ສປ ຈີນ ເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຮຸນແຮງຢູ່ທາງພາກໃຕ້

29/06/2025 21:59
Email Print 240
ຂປລ ໜ່ວຍກູ້ໄພຂອງ ສປ ຈີນ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ນ້ຳຖ້ວມ ໃນມົນທົນຫຣົງຈຽງ ແຂວງ ກຸ້ນໂຈວ ທາງຕາເວັນອອກສຽງໃຕ້ ຂອງ ສປ ຈີນ ໃນວັນທີ 29ມິຖຸນານີ້

ຂປລ.ສະຖານີ ໂທລະພາບ ຊີຊີທີວີ(CCTV), ໜ່ວຍກູ້ໄພຂອງ ສປ ຈີນ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ນ້ຳຖ້ວມ ໃນມົນທົນຫຣົງຈຽງ ແຂວງ ກຸ້ນໂຈວ ທາງຕາເວັນອອກສຽງໃຕ້ ຂອງ ສປ ຈີນ ໃນວັນທີ 29ມິຖຸນານີ້ ມົນທົນແຫ່ງນີ້ ຕັ້ງຢູ່ຈູດທີ່ແມ່ນ້ຳ 3 ສາຍ ໄຫລມາໂຮມກັນ ຫລັງຈາກ ຝົນຕົກໜັກ ໃນໄລຍະເວລາ 72 ຊົ່ວໂມງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 6 ຄົນ ແລະ ປະຊາຊົນ ຕ້ອງຍົກຍ້າຍ ອອກຈາກເຮືອນ ຫລາຍກວ່າ 80.000ຄົນ ທາງການໄດ້ຍົກລະດັບ ມາດຕະການ ຮັບມື ສຸກເສີນ ເປັນລະດັບສູງ ຊຶ່ງເປັນເຂດ ທີ່ມີປະຊາຊົນ ອາໄສຢູ່ ຫລາຍກວ່າ 300.000ຄົນ. ກະຊວງ ຊັບພະຍາກອນນ້ຳ ຂອງ ສປ ຈີນ ຖະແຫລງວ່າ: ເຫດພາຍຸ ແລະ ຝົນຕົກໜັກ ໃນພື້ນທີ່ ພາກໃຕ້ຂອງ ສປ ຈີນ ໄລຍະກ່ອນ 2ວັນ ກ່ອນໜ້ານີ້ ໄດ້ເຮັດໃຫ້ ແມ່ນ້ຳໃຫຍ່ 13 ສາຍ ໃນມົນທົນຢູນານ,ມົນທົນກຸ້ຍໂຈວ ເຂດປົກຄອງຕົນເອງ ກວ່າງຊີຈ້ວງ ແລະ ມົນທົນໄຫ່ນານ ຫລື ໄຫຫລຳ ມີລະດັບນ້ຳ ເພີ່ມສູງຂຶ້ນເກີນກວ່າ  ລະດັບເຕືອນໄພແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top