6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

24/06/2025 09:29
Email Print 149
ຂປລ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    *ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນທັນສະໄໝ ໝັ້ນທ່ຽງ ສະເລ່ຍ 8% ລວມຍອດ ຈີດີພີ ມີມູນຄ່າ 2.860,33 ຕື້ກີບ, ສະເລ່ຍໃສ່ຫົວຄົນບັນລຸໄດ້ 27 ລ້ານກວ່າກີບ.

    ທ່ານ ອຸດອນ ສິງດາລາ ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງອົງການປົກຄອງແຂວງປະຈໍາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໃນກອງປະຊຸມອົງການປົກຄອງເປີດກວ້າງເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ອົງການປົກຄອງແຂວງໄຊສົມບູນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຢ່າງທົ່ວເຖິງເລິກເຊິ່ງ ແລະ ເຮັດເປັນປົກກະຕິ ອັນພົ້ນເດັ່ນແມ່ນໄດ້ສຳເລັດກອງປະຊຸມສະຫລຸບຕີລາຄາ ການຈັດຕ້ັງປະຕິບັດດຳລັດ 414/ລບ (2019-2024) ແລະ ທິດທາງແຜນການ 2025-2029, ສໍາເລັດການຈັດຕັ້ງເຜີຍແຜ່ເຊື່ອມຊຶມນິຕິກຳການໂຮມບາງຂະແໜງການຂັ້ນແຂວງ-ຂັ້ນເມືອງ ແລະ ສຳເລັດການປະກາດບັນດາຂະແໜງການຂອງແຂວງ ແລະ ບັນດາ 5 ເມືອງ ແຮກສ່ຽວກັບບັນດາບ້ານໃນທົ່ວແຂວງ.

   ພ້ອມນີ້, ກໍໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ 13 ບ້ານຈຸດສຸມ ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກຳສໍາຄັນຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນນ້ີ, ສາມາດມ້າງເປ້ົາໝາຍຄ້າ- ຂາຍຢາເສບຕິດໄດ້ 19 ລາຍ, ກັກຕົວຜູ້ຖືກຫາໄດ້ 71 ຄົນ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 11 ບ້ານ, ຂຶ້ນທະບຽນສໍາມະໂນຄົວໃໝ່, ປ່ຽນປຶ້ມສຳມໂນຄົວໃໝ່, ແຍກປຶ້ມສຳມະໂນຄົວ ແລະ ພິມສໍາມະໂນຄົວລະບົບທັນສະໄໝ ໄດ້ 400 ກວ່າຄອບຄົວ. ນອກຈາກນີ້, ຍັງມີໂຄງການລົງທຶນຂອງລັດ 170 ໂຄງການ ມູນຄ່າ 177 ກວ່າຕື້ກີບ, ສູນກາງອະນຸມັດ 54 ໂຄງການສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 1.200 ກວ່າຕື້ກີບ, ສາມາດຄຸ້ມຄອງລາຍຈ່າຍໄດ້ 190 ກວ່າຕື້ກີບ ສ່ວນວຽກງານດ້ານອື່ນໆກໍໄດ້ມີການຈັດຕັ້ງປະຕິບັດເຊັ່ນດຽວກັນ.

ໂດຍ: ພຸດທະສອນ ເວດສະວົງ

KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງເສດຖະກິດ

      ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

      4/9/2025 3:03:35 PM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

ads
ads

Top