ຂປລ
ໃນ 5 ເດືອນຕົ້ນປີນີ້, ປະລິມານ ການຂົນສົ່ງ ສິນຄ້າ ຂາເຂົ້າ-ຂາອອກ ຜ່ານທາງລົດໄຟຈີນ-ລາວ ມີທັງໝົດ 2.482 ລ້ານໂຕນ ມີມູນຄ່າສິນຄ້າເກີນ 10 ຕື້ຢວນ, ເພີ່ມຂຶ້ນ 7,9% ແລະ 33,2% ຕາມລຳດັບ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 26 ມິຖຸນານີ້, ດ່ານພາສີ ນະຄອນຄຸນມິງ ແຂວງຢຸນນານຂອງ ສປ ຈີນ ໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້, ປະລິມານ ການຂົນສົ່ງ ສິນຄ້າ ຂາເຂົ້າ-ຂາອອກ ຜ່ານທາງລົດໄຟຈີນ-ລາວ ມີທັງໝົດ 2.482 ລ້ານໂຕນ ມີມູນຄ່າສິນຄ້າເກີນ 10 ຕື້ຢວນ, ເພີ່ມຂຶ້ນ 7,9% ແລະ 33,2% ຕາມລຳດັບ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ໃນນີ້ ສະເພາະ ເດືອນພຶດສະພາ ຜ່ານມາ, ປະລິມານ ການຂົນສົ່ງ ສິນຄ້າ ຂາເຂົ້າ-ຂາອອກ ຜ່ານທາງລົດໄຟຈີນ-ລາວ ມີເຖິງ 512.000 ໂຕນ, ມູນຄ່າສິນຄ້າ 3,76 ຕື້ຢວນ, ເຊິ່ງເປັນສະຖິຕິ ສູງສຸດໃໝ່ ພາຍໃນເດືອນດຽວ ນັບຕັ້ງແຕ່ ເປີດນຳໃຊ້ ທາງລົດໄຟສາຍນີ້ ເປັນຕົ້ນມາ. ນັບຕັ້ງແຕ່ ເປີດນຳໃຊ້ ທາງລົດໄຟສາຍນີ້ ໃນເດືອນ ທັນວາປິ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າ ຜ່ານທາງລົດໄຟຈີນ-ລາວ ມີທ່າອ່ຽງເພີ່ມຂຶ້ນ ຢ່າງແຂງແຮງ. ມາຮອດ ວັນທີ 22 ພຶດສະພາປີ 2025 ນີ້, ຍອດປະລິມານ ການຂົນສົ່ງສິນຄ້າ ຜ່ານລົດໄຟສາຍນີ້ ບັນລຸຫລາຍກວ່າ 60 ລ້ານໂຕນ, ໃນນັ້ນ ປະລິມານ ການຂົນສົ່ງ ສິນຄ້າ ຂ້າມຊາດ ຫລາຍກວ່າ 13,9 ລ້ານໂຕນ. ປະເພດ ສິນຄ້າ ຂ້າມຊາຍແດນ ໄດ້ເພີ່ມຂຶ້ນຈາກ 10 ກວ່າປະເພດ ໃນໄລຍະ ເລີ່ມຕົ້ນ ເປີດໃຊ້ງານ ມາເປັນ 3.000 ກວ່າປະເພດ ໃນປັດຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL