ເຜີຍແຜ່ກົດໝາຍ ການທ່ອງທ່ຽວ ສະບັບປັບປຸງ ປີ 2024

31/07/2025 14:39
Email Print 200
ຂປລ ຂປລ. ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ຈັດ​ຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກິຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ຈັດ​ຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກິຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ​ໄດ້​ໃຫ້​ຮູ້​ວ່າ: ກົດໝາຍວ່າດ້ວຍການທ່ອງທ່ຽວ ແມ່ນນິຕິກຳສູງສຸດ ຂອງຂະແໜງການທ່ອງທ່ຽວ ໄດ້ຮັບການສ້າງ ແລະ ຮັບຮອງ ໃນປີ 2005 ເປັນສະບັບທຳອິດ, ຕໍ່ມາປີ 2013 ກໍໄດ້ມີການປັບປຸງ ແລະ ນໍາໃຊ້ຈົນເຖິງປີ 2024, ມາຮອດວັນທີ 1/7/2024 ກົດໝາຍ ດັ່ງກ່າວໄດ້ຮັບການປັບປຸງ ແລະ ຖືກຮັບຮອງຈາກສະພາແຫ່ງຊາດ. ເປັນເວລາ 10 ປີ ທີ່ຄະນະຮັບຜິດຊອບພວກ ເຮົາໄດ້ເຮັດວຽກ ຮ່ວມກັບຂະແໜງການກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍອອກ ເປັນນິຕິກຳລຸ່ມກົດໝາຍ, ພ້ອມທັງຕິດຕາມກວດກາ ເກັບກຳລວບລວມບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງຂະແໜງການທ່ອງທ່ຽວ ຮັບຟັງທຸກຄຳຄິດເຫັນ ທຸກບັນຫາທີ່ສັງຄົມ ຍົກຂຶ້ນນໍາມາວິ ເຄາະວິໄຈຮ່ວມກັນເພື່ອສ້າງກົນໄກ, ເງື່ອນໄຂ, ຂັ້ນຕອນ ແລະ ແບ່ງຄວາມຮັບຜິດຊອບ ຂອງບັນດາຂະແໜງການ, ລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງລະອຽດ ເພື່ອຮັບປະກັນໃຫ້ ການການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານການທ່ອງທ່ຽວມີຄວາມຄ່ອງຕົວ ຮັບປະກັນສິດ ແລະ ຜົນປະໂຫຍດຂອງທົ່ວປວງຊົນຢ່າງແທ້ຈິງ.


ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ປີ 2024 ຖືເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງຕິດຕາມກວດກາ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ເນື້ອໃນສໍາຄັນຂອງ ກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການທ່ອງທ່ຽວ, ໄດ້ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງ ກັບກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ. ພ້ອມນີ້, ການທ່ອງທ່ຽວ ມີບົດບາດສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລັດຖະບານໄດ້ກຳນົດເອົາວຽກງານ ການທ່ອງທ່ຽວ ເປັນໜຶ່ງໃນ ຂະແໜງເສດຖະກິດ ປາຍແຫລມຂອງປະເທດ ເນື່ອງຈາກເປັນຂະແໜງການ ທີ່ດຶງດູດເງິນຕາເຂົ້າມາປະເທດ, ກະຈາຍລາຍຮັບສູ່ສັງຄົມ ຢ່າງກວ້າງຂວາງ, ສ້າງວຽກເຮັດງານທໍາ ໃນຫລາກຫລາຍອາຊີບ, ຫລາຍລະດັບ, ກະຕຸ້ນບັນດາຕ່ອງໂສ້ການບໍລິການ ທີ່ປິ່ນອ້ອມການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ວຽກງານການທ່ອງທ່ຽວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສາເຫດສໍາຄັນ ທີ່ພາໃຫ້ຂະແໜງການທ່ອງທ່ຽວ ມີຜົນສໍາເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວນັ້ນ, ສ່ວນໜຶ່ງແມ່ນມາຈາກ ການສ້າງສະພາບແວດລ້ອມທີ່ເອື້ອ ອໍານວຍໃຫ້ແກ່ການ ດໍາເນີນທຸລະກິດ ຂອງລັດຖະບານ ຊຶ່ງສະແດງອອກ ໃນການກຳນົດນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ທີ່ສອດຄ່ອງແທດເໝາະ ກັບສະພາບທ່າແຮງ ແລະ ຈຸດພິເສດຂອງ ປະເທດເຮົາ ຖືເອົາທ່າແຮງບົ່ມຊ້ອນ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ມີຄວາມໂດດເດັ່ນ ແລະ ມີເອກະລັກສະເພາະ ເພື່ອພັດທະນາເປັນຜະລິດຕະພັນການທ່ອງທ່ຽວ ທີ່ມີຄຸນນະພາບ ມີຄວາມຫລາກຫລາຍ ຕິດພັນກັບການປົກປັກຮັກ ສາຄຸນຄ່າຂອງສິ່ງເຫລົ່ານັ້ນ ໃຫ້ໄດ້ຮັບການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.

ປັດຈຸບັນ, ສປປ ລາວ ມີທຸລະກິດບໍລິການ ປະເພດຕ່າງໆເພີ່ມຂຶ້ນ. ໃນນັ້ນ, ມີສະຖານທີ່ພັກແຮມ ປະເພດຕ່າງໆ ທັງໝົດ 3.447 ແຫ່ງ, ສວນອາຫານ ແລະ ຮ້ານອາຫານ 2.960 ແຫ່ງ, ກິດຈະການບັນເທີງ 308 ແຫ່ງ, ບໍລິສັດນໍາທ່ຽວ 705 ແຫ່ງ, ແຫລ່ງທ່ອງທ່ຽວ 2.199 ແຫ່ງ. ໃນນັ້ນ, ພັດທະນາເປັນສະຖານທີ່ທ່ອງທ່ຽວ ແລ້ວ 953 ແຫ່ງ. ບັນດາຫົວໜ່ວຍທຸລະກິດດັ່ງກ່າວ, ໄດ້ເຄື່ອນໄຫວຢ່າງມີຊີວິດຊີວາ ມີການຈັດຕັ້ງທີ່ເຂັ້ມແຂງ, ມີສະມາຄົມທີ່ສາມາດເຕົ້າໂຮມກໍາລັງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນເຄື່ອນໄຫວພາຍໃຕ້ ລະບຽບກົດໝາຍຂອງ ສປປ ລາວ ແລະ ສ້າງລາຍຮັບອັນມະຫາສານເຂົ້າ ໃນງົບປະມານແຫ່ງລັດ ແລະ ກະຈາຍໃນທົ່ວສັງຄົມ ຢ່າງກວ້າງຂວາງ. ພ້ອມ​ນີ້, ຫຍຫົວໜ່ວຍທຸລະກິດ ໄດ້ຮັບການປະເມີນ ແລະ ຢັ້ງຢືນມາດຕະຖານອາຊຽນ ແລະ ມາດຕະຖານສາກົນ ທັງໝົດ 275 ລາງວັນ, ນອກນັ້ນ ສປປ ລາວ ຍັງໄດ້ຮັບການ ໂຫວດຄັດເລືອກ ໃຫ້ເປັນຈຸດໝາຍປາຍທາງ ການທ່ອງທ່ຽວ ໃນອັນດັບຕົ້ນໆຂອງໂລກ ຕື່ມ​ອີກ.


ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top