ຂປລ
ຂປລ. ປະເພນີບາສີສູ່ຂວັນ ແມ່ນຮີດຄອງປະເພນີອັນດີງາມຂອງຄົນລາວ ຊາວພຸດທີ່ເຄິີຍປະຕິບັດສືບທອດກັນມາແຕ່ບູຮານນະການ. ລັກສະນະທີ່ ສະແດງອອກ ຂອງວັດທະນະທຳ ແມ່ນສະທ້ອນໃຫ້ເຫັນ ເຖິງຄວາມເປັນຊາດ ແບບແຜນວິຖີ ການດຳລົງຊີວິດ ຂອງຄົນແຕ່ລະຍຸກສະໄໝ

ຂປລ. ປະເພນີບາສີສູ່ຂວັນ ແມ່ນຮີດຄອງປະເພນີອັນດີງາມຂອງຄົນລາວ ຊາວພຸດທີ່ເຄິີຍປະຕິບັດສືບທອດກັນມາແຕ່ບູຮານນະການ. ລັກສະນະທີ່ສະແດງອອກ ຂອງວັດທະນະທຳ ແມ່ນສະທ້ອນໃຫ້ເຫັນ ເຖິງຄວາມເປັນຊາດ ແບບແຜນວິຖີການດຳລົງຊີວິດ ຂອງຄົນແຕ່ລະຍຸກສະໄໝ ເຊິ່ງມັນບົງບອກເຖິງ ຄວາມຈະເລີນງອກງາມຂອງຄົນ ໃນຊາດນັ້ນໆ, ສິ່ງເຫລົ່ານັ້ນມັນໄດ້ສະແດງຜ່ານດ້ວຍ ຮູບປະທຳ ແລະນາມມະທໍາ ບໍ່ວ່າຈະແມ່ນ: ພາສາປາກເວົ້າ, ການນຸ່ງຖື, ຄວາມເຊືື່ອໃນດ້ານຕ່າງໆສິ່ງເຫລົ່ານີ້ ມັນໄດ້ກາຍເປັນສິ່ງທີ່ລວມຍອດ ຂອງຜະລິດຕະພັນ ທາງດ້ານວັດຖຸ ແລະຈິດໃຈກາຍເປັນ ວັດທະນະທຳເຊິ່ງ ແຕ່ລະຊາດ ແຕ່ລະຊົນເຜົ່າ ຢູ່ໃນໂລກນີ້ລ້ວນແຕ່ມີວັດທະນະທຳ ທີ່ເປັນເອກະລັກ ຂອງໃຜລາວ.
ເມື່ອເວົ້າຊາດລາວກໍແມ່ນຊາດໜຶ່ງ ທີ່ປະກອບດ້ວຍຫລາຍຊົນເຜົ່າ ທີ່ດຳລົງຊີວິດ ຢູ່ຮ່ວມກັນແຕ່ເໜືອຕະຫລອດໃຕ້ ເຊິ່ງແຕ່ລະເຜົ່າ ລ້ວນແຕ່ມີວັດທະນະທຳ ທີ່ເປັນເອກະລັກສະເພາະຂອງໃຜລາວ ເຊິ່ງມີພາສາປາກເວົ້າ ມີການນຸ່ງຖືທີ່ບ່ົງບອກເຖິງຄວາມເປັນລາວເມື່ອເວົ້າເຖິງຄວາມເຊື່ອທາງດ້ານປະເພນີລາວ ແລ້ວມີຢູ່ສາມທາງຄື:ເປັນປະເພນີລາວ ມາແຕ່ດັ້ງເດີມ ທີ່ບັນພະບຸລຸດລາວ ເປັນຜູ້ສ້າງຂຶ້ນເຊັ່ນ:ປະເພນີການເກີດ, ການຕາຍ, ການແຕ່ງດອງ ແລະ ຄວາມເຊື່ອຖືອື່ນໆ. ໃນຊີວິດຂອງຄົນເຮົາມີທັງຄວາມສຸກ ແລະ ຄວາມທຸກ, ມີທັງຄວາມສົດຊື່ນແຈ່ມໃຈ ແລະ ຄວາມເສົ້າ, ມີທັງຄວາມສົມຫວັງ ແລະ ຜິດຫວັງ, ມີທັງຄວາມດີໃຈ ແລະ ເສຍໃຈຄຽງຄູ່ກັນໄປ, ແຕ່ຖ້າຫາກເວລາໃດຄົນເຮົາມີຄວາມທຸກໂສກ, ຜິດຫວັງ ມີຄວາມເສົ້າ ແລະ ມີຄວາມເຈັບໄຂ້ໄດ້ປ່ວຍ, ເວລານັ້ນ ກໍຈະເກີດຄວາມອ່ອນແອ ບໍ່ມີເຫ່ືອແຮງທັງກາຍ ແລະ ຈິດໃຈ ເມື່ອເປັນແນວນັ້ນ ບູຮານ ເພິ່ນວ່າຈະຕ້ອງໄດ້ສູ່ຂວັນເພື່ອເປັນການຮຽກໂຮມເອົາຂວັນໃຫ້ມາຢູ່ໃນເນື້ອໃນຄີງ.
