ຂປລ
ກອງປະຊຸມ ປະຈຳປີ ຄັ້ງທີ 10 ຂອງຄະນະ ບໍລິຫານງານ ທະນາຄານ ການລົງທຶນ ພື້ນຖານໂຄງລ່າງ ອາຊີ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ ໃນລະຫວ່າງ ວັນທີ 24-26 ມິຖຸນານີ້, ມີແຂກ 3.500 ກວ່າທ່ານ ທີ່ມາຈາກເກືອບ 100 ປະເທດແລະເຂດແຄວ້ນ ເຂົ້າຮ່ວມ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມ ປະຈຳປີ ຄັ້ງທີ 10 ຂອງຄະນະ ບໍລິຫານງານ ທະນາຄານ ການລົງທຶນ ພື້ນຖານໂຄງລ່າງ ອາຊີ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ ໃນລະຫວ່າງ ວັນທີ 24-26 ມິຖຸນານີ້, ມີແຂກ 3.500 ກວ່າທ່ານ ທີ່ມາຈາກເກືອບ 100 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ. ປີນີ້ ແມ່ນປີທີ່ທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ ສ້າງຕັ້ງຂຶ້ນຄົບຮອບ 10 ປີ. ຕະຫລດໄລຍະ 10 ປີຜ່ານມານີ້, ທະນາຄານດັ່ງກ່າວ ໄດ້ຂະຫຍາຍ ສະມາຊິກ ຜູ້ກໍ່ສ້າງຈາກ 57 ປະເທດ ເພີ່ມຂຶ້ນເປັນ 110 ປະເທດ, ກວມເອົາ 81% ຂອງປະຊາກອນທົ່ວໂລກ ແລະ 65% ຂອງ GDP ທົ່ວໂລກ. ໂຄງກາລະດົມທຶນ ໄດ້ຂະຫຍາຍໄປທົ່ວອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ, ໂດຍສຸມໃສ່ ຂະແໜງການ ທີ່ສຳຄັນເຊັ່ນ: ພະລັງງານ, ການຄົມມະນາຄົມ, ຊົນລະປະທານ,ສາທາລະນະສຸກ ແລະ ພື້ນຖານໂຄງລ່າງ ດິຈິຕອນ. ທະນາຄານ ໄດ້ຊຸກຍູ້ການລົງທຶນ ຫລາຍກວ່າ 200 ຕື້ໂດລາສະຫະລັດ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ໄດ້ປະກອບສ່ວນ ກຳລັງແຮງພິເສດ ເຂົ້າໃນການສົ່ງເສີມ ການພັດທະນາໃນພາກພື້ນ ແລະ ການຮ່ວມມື ຫລາຍຝ່າຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL