ຈັດຊໍ່ດອກໄມ້ເງິນຂາຍລາຍຮັບດີ

23/09/2025 12:30
ຂປລ ຂປລ. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າແຕ່ລະໄລຍະ ເມື່ອເຖິງເທສະການ ຫລື ວັນສໍາຄັນຕ່າງໆຈະມີການໃຫ້ຂອງຂວັນແທນໃຈໃຫ້ກັບຄົນທີ່ເຮົາຮັກ

    ຂປລ. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າແຕ່ລະໄລຍະ ເມື່ອເຖິງເທສະການ ຫລື ວັນສໍາຄັນຕ່າງໆຈະມີການໃຫ້ຂອງຂວັນແທນໃຈໃຫ້ກັບຄົນທີ່ເຮົາຮັກ ເພື່ອສະແດງເຖິງຄວາມຮັກ, ຄວາມເອົາໃຈໃສ່ທີ່ມີຕໍ່ກັນໂດຍການໃຫ້ຂອງຂວັນນັ້ນ ກໍຂຶ້ນກັບກາລະໂອກາດ ແລະ ຄວາມໝາຍທີ່ເຮົາຈະສື່ເຖິງນັ້ນເອງເປັນຕົ້ນ: ການມອບຂອງຂັວນໃນວັນປີໃໝ່ເພື່ອອວຍພອນເຊິ່ງກັນ ແລະ ກັນ, ໃຫ້ຂວັນຂອງໃນວັນຮັບໃບປະກາສະນີຍະບັດ, ການມອບຂອງຂວັນແທນໃຈໃນວັນແຫ່ງຄວາມຮັກ ກໍຄື ວັນທີ 14 ເດືອນກຸມພາເພື່ອສະແດງເຖິງຄວາມຮັກຄວາມຈິງໃຈທີ່ມີຕໍ່ກັນຂອງຄົນໜຸ່ມສາວສະໄໝນີ້ຈະນິຍົມໃຫ້ຂອງຂວັນກັນເປັນຊໍ່ດອກໄມ້ສົດ, ຢາງ ແລະ ຊໍ່ເງິນເຫລົ່ານີ້ເປັນຕົ້ນ.

ນາງ ພູວັນ ຈັນທະລັງສີ  ປະຊາຊົນບ້ານນາທົ່ມ ເມືອງໄຊທານີ ນະ ຄອນຫລວງວຽງຈັນ ເຮັດອາຊີບຂາຍດອກໄມ້ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນໄດ້ເຮັດຫລາຍອາຊີບມາກ່ອນແຕ່ລາຍຮັບຍັງບໍ່ຄົງທີ່ຈຶ່ງໄດ້ຫັນມາເຮັດອາຊີບຂາຍດອກໄມ້ແທນຕາມງານຮັບໃບປະກາສະນາຍະບັດ ແລະ ເທສະການຕ່າງໆ ໂດຍສະເພາະເທສະການວັນແຫ່ງຄວາມຮັກ ກໍຄື ວັນວາເລັນທາຍ ແຕ່ປີ 2005 ເປັນຕົ້ນມາເຫັນວ່າໄດ້ຂາຍດີຈຶ່ງສືບຕໍ່ເຮັດອາຊີບນີ້ຈົນມາເຖິງປັດຈຸບັນ ໂດຍການຂາຍໃນແຕ່ລະປີກໍຂຶ້ນຢູ່ກັບຄວາມນິຍົມຂອງສັງຄົມເພາະເມື່ອກ່ອນການຂາຍແມ່ນຂາຍແຕ່ດອກໄມ້ສົດ, ດອກໄມ້ຢາງ ແລະ ຕຸກກະຕາເທົ່ານັ້ນ, ແຕ່ມາໄລຍະ 2-3 ປີນີ້ ເຫັນວ່າລູກຄ້າສ່ວນຫລາຍນິຍົມຊໍ່ເງິນ ສະນັ້ນ,  ວັນແຫ່ງຄວາມຮັກ, ຮັບໃບປະກາດແມ່ນເນັ້ນຂາຍຊໍ່ເງິນເປັນຫລັກ ເນື່ອງຈາກວ່າມີແມ່ຄ້າເຂົ້າມາສັ່ງຈອງ ຈໍານວນຫລາຍໂດຍລາຄາຂາຍແມ່ນຂາຍຊໍ່ເປົ່າ 35.000 ກີບ, ຊໍ່ດອກໄມ້ 60.000 ກີບຂຶ້ນໄປ. ສໍາລັບຊໍ່ເງິນແມ່ນຂຶ້ນຢູ່ກັບຈໍານວນເງິນທີ່ຢູ່ໃນຊໍ່ເປັນຕົ້ນ: ເງິນໃນຊໍ່ 50.000 ກີບ ຈະຂາຍ 150.000 ກີບ, ເງິນ 100.000 ກີບ ຈະຂາຍ 250.000 ກີບ, ເງິນ 200.000 ກີບ ຈະຂາຍ 350.000 ກີບ, ເງິນ 1.000.000 ກີບ ຈະຂາຍຊໍ່ 1.300.000 ກີບ.

   ນາງ ພູວັນ ໃຫ້ຮູ້ຕື່ມວ່າ: ສໍາລັບການຂາຍດອກໄມ້ ໃນມື້ຮັບໃບປະກາສະນີຍະບັດມະຫາວິທະຍາໄລແຫ່ງຊາດທີ່ຜ່ານມາເຫັນວ່າມີບັນຍາກາດຄຶກຄື້ນ, ມ່ວນຊື່ນຫລາຍເນື່ອງຈາກວ່າພໍ່ແມ່ປະຊາຊົນໄດ້ຫລັ່ງໄຫລມາຊື່ດອກໄມ້, ຊໍ່ເງິນ ເພື່ອໄປສະແດງຄວາມຍິນດີນໍາລູກຫລານທີ່ຮຽນຈົບຈາກສະຖາບັນການສຶກສາທີ່ມີກຽດແຫ່ງນີ້ ດ້ວຍຄວາມພາກພູມໃຈ, ໃບໜ້າທີ່ຍີ້ມແຍ່ມແຈ່ມໃສ, ບາງຄົນກໍ່ມາຖ້າແຕ່ເຊົ້າ ຕົນເອງເຫັນແລ້ວກໍ່ມີຄວາມສຸກໄປນໍາ ແລະ ກໍ່ຫວັງວ່າຈະເຫັນພາບແບບນີ້ຕະຫລອດໄປ.
 ສໍາລັບເທສະການວັນແຫ່ງຄວາມຮັກທີ່ຈະມາເຖິງນີ້ ຖ້າຫາກວ່າທ່ານໃດສົນໃຈຊໍ່ເງິນງາມໆໃຫ້ຄົນທີ່ທ່ານຮັກກໍສາມາດເຂົ້າໄປເບິ່ງໄດ້ທີ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 020 58944511.
           ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top