ຕາມປະເພນີບູຮານຂອງລາວ ການບາສີສູ່ຂວັນ ມີຫລາຍຢ່າງຫລາຍຄວາມໝາຍຕ່າງກັນເຊັ່ນ: ສູ່ຂວັນຄົນປ່ວຍ, ສູ່ຂວັນນາກ (ຜູ້ຈະບວດເປັນພະ), ສູ່ຂວັນອອກກຳ, ສູ່ຂວັນເດັກນ້ອຍ, ສູ່ຂວັນລູກຫລານຍາດຜູ້ທີ່ຈະຈາກໄປບ່ອນອື່ນ ຫລື ເວລາກັບມາແຕ່ບ່ອນອື່ນ, ສູ່ຂວັນເຮືອນ (ເວລາຂຶ້ນເຮືອນໃໝ່), ສູ່ຂວັນຄູ່ບ່າວສາວແຕ່ງດອງ, ສູ່ຂວັນປີໃໝ່ລາວ, ສູ່ຂວັນຜູ້ເຖົ້າຜູ້ແກ່ ພໍ່ແມ່, ສູ່ຂວັນແຂກບ້ານແຂກເມືອງ, ສູ່ຂວັນນາ,ງົວ,ຄວາຍ,ກວຽນ, ລານ, ເລົ້າເຂົ້າ, ບາສີຫົດເຖລາພິເສດ, ບາສີພະສົງສາມະເນນ ແລະ ອື່ນໆ.
ການຈັດແຕ່ງພາຂວັນ ທຳອິດເພ່ີນຈະຫຍິບໝາກເບັງດ້ວຍໃບຕອງກ້ວຍ ຂະໜາດນ້ອຍ-ໃຫຍ່ແລ້ວແຕ່ຄວາມຕ້ອງ ການເມື່ອຫຍິບແລ້ວກໍຍົກຂຶ້ນຕັ້ງໄວ້ໃນໂອ ຫລື ຂັນ ແລະ ຍົກຂຶ້ນຕັ້ງໄວເທິງພາເຂົ້າອີກຕໍ່ໜຶ່ງ, ສ່ວນເຄື່ອງໃສ່ໃນພາຂວັນຈະມີເຂົ້າສານ, ເຂົ້າຕົ້ມ, ເຂົ້າໜົມ, ກ້ວຍ, ໄຂ່ໄກ່ຕົ້ມສຸກເອີ້ນວ່າ ໄຂ່ຂວັນ, ໄກ່ຕົ້ມສຸກ ເອີ້ນວ່າ: ໄກ່ຂວັນ, ແອບເຂົ້າສຸກ, ແກ້ວເຫລົ້າຂາວ, ມີຝ້າຍຂາວຍາວປະມານວາໜຶ່ງ ສອງ ຫລື ສາມເສັ້ນ ພາດໄຂວ່ກັນເທິງໝາກເບັງ, ມີຝ້າຍຜູກແຂນຮ້ອຍໃສ່ໄມ້ເຮັດເປັນຮວດເນັບຕາມກີບໝາກເບັງ , ເທິງຍອດໝາກເບັງຈະມີທຽນເຫລັ້ມບາດໜຶ່ງເຫລັ້ມສຽບໄວ້ເພື່ອໃຕ້ເວລາຈະສູດຂວັນ ເອີ້ນວ່າ: ທຽນມຸງຄຸນ. ການປະດັບປະດາໝາກເບັງເພິ່ນຈະໃຊ້ດອກໄມ້ ຂາວ, ເຫລືອງ, ແດງ ເນັບຕາມແຕ່ລະຍອດນ້ອຍຂອງໝາກເບັງ (ກີບໝາກເບັງ), ມີໃບຍໍເງິນ ຍໍຄຳ ເນັບຕາມວ່າງ ເພ່ືອປະດັບໝາກເບັງໃຫ້ຈົບງາມ.
