ຂປລ
ອິນໂດເນເຊຍ ແລະ ສະຫະພາບເອີຣົບ ໄດ້ລົງນາມ ຂໍ້ຕົກລົງ ຮ່ວມກັນ ເພື່ອຍົກລະດັບ ການຮ່ວມມື ທາງດ້ານເສດຖະກິດ ເປັນສະບັບ ສຳຄັນ ຫລັງຈາກ ໃຊ້ເວລາ ເຈລະຈາ ມາເປັນເວລາ ເກືອບ 2 ທົດສະວັດ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 23 ກັນຍາວ່າ: ອິນໂດເນເຊຍ ແລະ ສະຫະພາບເອີຣົບ ໄດ້ລົງນາມ ຂໍ້ຕົກລົງ ຮ່ວມກັນ ເພື່ອຍົກລະດັບ ການຮ່ວມມື ທາງດ້ານເສດຖະກິດ ເປັນສະບັບ ສຳຄັນ ຫລັງຈາກ ໃຊ້ເວລາ ເຈລະຈາ ມາເປັນເວລາ ເກືອບ 2 ທົດສະວັດ.
ໂດຍທ່ານ ມາຣອດ ເຊຟໂດວີສ ກໍາມະທິການການຄ້າ ຂອງ ຄະນະ ກຳມະທິການ ເອີຣົບ (ອີຊີ) ແລະ ທ່ານ ແອຣລັງກາ ຮາຕາຣໂຕ ລັດຖະມົນຕີ ເສດຖະກິດ ອິນໂດເນເຊຍ ໄດ້ລົງນາມຮ່ວມມື ໃນຂໍ້ຕົກລົງຫຸ້ນສ່ວນ ທາງເສດຖະກິດ ທີ່ ຄວບຄຸມ ອິນໂດເນເຊຍ-ສະຫະພາບ ເອີຣົບ (ອີຢູ) ຫລື ຊີປາ (Comprehensive Economic Partnership Agreement – CEPA ) .
ຂໍ້ຕົກລົງ ການຄ້າເສລີ (ເອຟທີເອ) ດັ່ງກ່າວ ເປັນຂໍ້ຕົກລົງ ສະບັບທີ 3 ຊຶ່ງ ອີຢູ ແບຣນຊິກ ໄດ້ລົງນາມຮ່ວມກັບ ປະເທດ ອາຊີຕາເວັນອອກສຽງໃຕ້ ຖັດຈາກ ສິງກະໂປ ແລະ ຫວຽດນາມ ເພື່ອຈະຊ່ວຍ ໃຫ້ຜູ້ປະກອບການ ຂອງ ອີຢູ ສາມາດ ຫລຸດ ພາສີລວມກັນ ປະມານ 600 ລ້ານເອີໂຣຕໍ່ປີ ສຳລັບ ສິນຄ້າ ທີ່ເຂົ້າສູ່ ຕະຫລາດ ອິນໂດເນເຊຍ, ໝາຍຄວາມວ່າ ເອີຣົບ ຈະມີລາຄາຖືກລົງ ແລະ ສາມາດ ເຂົ້າເຖິງ ໄດ້ງ່າຍຂຶ້ນ ສຳລັບ ຜູ້ບໍລິໂພກ ຊາວອິນໂດເນເຊຍ.
ຄຽງຄູ່ກັນນັ້ນ ອີຢູ ມີສະມາຊິກ 27 ປະເທດ ແລະ ອິນໂດເນເຊຍ ເປັນປະເທດ ທີ່ມີ ຂະໜາດເສດຖະກິດ ໃຫຍ່ທີ່ສຸດ ໃນອາຊີ ຕາເວັນອອກສຽງໃຕ້ ໄດ້ເຈລະຈາ ເພື່ອເຮັດ ເອຟທີເອ ຮ່ວມກັນ ໂດຍໃຊ້ເວລາ ຍາວນານ ແລະ ຕໍ່ເນື່ອງຕັ້ງແຕ່ປີ 2016 ຜ່ານມາ. ປັດຈຸບັນ ອີຢູ ເປັນຄູ່ການຄ້າໃຫຍ່ ອັນດັບ 5 ຂອງ ອິນໂດເນເຊຍ, ໂດຍການຄ້າລະຫວ່າງ 2 ຝ່າຍ ລວມມີ ມູນຄ່າສູງເຖິງ 30.100 ລ້ານໂດລາ ສະຫະລັດ ເມື່ອປີກາຍນີ້./
KPL