ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

31/07/2025 14:54
Email Print 240
ຂປລ ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ

ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດ ບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ ພ້ອມດ້ວຍຄະນະນຳຂອງແຂວງ, ຫົວໜ້າພະແນກການ, ຜູ້ພັດທະນາເຂດເສດພິເສດ ບໍເຕ່ນແດນງາມ, ຄະນະຄຸ້ມຄອງດ່ານ, ພາສີປະຈຳແຂວງ, ຫົວໜ້າບໍລິສັດຜູ້ພັດທະນາ ແລະ ພາກສ່ວນກ່ຽວຂ້ອງ.

ໂອກາດນີ້, ທ່ານ ໂຈຄຸນ ປະທານກຸ່ມບໍລິສັດຜູ້ພັດທະນາ ເຂດເສດພິເສດບໍເຕ່ນແດນງາມ ​ໄດ້ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານຂອງ ເຂດເສດພິເສດບໍເຕ່ນແດນງາມ ວ່າ: ​ໃນການພັດທະນາ ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ ປັດຈຸບັນໄດ້ສໍາເລັດການປັບໜ້າດິນ ຈໍານວນ 800 ເຮັກຕາ, ຕາໜ່າງໄຟຟ້າ, ນໍ້າປະປາສໍາເລັດ 100%; ສໍາເລັດການສ້າງໂຮງງານນໍ້າປະປາ ທີ່ສາມາດຜະລິດນໍ້າໃຊ້ໄດ້ 10.000 ແມັດກ້ອນຕໍ່ວັນ; ສ້າງຕຶກອາຄານ ປະມານ 41 ກວ່າຕຶກ ເພື່ອຮອງຮັບການຄ້າ, ການບໍລິການ, ສະຖານທີ່ພັກເຊົາ, ການສຶກສາ, ຮ້ານຄ້າປອດພາສີ, ທະນາຄານ, ໂຮງແຮມ ແລະ ບັນດາຫ້າງຮ້ານ; ໄດ້ກໍ່ສ້າງເສັ້ນທາງ-ອາຄານອ້ອມໜອງນໍ້າ ແລະ ບ້ານນໍ້າທຸງ ເພື່ອສ້າງເປັນເຂດທ່ອງທ່ຽວທາງທໍາມະຊາດ, ມີບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານ ລວມທັງໝົດ 991 ບໍລິສັດ, ບັນດາທຸລະກິດດັ່ງກ່າວ ແມ່ນມາຈາກປະເທດຈີນ, ມຽນມາ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ ຊຶ່ງມີແຮງງານຢູ່ໃນເຂດ ທັງໝົດ 10.000 ກວ່າຄົນ. ໃນນີ້, ຄົນລາວກວມເອົາ 60%.

ຈາກນັ້ນ ທ່ານ ຈົ່ງຊຽນເຈ່ຍ ປະທານບໍລິສັດ ຊີຈີເອັນ ເຈເນີຈີ ເຕັກໂນໂລຢີ ລາວ ຈໍາກັດ ກໍໄດ້ລາຍງານການຈັດຕັ້ງໂຄງການພະລັງງານລົມ 450 ເມກາວັດ ຢູ່ເມື່ອງສິງ ແລະ ເມືອງລອງ ແລະ ໂຄງ ການໄຟຟ້າພະລັງງານແສງຕາເວັນ 580 ເມກາວັດ ຢູ່ເມືອງຫລວງນໍ້າທາ ແມ່ນໄດ້ເຊັນສັນຍາ PDA ແລ້ວ, ຈະເລັງຈັດຕັ້ງປະຕິບັດ ພາຍໃນປີນີ້. ພ້ອມ​ນີ້, ທ່ານ ອານິໄຊ ສຸຂະວົງ ປະທານບໍລິສັດ ລ້ານຊ້າງ ກໍ່ສ້າງຂົວທາງຈໍາກັດ ກໍໄດ້ນໍາສະເໜີ ການຈັດຕັ້ງປະຕິບັດ ການກໍ່ສ້າງທາງດ່ວນ ບໍ່ເຕ່ນ ຫາ ນາເຕີຍ ເຊິ່ງມີຄວາມຍາວ 14,48 ກິໂລເມັດ, ໜ້າທາງກວ້າງ 32 ແມັດ, ມູນຄ່າການລົງທືນທັງໝົດ 163 ລ້ານໂດລາສະ​ຫະລັດ ໂດຍແມ່ນການລົງທຶນຂອງເອກກະຊົນ 100%, ໂຄງການດັ່ງກ່າວ ເປັນການຮ່ວມມືຂອງບໍລິສັດ ລ້ານຊ້າງ ກໍ່ສ້າງຂົວທາງຈຳກັດ ກັບ ບໍລິສັດ ສິງກະໂປຮາຍເວ.

​ໃນ​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ເອົາໃຈໃສ່ພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອເປັນການອຳ ນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ເຂົ້າ-ອອກດ່ານ ໃຫ້ວ່ອງໄວຂຶ້ນກວ່າເກົ່າ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນ ຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງ ທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ ສະເໜີ ໃຫ້ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ເອົາໃຈໃສ່ໂຄສະນາປະ ຊາສໍາພັນບັນດາກິດຈະກໍາການທ່ອງທ່ຽວ ພາຍໃນເຂດໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່ ຄຽງຄູ່ກັບການສ້າງ ວຽກເຮັດງານທໍາຂອງປະຊາຊົນ ກໍຄື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການ, ແຜນເຄື່ອນໄຫວວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງຢ່າງແຂງແຮງ.

ໂອກາດດຽວ​ກັນ​ນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ລົງພື້ນທີ່ຢ້ຽມຢາມ ບໍລິ ສັດ ກັງວານແຟຊັ້ນເສື້ອຜ້າລາວ ຈຳກັດ ​ເຊິ່ງເປັນໂຮງງານຜະລິດກະເປົາ, ໝວກ ແລະ ສາຍແອວ ສ້າງ ຕັ້ງຂຶ້ນປີ 2024 ​ໂດຍຜະລິດ ແລະ ສົ່ງອອກໄປຕ່າງປະເທດ.

ຂ່າວ: ມຸນຕີ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວການເມືອງ

      ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

      7/31/2025 3:04:39 PM

      ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ

    • ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກການເມືອງ

      ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ

      7/31/2025 2:48:57 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ

    • ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

      7/31/2025 2:25:22 PM

      ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.

ads
ads

Top