ຫາລືຂຽນແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ

03/07/2025 15:21
Email Print 1143
ຂປລ ຂປລ. ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ຈັດກອງປະຊຸມຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ IV (2026-2030) ໃນວັນທີ 1-2 ກໍລະກົດ 2025



ຂປລ. ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ຈັດກອງປະຊຸມຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ
IV (2026-2030) ໃນວັນທີ 1-2 ກໍລະກົດ 2025 ໂດຍການເປັນປະທານ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫລວດສະ ກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮ່ວມ.

ການຈັດກອງປະຊຸມຄັ້ງນີ້,ເພື່ອສະຫລຸບຕີລາຄາຄືນດ້ານດີ, ຂໍ້ຄົງຄ້າງການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III(2021-2025) ແລະ ປະ ກອບຄໍາເຫັນໃສ່ຮ່າງ ບົດສະຫລຸບຂອງແຜນງານດັ່ງກ່າວ, ສະເໜີຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ຄົ້ນຄວ້າປືກສາຫາລືກ່ຽວກັບບັນດາໂຄງການ, ກິດຈະກໍາຕ່າງໆ ທີ່ຈະກໍານົດເຂົ້າໃນແຜນງານດັ່ງກ່າວ, ລວມທັງສ້າງແຜນດໍາເນີນງານລະອຽດໃນການ ຈັດຕັ້ງປະຕິບັດ 5 ປີຕໍ່ໜ້າ, ເພື່ອປັບປຸງ ແລະ ຮຽບຮຽງເນື້ອໃນຂອງຮ່າງແຜນງານ ແລະ ລະດົມແນວຄວາມຄິດໃຫ້ກັບບັນດາ ອົງການຈັດຕັ້ງສາກົນຕ່າງໆ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນຂຶ້ນຕື່ມ.

ໂອກາດນີ້, ທ່ານ ພັທ ວັນປະດິິດ ຈັນທະວົງ ຮອງຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮຽກຮ້ອງໃຫ້ບັນສະມາຊິກ ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບການສ້າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໃຫ້ມີການປະສານງານກັນຢ່າງເປັນປະຈຳ ໂດຍການຈັດກອງປະຊຸມ ໄຕມາດປະຈຳປີ ເພື່ອແລກປ່ຽນຈຸດດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກສູງການຈັດຕັ້ງປະຕິບັດ ບັນດາກິດຈະກໍາຕ່າງໆ ທີ່ໄດ້ລະບຸໄວ້ໃນແຜນງານ, ພາຍຫລັງຫ້ອງການກອງເລຂາປັບປຸງແລ້ວ ຍັງຈະໄດ້ສືບຕໍ່ຜ່ານຮ່າງດັ່ງກ່າວ ກັບຄະນະກຳມະການຕ້ານ ການຄ້າມະນຸດລະດັບຊາດ ແລະ ໄດ້ຜ່ານການຮັບຮອງ ຈາກລັດຖະບານໃນຕໍ່ໜ້າ.

ຂ່າວ: ໜັງສືພິມຄວາມສະຫງົບ

KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top