ຂປລ
ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ(ສສກ) ຮ່ວມກັບ ກະຊວງສາທາລະ ນະສຸກ ສໍາເລັດການດຳເນີນກອງປະຊຸມ ກະກຽມໂຄງການໃນການປັບປຸງການປະຕິບັດງານຂອງພະນັກ ງານຂັ້ນພື້ນຖານ ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ຢູ່ສປປ ລາວ

ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ(ສສກ) ຮ່ວມກັບ ກະຊວງສາທາລະ ນະສຸກ ສໍາເລັດການດຳເນີນກອງປະຊຸມ ກະກຽມໂຄງການໃນການປັບປຸງການປະຕິບັດງານຂອງພະນັກ ງານຂັ້ນພື້ນຖານ ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ຢູ່ສປປ ລາວ ຊຶ່ງເປັນບຸລິມະສິດສໍາຄັນ ເພື່ອແກ້ໄຂບັນຫາຄູ ແລະ ຄຸນນະພາບຂອງການສຶກສາ ແນໃສ່ຍົກລະດັບຄຸນນະພາບ ການບໍລິການ ສາທາລະນະສຸກ ຢູ່ຂັ້ນທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ໂຄງການນີ້, ແມ່ນວຽກບຸລິມະສິດສໍາຄັນ ເພື່ອແກ້ໄຂບັນຫາຄູ ແລະ ຄຸນນະພາບຂອງການສຶກສາ ແລະ ເພື່ອຍົກລະດັບຄຸນນະພາບ ການບໍລິການ ສາທາລະນະສຸກ ຢູ່ຂັ້ນທ້ອງຖິ່ນ, ໂຄງການດັ່ງກ່າວເປັນໂຄງການກູ້ຢືມຂອງລັດຖະບານ ຂໍໃຫ້ພວກເຮົາເອົາໃຈໃສ່ ໃນການໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອຮັບໃຊ້ວຽກບຸລິມະສິດສໍາຄັນ ຂອງແຜນການ ພັດທະນາຂະແໜງການ, ຄວນມີການແບ່ງຄວາມ ຮັບຜິດຊອບໃຫ້ຊັດເຈນ ແລະ ສ້າງຂີດຄວາມສາມາດ ໃຫ້ຜູ້ບໍລິຫານການສຶກສາ ແລະ ສາທາລະນະສຸກ ມີຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ ແລະ ຊຸກຍູ້ການປະຕິບັດ ແຜນພັດທະນາ ຂະແໜງການສຶກສາ ແລະ ສາທາລະນະສຸກ ໃນຂັ້ນສູນກາງຮອດທ້ອງຖິ່ນ ໂດຍສະເພາະຕິດພັນກັບຊຸກຍູ້ ການປະຕິບັດແຜນງານ ໃນໂຄງການນີ້ ໃຫ້ປະກົດຜົນເປັນຈິງ ແລະ ສ້າງໃຫ້ມີຄວາມຍືນຍົງ ໃນຕໍ່ໜ້າ.
ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ເນັ້ນອີກວ່າ: ຕໍ່ກັບໜ້າວຽກສໍາຄັນທີ່ຕ້ອງໄດ້ສືບຕໍ່ນັ້ນ ຂໍໃຫ້ຄະນະຮັບຜິດຊອບກະກຽມໂຄງການ ຮ່ວມກັບທີມຊ່ຽວຊານຂອງທະນາຄານໂລກ ພ້ອມກັນສ້າງແຜນ ດໍາເນີນການລະອຽດ, ໃຫ້ສໍາເລັດຕາມແຜນ ແລະ ໄດ້ຈັດຕັ້ງປະຕິບັດທັນຕາມກຳນົດເວລາທີ່ວາງໄວ້; ຫລັງຈາກກອງປະຊຸມນີ້ແລ້ວ ສະເໜີໃຫ້ຫ້ອງການພັດທະນາ ຊັບພະຍາກອນມະນຸດ ກົມແຜນ ການລາຍງານຜົນ ຂອງການຫາລືໃນຄັ້ງນີ້ ໃຫ້ຄະນະນໍາ 3 ພາກສ່ວນຮັບຊາບ ແລະ ສິ່ງສໍາຄັນສອງກະ ຊວງເຮົາຄວນປຶກສາຫາລື ກັບກະຊວງການເງິນ ໂດຍກົງກ່ອນຈະສົ່ງເອກະສານ ສະເໜີຂໍອານຸມັດ ຮັບເອົາໂຄງການໃນຂັ້ນຕໍ່ໄປ.
ຂ່າວ: ສົງການ ພັນແພງດີ
KPL