ້ງແຕ່ ເດືອນມັງກອນ-ເດືອນສິງຫາ 2025, ຈີນ ຮັບຮອງ ຊາວຕ່າງປະເທດ ເດີນທາງເຂົ້າປະເທດ ໂດຍບໍ່ຕ້ອງ ຂໍວິຊ້າ ຈຳນວນທັງໝົດ 15,89 ລ້ານເທື່ອຄົນ, ເພີ່ມຂຶ້່ນ 52,1% ເມື່ອທຽບກັບ ປີກາຍນີ້.
ສຳນັກງານ ດັ່ງກ່າວ ລະບຸວ່າ: ໃນໄລຍະເວລາ ດຽວກັນນີ້ ໜ່ວຍງານ ກວດຄົນ ເຂົ້າເມືອງ ຕາມເຂດຊາຍແດນ ໄດ້ກວດກາ ການເດີນທາງເຂົ້າ-ອອກ ຂອງ ຊາວຕ່າງປະເທດ ລວມີ 51,27 ລ້ານຄັ້ງ, ເພີ່ມຂຶ້ນ 27,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ນັກທ່ອງທ່ຽວ ທີ່ບໍ່ຕ້ອງຂໍວິຊ້າ ກວມເອົາ 62,1% ຂອງ ຈຳນວນການເດີນທາງ ເຂົ້າປະເທດທັງໝົດ. ໃນໄລຍະ 8 ເດືອນທຳອິດຂອງປີນີ້, ຈີນ ຕ້ອນຮັບ ນັກທ່ອງທ່ຽວ ສາກົນ ທັງໝົດ 460 ລ້ານຄັ້ງ, ເພີ່ມຂຶ້ນ 14 ,9 ເມື່ອທຽບກັບ ໄລຍະເວລາດຽວກັນ ຂອງ ປີກາຍ./.
KPL