ຂປລ
ເມື່ອບໍ່ດົນມານີ້, ກະຊວງ ການເງິນຈີນ ຮ່ວມກັບ ກະຊວງ ກະສິກຳ ແລະ ຊົນນະບົດຈີນ ໄດ້ຈັດສັນ ງົບປະມານຈາກສູນກາງມູນຄ່າ 1 ຕື້ 146 ລ້ານຢວນ

ຂປລ.ຕາມຂ່າວ ຊີເອັມຈີ: ວັນທີ 13 ສິງຫານີ້, ນັກຂ່າວ ໄດ້ຮັບຂໍ້ມູນ ຈາກກະຊວງການເງິນຈີນ ວ່າ: ເມື່ອບໍ່ດົນມານີ້, ກະຊວງ ການເງິນຈີນ ຮ່ວມກັບ ກະຊວງ ກະສິກຳ ແລະ ຊົນນະບົດຈີນ ໄດ້ຈັດສັນ ງົບປະມານຈາກສູນກາງມູນຄ່າ 1 ຕື້ 146 ລ້ານຢວນ ເຂົ້າໃນ ການຕ້ານໄພ ແລະ ກູ້ໄພ ດ້ານການຜະລິດ ກະສິກຳ ເພື່ອສະໜັບ ສະໜູນ 13 ແຂວງ ທີ່ ເປັນແຫລ່ງ ຜະລິດທັນຍາຫານ ຕົ້ນຕໍ ໃນການປະຕິບັດ ນະໂຍບາຍ “ສີດເທື່ອໜຶ່ງ ຊຸກຍູ້ ຫລາຍລາຍການ” ສຳລັບ ທັນຍາຫານ, ການອອກແຮງ ຢ່າງສຸດຂີດ ເພື່ອປ້ອງກັນ,ຫລຸດຜ່ອນໄພ ແລະ ຊຸກຍູ້ຜົນຜະລິດ ໃຫ້ໄດ້ຮັບປະສິດທີພາບຢ່າງໝັ້ນທ່ຽງ.
ໂດຍງົບປະມານດັ່ງກ່າວ ຈະນຳໃຊ້ ເປັນເງິນອຸດໜູນ ສຳລັບ ການໃຊ້ສານ ຄວບຄຸມ ການເຕີບໃຫຍ່ ຂອງພືດ,ຢາຂ້າເຊື້ອ, ຢາຂ້າແມງໄມ້ ແລະ ອື່ນໆ ຕໍ່ສາລີ, ໝາກຖົ່ວ ແລະ ພືດພັນທັນຍາຫານ ທີ່ສຳຄັນອື່ນໆ ໃນລະດູໃບໄມ້ຫລົ່ນເພື່ອໃຫ້ຄ້ຳປະກັນ ຢ່າງເຂັ້ມແຂງ ໃຫ້ແກ່ ການຜະລິດທັນຍາຫານ ໃນລະດູການນີ້ ແລະ ການເກັບກ່ຽວທັນຍາຫານຢ່າງອຸດົມສົມບູນ ຕະຫລອດປີ./
KPL