ສຳລັບໝາກຫົວໃຈ ສຳຄັນໃນການບາສີສູ່ຂວັນນີ້ ແມ່ນຄຳສູດຂວັນທີ່ເປັນກອນຮ່າຍ ພາສາລາວບູຮານ ທີ່ເປັນຄຳເວົ້າ ໃນແງ່ແນະນຳ ສັ່ງສອນຕັກເຕືອນແລະ ໃຫ້ກຳລັງໃຈ ແຕ່ລະເນື້ອໃນ ຂອງການສູດ ແມ່ນຂຶ້ນກັບຈຸດປະສົງຂອງການຈັດສູ່ຂວັນຂຶ້ນ ແຕ່ລະເຂດທ້ອງຖິ່ນ ທີ່ມີລັກສະນະ ແຕກຕ່າງກັນໄປ.ເມື່ອເວົ້າເຖິງຄຳວ່າຂວັນ ແມ່ນມີສອງຢ່າງ, ຢ່າງໜຶ່ງໝາຍເຖິງຂົນ ຫລືຜົມທີ່ເກີດວຽນ ເປັນຮູບກົ້ນຫອຍຢູ່ ເທິງຫົວຂອງຄົນ ຫລື ສັດບາງຊະນິດ; ຂວັນແນວນີ້ ກໍເປັນເຄື່ອງໝາຍ ບອກລັກສະນະດີ ຫລື ຮ້າຍຂອງຄົນ ຫລື ສັດ.ຂວັນແນວໜຶ່ງ ແມ່ນໝາຍເອົາສິ່ງ ທີ່ບໍ່ມີຕົວຕົນແຕ່ ມີປະຈຳຢູ່ ໃນຕົວຂອງຄົນຢ່າງຄົບຖ້ວນຕາມ ອາກາດ 32 ຂອງຄົນທີ່ເກີດມາ (ຄວາມເຊື່ອຖື). ຄົນບູຮານຖືກັນວ່າຖ້າຂວັນ ຢູ່ກັບຕົວຄົນເຮົາກໍຈະມີຄວາມສຸກສະບາຍ, ຈິດໃຈຜ່ອງໃສໝັ້ນຄົງ; ຖ້າຂວັນບໍ່ຢູ່ກັບຕົວດ້ວຍເຫດຢ່າງໃດຢ່າງໜຶ່ງ ເປັນຕົ້ນວ່າ:ຄວາມເຈັບໄຂ້ໄດ້ປ່ວຍ, ການປະສົບພົບພໍ້ໄພ ອັນຕະລາຍ ເຫລົ່ານີ້ເປັນຕົ້ນ, ຄົນເຮົາກໍບໍ່ສະບາຍ …ດ້ວຍເຫດນີ້ ຄົນບູຮານ ຈຶ່ງມີພິທີເຊີນຂວັນໃຫ້ມາຢູ່ໃນໂຕໃນຄີງ ເພື່ອໃຫ້ຢູ່ສຸກສະບາຍ ປາສະຈາກໂລກ ໄພໄຂ້ເຈັບຕ່າງໆ.ໃນເມື່ອຂວັນ ມາຢູ່ໃນຄີງ ແລ້ວຖືວ່າເປັນ ການດີເປັນມັນເປັນການເຮັດໃຫ້ຈິດໃຈຂອງເຮົາສະຫງົບ ເມື່ອຈິດໃຈດີ ແລ້ວສິ່ງອື່ນໆ ທີ່ກ່ຽວຂ້ອງກັບຊີວິດກໍເລີຍດີໄປນຳ, ດັ່ງນັ້ນການສູ່ຂວັນ ຈຶ່ງເປັນປະເພນີ ທີ່ຄົນບູຮານໄດ້ປະຕິບັດກັນມາ ແລະ ມີຄວາມເຊື່ອຖືໃນແງ່ມູມຕ່າງໆ.
ຜູ້ເຖົ້າຜູ້ຮູ້ລືກຮູ້ຍາມຈະເປັນຜູ້ເລືອກມື້ງາມຍາມດີ ແລ້ວຈັດບາສີສູ່ຂວັນໃສ່ມື້ນັ້ນ, ສ່ວນຫລາຍນິຍົມຈັດໃສ່ມື້ອອກໃໝ່, ມື້ຂ້າງແຮມ ບໍ່ຄ່ອຍນິຍົມຫາກຈຳເປັນແທ້ກໍຈັດໃສ່ໄດ້ຄືກັນ, ແຕ່ຕ້ອງໃຫ້ຖືກລືກຖືກຍາມ ທີ່ເປັນສິລິມຸງຄຸນ. ການສູ່ຂວັນ ຫລື ບາສີ ເມື່ອຮອດມື້ງາມຍາມດີ, ພໍ່ແມ່ເຖົ້າແກ່ຍາດຕິພີ່ນ້ອງເພ່ືອນຝູງ ຈະພ້ອມພາກັນມາຮ່ວມພິທີສູ່ຂວັນ, ເມື່ອໄດ້ເວລາທີ່ເປັນສິລິມຸງຄຸນໝໍພອນກໍຈະເລີ່ມສູ່ຂວັນ.
KPL