ຂປລ
ສ.ເກົາຫລີ ຜ່ານຮ່າງກົດໝາຍ ຫ້າມໃຊ້ໂທລະສັບມືຖື ໃນຫ້ອງຮຽນ ເລີ່ມມີຜົນບັງຄັບໃຊ້ ໃນເດືອນມີນາ ປີ2026 ເປັນຕົ້ນໄປ ເພື່ອແກ້ໄຂ ບັນຫາ ເດັກຕິດໂທລະສັບ ແລະ ຜົນການຮຽນອ່ອນ
ຂປລ.ຕາມຂ່າວຈາກ ນະຄອອນຫລວງ ເຊອຸນ,ວັນທີ 27ສິງຫານີ້, ສ.ເກົາຫລີ ຜ່ານຮ່າງກົດໝາຍ ຫ້າມໃຊ້ໂທລະສັບມືຖື ໃນຫ້ອງຮຽນ ເລີ່ມມີຜົນບັງຄັບໃຊ້ ໃນເດືອນມີນາ ປີ2026 ເປັນຕົ້ນໄປ ເພື່ອແກ້ໄຂ ບັນຫາ ເດັກຕິດໂທລະສັບ ແລະ ຜົນການຮຽນອ່ອນ ພາຍຫລັງ ສະພາ ນິຕິບັນຍັດ ຂອງ ສ.ເກົາຫລີ ມີມະຕິ ດ້ວຍຄະແນນສຽງ 115ສຽງ ຈາກສະມາຊິກ ທີ່ເຂົ້າຮ່ວມ ກອງປະຊຸມ ທັງໝົດ 163 ຄົນ ຕົກລົງເຫັນດີ ຜ່ານຮ່າງກົດໝາຍ ດັ່ງກ່າວ ເນື່ອງຈາກ ການຕິດໂທລະສັບມືຖື ສົ່ງຜົນເສຍ ຢ່າງຮ້າຍແຮງ ຕໍ່ການພັດທະນາ ທາງສະໝອງ ແລະ ການພັດທະນາ ທາງອາລົມ ຂອງນັກຮຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL