7058

ຂປລ. ເມື່ອບໍ່ດົນມານີ້, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ ຈັດກອງປະຊຸມສົນທະນາດ້ານສິດ ທິມະນຸດ ຄັ້ງທີ 14 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນ ປະທານຮ່ວມຂອງທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິິສັນຍາ ແລະ ກົດໝາຍກະຊວງການຕ່າງ ປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ-ສະເຕັມ ບຣິດ ຫົວໜ້າຫ້ອງການຮັບຜິດຊອບ ບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ- ປາຊີຟິກ, ສໍານັກງານການຕ່າງປະ ເທດສະຫະພາບເອີຣົບ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ສົນທະນາແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງໃຫ້ກັນຊາບກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດສິດທິມະນຸດຢູ່ ສປປ ລາວ ແລະ ສະຫະພາບເອີຣົບ ໃນໄລຍະໜຶ່ງປີ ຜ່ານມາ ໂດຍສະເພາະສິດທິທາງ ດ້ານເສດຖະກິດ, ສັງຄົມ ແລະ ວັດ lt,k-y dxtgmfvto5 rkdrN oc,j oE0v' sk]n -5 dp6h {lqj 'glu ,fh kodkomj v'mj P; lq omtokfh koly fmy ,to5 f lxx ]k;{ltstrk[gvu iq [ 7A 'mu 14 ltrkcsj '-kf Ia [Iv'gvq kdq f\kp lt[a [xa [x5 ' c]t lh k'.\j 10 lt[a [ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 26.06.2025 ປີທີ 24 ສະບັບທີ 6.213 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 sk]n c[[;q 'c7[lqj 'glu , dkomj v'mj P;.orkdrN o .sh ,u 7;k,pn opq ' 100 xu lnj ,;o-q oxt8y ;a fs;Pfok, wfh Ij ;,rk]tdy fva o,u dPflts'j k0v'ra d{0v'-kf sk]n dtdP,]q '-5 dp6h goN v.odv'xt-5 ,.spj vq '7totra ddt-;'{vq 'dko{mh v'4yj o zq odv'xt-5 ,ltw\lk,a o 0v']a f4t[koxt9egfn vo,y 45 ok 2025 vq '7totra d vvxl gxu fdv'xt-5 ,7q [7tot ltw\mu V mk[mk,Ij k'czodkolh k' c]t xa [x5 'dq f\kp 5 xu 0v'ltrkcsj '-kf  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6 lts]5 [dkoxt8y [a f;Pd'kodv'xt-5 , ltw\lk,a ogmnj vmu 8-9 0v' lr- -5 fmu IX ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ( ປະທານກອງປະຊຸມ ) 8A '|h kza o0tspkpco;mk'xj Pocx'.\j Iv[fh ko ,u s]a ddko0v'ra d .sh c0'cI' c]t g0Q kl6 j ];'g]y dK ທ່ານ ຄຳແພງ ວິລະພັນ ທ່ານນາງອຳໄພວອນລ້ອມບຸນແພງ ຂປລ. ໃນວັນທີ 25 ມິຖຸນາ 2025 ນີ້, ກອງປະຊຸມສະໄໝສາມັນ ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ປະ ທານສະພາທິດສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສໍານັກຂ່າວສານ ຫວຽດນາມ ປະຈໍາລາວ ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/192521/6/2025) ໂດຍໄດ້ຕີລາຄາຕໍ່ ບົດບາດຂອງສື່ມວນຊົນ ແລະ ນັກ ຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວໃນການເຄື່ອນໄຫວ ວຽກງານວ່າ: “100 ປີ ສື່ມວນ ຊົນປະຕິວັດຫວຽດນາມ ໄດ້ຮ່ວມ ຂປລ. ຫ້ອງວ່າການສູນກາງ ພັກ ຈັດກອງປະຊຸມປຶກສາຫາລືສ້າງ ຄວາມເຂົ້າໃຈ ແລະ ເອກະພາບ ເພື່ອ ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃນວັນທີ 25 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະ ການສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ, ມີບັນດາສະຫາຍ ຄະນະພັກ, ຄະນະຮັບຜິດຊອບຊ່ວຍ ວຽກກະກຽມເນື້ອໃນກອງປະຊຸມ ໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ເພັດ ພົມພິພັກ ໄດ້ກ່າວ ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ຂປລ. ກອງປະຊຸມປຶກສາຫາລື ແບບວົງແຄບກັບຄະນະບໍລິຫານ ງານຂອງການປະສານງານອະນຸ ພາກພື້ນແມ່ນ້ຳຂອງຈັດຂຶ້ນໃນ ວັນທີ 25 ມິຖຸນາ 2025 ໃນໂອ ກາດງານມະຫະກຳການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າຂອງ ຫລື GMS ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ທີ່ ສປປ ລາວ ໄດ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານ ) ພາລະກິດອັນມີກຽດສະຫງ່າຂອງ ພັກ ແລະ ຂອງຊົນຊາດ” ສື່ມວນ ຊົນປະຕິວັດຫວຽດນາມ ໄດ້ຮ່ວມກັບ ປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານພວກ ລ່າເມືອງທັງເກົ່າ ແລະ ໃໝ່, ປະກອບ ນີ້, ກໍເພື່ອເປັນການກະກຽມຄວາມ ພ້ອມຮອບດ້ານ ໂດຍສະເພາະພະນັກ ງານຂອງຫ້ອງວ່າການສູນກາງພັກ ທີ່ຈະລົງໄປຊ່ວຍຊຸກຍູ້ການກະກຽມ ເນື້ອໃນເອກະສານກອງປະຊຸມໃຫຍ່ ສະຫາຍ ຄໍາພັນ ເຜີຍຍະວົງ ສະຫາຍ ເພັດ ພົມພິພັກ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະ ທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາ ແຫ່ງຊາດ, ຕາງໜ້າໃຫ້ຄະນະປະ ຈຳສະພາແຫ່ງຊາດ ສະຫລຸບການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານແຕ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຫາ 9 ແລະ ທິດທາງ ແຜນການຮອດກອງປະຊຸມສະໄໝ ສະພາແຫ່ງຊາດຊຸດທີ IX ວັນທີ 25 ມິຖຸນາ 2025 ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດ ໝາຍ, ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ທາບທາມຮ່າງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ X (2026-2030). ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ (ສສຊ) ກໍໄດ້ສຸມໃສ່ປະກອບຄຳເຫັນຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນ ຂປລ. ສະພາແຫ່ງຊາດ ປະກາດ ຮັບຮອງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ທັງໝົດ 10 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫລັງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/06/2025 xtgmf]k; 100 ປີ... ຫາລືກະກຽມ... ຜົນກອງປະຊຸມສະໄໝສາມັນ... gru j ,7;k,Ia [I6 h dj P;da [ dko8v[38h gsfl5 dglu omk'w-g[u ຂປລ. ໃນວັນທີ23ມິຖຸນາ2025 ນີ້, ກະຊວງເຕັກໂນໂລຊີແລະ ການສື່ ສານ (ກຕສ) ຮ່ວມກັບສະຖານທູດ ອົດສະຕຣາລີ ປະຈໍາລາວ ເປີດຊຸດ ຝືກອົບຮົມໃນຫົວຂໍ້: “ການຕອບໂຕ້ ເຫດສຸກເສີນທາງໄຊເບີ” ເພື່ອສ້າງ ຂີດຄວາມສາມາດດ້ານຄວາມປອດ ໄພທາງໄຊເບີ ແນໃສ່ເພີ່ມທະວີການ ກຽມພ້ອມ ແລະ ຮັບມືກັບໄພຄຸກຄາມ ທາງໄຊເບີໂດຍມີທ່ານນາງ ພິຊິດໄພ ກອກມິລາ ຮອງຫົວໜ້າກົມຄວາມ ປອດໄພທາງໄຊເບີ ກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ທ່ານ ອາລັນ ໄອ ເລຂານຸການເອກ, ສະ ຖານທູດອົດສະຕຣາລີ ປະຈໍາລາວ, ມີຜູ້ຕາງໜ້າຈາກບັນດາກົມພາຍ ໃນ ກຕສ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງທັງພາກລັດ, ເອກະຊົນ ແລະ ຂະແໜງການສຶກສາເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮຽນ ຮູ້ກ່ຽວກັບການຕອບໂຕ້ເຫດການ ສຸກເສີນ, ເຄື່ອງມື ແລະ ເຂົ້າໃຈ ລະອຽດຕໍ່ກັບຂັ້ນຕອນ, ວິທີການ ຕອບໂຕ້, ຂອດການປະສານງານ, ບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນ, ການຄຸ້ມຄອງຄວາມ ສ່ຽງ, ຈຸດອ່ອນ, ວິທີແກ້ໄຂ ແລະ ການສື່ສານກັບຜູ້ມີສ່ວນຮ່ວມໃນອົງ ກອນຕ່າງໆ; ຮຽນຮູ້ ແລະ ເຮັດແບບ ຝຶກຫັດ, ຈຳລອງເຫດການທາງໄຊ ເບີ ທີ່ເປັນເປົ້າໝາຍສົ່ງຜົນກະທົບ ຕໍ່ຂະແໜງການສຶກສາຂອງລາວ ເຊິ່ງແບບຝຶກຫັດດັ່ງກ່າວ, ຖືກອອກ ແບບມາເພື່ອທົດສອບການປະສານ ງານລະຫວ່າງອົງກອນ ແລະ ການ ຕັດສິນໃຈໃນເວລາເລັ່ງດ່ວນ. ຊຸດຝຶກອົບຮົມໃນຄັ້ງນີ້, ບໍ່ພຽງ ແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດ ໄພໄຊເບີ, ບັນດາກະຊວງອ້ອມ ຂ້າງ, ຂະແໜງການທີ່ເຮັດວຽກ ຕິດພັນ ແລະ ສະຖານທູດອົດສະ ຕຣາລີ ເທົ່ານັ້ນ, ແຕ່ຍັງເປັນການ ສົ່ງເສີມການສ້າງທັກສະ, ຄວາມ ສາມາດ ແລະ ແລກປ່ຽນຄວາມຮູ້ ລະຫວ່າງຜູ້ເຂົ້າຮ່ວມກັບຜູ້ຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນ ລະອຽດກ່ຽວກັບແນວທາງ ແລະ ວິທີການປະຕິບັດງານ ເພື່ອຮັບ ປະກັນສະພາບແວດລ້ອມທາງ ອອນລາຍທີ່ປອດໄພຂອງ ສປປ ລາວ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ຂ້າມຂະແໜງ. ພ້ອມນີ້, ຍັງສະທ້ອນໃຫ້ເຫັນເຖິງ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ລັດຖະບານລາວ ແລະ ລັດຖະບານ ອົດສະຕຣາລີ ໃນການສ້າງຄວາມ ເຂັ້ມແຂງທາງດ້ານດີຈິຕອນທົ່ວ ທຸກຂະແໜງການ ແລະ ຮັບປະ ກັນຄວາມປອດໄພຂອງໂຄງລ່າງ ພື້ນຖານຂໍ້ມູນຂ່າວສານທີ່ສຳຄັນ ຂອງຊາດ. ຂໍ້ມູນ-ພາບ: ເລັກເຊ່ຍ ສຸດທິວົງ ສ່ວນສຳຄັນເຂົ້າໃນໄຊຊະນະໃນ ການປະຕິວັດຊາດປະຊາທິປະໄຕ ປະຊາຊົນ, ທ້ອນໂຮມປະເທດຊາດ; ຮ່ວມກັບປະຊາຊົນບັນດາເຜົ່າກໍ່ສ້າງ ສັງຄົມນິຍົມໃນຂອບເຂດທົ່ວປະເທດ ແລະ ທັງໃນໄລຍະປ່ຽນແປງໃໝ່, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ ກ່າວວ່າ: ໃນສະພາບການໃໝ່ນີ້, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາໃໝ່ ໄດ້ຖືກຍົກຂຶ້ນຕໍ່ສື່ມວນ ຊົນປະຕິວັດຫວຽດນາມທີ່ຕ້ອງຜະ ເຊີນ ຊຶ່ງຕ້ອງມີວິທີການແກ້ໄຂກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກໃໝ່. ຕາມທັດ ສະນະຂອງຂ້າພະເຈົ້າແລ້ວ, ຍຸກ ຂອງການປະຕິວັດອຸດສາຫະກຳ 4.0 ມີການຂະຫຍາຍໂຕຢ່າງໄວ ວາຂອງເຕັກໂນໂລຊີດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່(Big Data), ອິນເຕີເນັດເຊື່ອມຕໍ່ທຸກສິ່ງ (IoT), ເຄື່ອຂ່າຍສັງຄົມອອນລາຍ... ບໍ່ ພຽງແຕ່ນໍາມາເຊິ່ງບັນດາໂອກາດ ແຕ່ຍັງມີຫລາຍສິ່ງທ້າຍທາຕໍ່ສື່ມວນ ຊົນປະຕິວັດຫວຽດນາມ. ການປະຕິ ວັດອຸດສາຫະກຳ 4.0 ໄດ້ປ່ຽນ ກິດຈະກຳທາງດ້ານເສດຖະກິດ ແລະ ສັງຄົມທັງໝົດຂອງມະນຸດ, ນັບທັງ ຂົງເຂດສື່ມວນຊົນກໍບໍ່ສາມາດຫລີກ ລ່ຽງໄດ້; ສື່ມວນຊົນ ກໍຄື ສື່ມວນ ຊົນປະຕິວັດຫວຽດນາມ ໃນຖານະ ຜູ້ຜະລິດດ້ານສື່ໂຄສະນາເຜີຍແຜ່ ຂໍ້ມູນ-ຂ່າວສານຕ້ອງໄດ້ຫັນປ່ຽນ ຍຸດທະສາດການຜະລິດທີ່ເໝາະສົມ ກັບຄວາມຕ້ອງການ ແລະ ແບບ ວິທີການເຂົ້າເຖິງ, ລົດນິຍົມຂອງ ປະຊາຊົນ; ຖ້າບໍ່ດັ່ງນັ້ນ, ບົດບາດ ຂອງສື່ມວນຊົນ ແລະ ນັກຂ່າວ ໂດຍ ສະເພາະສື່ມວນຊົນປະຕິວັດ ແລະ ນັກຂ່າວທີ່ເປັນທາງການຂອງພັກລັດ ກໍຈະຄ່ອຍໆສູນເສຍບົດບາດໄປ. ປັດຈຸບັນ, ສື່ມວນຊົນໄດ້ຫັນ ມານໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ: facebook, youtube, Zalo, tiktok,…ໃນການເຜີຍແຜ່ຂໍ້ມູນຂ່າວສານ; ຂະນະທີ່ບັນດາເຕັກໂນ ໂລຊີຕ່າງໆ ເປັນຕົ້ນ AI ກໍກໍາລັງ ພັດທະນາຢ່າງກ້າວກະໂດດ ໂດຍ ສະເພາະມີເຕັກໂນໂລຊີທີ່ສາມາດ ປະມວນພາບ ແລະ ຂໍ້ຄວາມຕາມທີ່ ຜູ້ໃຊ້ປ້ອນຂໍ້ມູນໃຫ້ຊຶ່ງເປັນປະໂຫຍດ ໃນການຊ່ວຍເຫລືອໃຫ້ຜູ້ໃຊ້ລວມທັງ ຜູ້ທີ່ຢູ່ໃນຂົງເຂດສື່ມວນຊົນເຮັດວຽກ ໄດ້ສະດວກ ແລະ ໄວຂຶ້ນເຮັດໃຫ້ AI ກໍາລັງແຜ່ຫລາຍໄປຍັງອຸດສາຫະກຳ ຕ່າງໆລວມທັງສື່ມວນຊົນ ແລະ ເປັນ ກາລະໂອກາດໃນການພັດທະນາ ບຸກຄະລາກອນສື່ມວນຊົນທັງເປັນ ໂອກາດສ້າງສັນຜົນງານໃໝ່ ຕາມ ຄວາມນິຍົມຂອງສັງຄົມ, ອາດຈະ ສາມາດຫັນປ່ຽນການໂຄສະນາ ແນວທາງນະໂຍບາຍຂອງພັກ ໄປສູ່ ຮູບການໂຄສະນາແບບໃໝ່ເປັນຊ່ອງ ທາງທີ່ໄວໜຸ່ມກຳລັງຕິດຕາມ ແລະ ໃຫ້ຄວາມສົນໃຈ. ແຕ່ເຖິງຢ່າງໃດ ກໍຕາມ, ໃນຫລາຍປະເທດກໍຍັງນໍາ ໃຊ້ຢ່າງມີຄວາມລະມັດລະວັງ ເພາະ ການນໍາເຕັກໂນໂລຊີ AI ມາມີສ່ວນ ໃນການເຮັດວຽກດ້ານສື່ມວນຊົນ ອາດນໍາມາຫລາຍບັນຫາທີ່ກະທົບຕໍ່ ຈັນຍາບັນນັກຂ່າວ ຊຶ່ງບາງປະເທດ ທີ່ລະບົບເຕັກໂນໂລຊີນີ້ບໍ່ທັນຮອງ ຮັບພາສາໄດ້ດີ, ເວລາປ້ອນຂໍ້ມູນໃຫ້ ລະບົບເຕັກໂນໂລຊີAI ເຮັດວຽກມັກ ຈະມີຂໍ້ມູນທີ່ຜິດພາດ, ການຄໍານວນ ໂຕເລກຜິດ ແລະ ການໃຊ້ພາສາທີ່ ບໍ່ເໝາະສົມ, ມີການກ່າຍເນື້ອໃນ ຈາກສຳນັກຂ່າວອື່ນຂໍ້ມູນທີ່ໄດ້ມາບໍ່ ຈະແຈ້ງ. ສະນັ້ນ, ເມື່ອເຫັນໄດ້ເຖິງບົດບາດ ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ກໍາແໜ້ນເນື້ອໃນ ຈິດໃຈຄໍາເຫັນຊີ້ນໍາຂອງຂັ້ນເທິງ ໂດຍສະເພາະຄໍາສັ່ງວ່າດ້ວຍການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 03 ຂັ້ນ ເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ຂອງ ຄະນະເລຂາທິການສູນກາງພັກ; ບົດ ແນະນໍາກ່ຽວກັບການກະກຽມເນື້ອ ໃນຮ່າງລາຍງານການເມືອງຂອງ ອົງຄະນະພັກແຕ່ລະຂັ້ນ ເລກທີ 05/ ຫສພ, ລົງວັນທີ 31 ຕຸລາ 2023 ຂອງຫ້ອງວ່າການສູນກາງພັກ ວາງ ອອກໃຫ້ເລິກເຊິ່ງ. ພ້ອມນັ້ນ, ກໍເພື່ອ ສ້າງຄວາມເຂົ້າໃຈ ແລະ ຄວາມເປັນ ເອກະພາບຕໍ່ພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບຂອງຫ້ອງ ວ່າການສູນພັກກາງພັກ ກໍຄື ຄະນະ ຮັບຜິດຊອບທີ່ຈະລົງຊ່ວຍຊຸກຍູ້ການ ກະກຽມເນື້ອໃນເອກະສານກອງ ປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຖືກ ທິດ ແລະ ລວງດຽວກັນ. ຂະນະ ດຽວກັນ, ກໍເພື່ອຍົກສູງຄຸນນະພາບ ໃນການປະຕິບັດໜ້າທີ່ຂອງຄະນະ ຮັບຜິດຊອບທີ່ຈະລົງຊ່ວຍຊຸກຍູ້ ການກະກຽມເນື້ອໃນກອງປະຊຸມ ໃຫຍ່ອົງຄະນະພັກ ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນຕາມລະດັບ ຄາດໝາຍຂອງຂັ້ນເທິງ. ສະຫາຍ ເພັດ ພົມພິພັກ ຍັງກ່າວ ຕື່ມອີກວ່າ: ປັດຈຸບັນທົ່ວພັກ, ທົ່ວ ລັດ, ທົ່ວສັງຄົມກໍາລັງສຸມໃສ່ການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ ທ້າຍສະໄໝ ແລະ ການສະເຫລີມ ສະຫລອງ 03 ວັນປະຫວັດສາດ. ໃນນັ້ນ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ພວມອອກແຮງ ແຂ່ງຂັນຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ໄລຍະທ້າຍສະໄໝ ແລະ ກະກຽມກອງປະຊຸມໃຫຍ່ຂອງຕົນ ຂຶ້ນໃນມໍ່ໆນີ້ ໂດຍສະເພາະມີບາງ ກະຊວງ, ອົງການ ແລະ ທ້ອງຖິ່ນ ມີແຜນຈະດໍາເນີນກອງປະຊຸມໃຫຍ່ ໃນລະຫວ່າງເດືອນສິງຫາ ຫາທ້າຍ ປີ 2025 ນີ້. (ຍົກເວັ້ນບາງອົງການ ຂອງພັກ ແລະ ອົງການຈັດຕັ້ງມະ ຫາຊົນທີ່ຈະເປີດຫລັງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ). ສະນັ້ນ, ຫ້ອງວ່າການສູນກາງພັກ ໃນຖານະ ທີ່ເປັນອົງການເສນາທິການຊ່ວຍໃນ ການກະກຽມເນື້ອໃນກອງປະຊຸມ ໃຫຍ່ 3 ຂັ້ນ ໂດຍສະເພາະການຮ່າງ ລາຍງານການເມືອງຂອງອົງຄະນະ ພັກແຕ່ລະຂັ້ນ ເຊິ່ງພວກເຮົາກໍໄດ້ ເປັນເຈົ້າການໃນຮ່າງບົດແນະນໍາ ເລກທີ 05/ຫສພ ຂຶ້ນເພື່ອແນະນໍາ ແລະ ສ້າງຄວາມຮັບຮູ້ເຂົ້້າໃຈເປັນ ຂປລ.ໃນຕອນແລງວັນທີ 25 ມິຖຸນາ 2025, ທີ່ສຳນັກງານ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍາ ນັກງານນາຍົກລັດຖະມົນຕີ, ໂຄສົກ ລັດຖະບານໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນກ່ຽວກັບຜົນກອງປະຊຸມ ສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນບ່າຍ ວັນທີ 24 ແລະ ອັດລົງໃນຕອນບ່າຍ ຂອງວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາບັນດາ ຫົວຂໍ້ສໍາຄັນ ຄື: ວາລະທີ1. ສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນ ມິຖຸນາ ແລະ ທິດທາງແຜນການ ປະຈໍາເດືອນກໍລະກົດ 2025 ຂອງ ລັດຖະບານ; ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານສະເພາະ ກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2025; ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ວຽກງານ ການຕ່າງປະເທດ; ແຜນການຮັບມື ກັບໄພພິບັດ ໂດຍສະເພາະການກຽມ ຮັບມືກັບນໍ້າຖ້ວມ, ການກະກຽມ ແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດ ການນໍ້າຢູ່ບັນດາເຂື່ອນ. ຕໍ່ການສະຫລຸບວຽກງານພົ້ນ ເດັ່ນປະຈໍາເດືອນມິຖຸນາ 2025, ກອງປະຊຸມໄດ້ຕີລາຄາເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບ ພາຍໃນປະເທດມີຝົນຕົກໜັກເຮັດ ໃຫ້ນໍ້າຖ້ວມ-ນໍ້າໄຫລຊຸພາໃຫ້ມີຜົນ ເສຍຫາຍທັງຊີວິດ ແລະ ຊັບສິນຢູ່ ບາງທ້ອງຖິ່ນ, ແຕ່ລັດຖະບານໄດ້ ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກ ຈຸດສຸມ ແລະ ມາດຕະການທີ່ກຳນົດ ໄວ້ມີຜົນສໍາເລັດຫລາຍດ້ານເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽນຮຽບຮ້ອຍໂດຍ ພື້ນຖານ, ສາມາດຈັດເກັບລາຍ ຮັບເຂົ້າງົບປະມາໄດ້ 36.540 ຕື້ ກີບ ເທົ່າກັບ 54% ຂອງແຜນການ ປີ, ແຜນລາຍຈ່າຍປະຕິບັດໄດ້ 24.572 ຕື້ກີບ ເທົ່າກັບ 34% ຂອງ ແຜນການປີ, ຄັງສໍາຮອງເງິນຕາ ຕ່າງປະເທດ ສາມາດກຸ້ມການນໍາ ເຂົ້າບໍ່ຫລຸດ 5 ເດືອນ, ສາມາດຊໍາ ລະໜີ້ສິນທັງພາຍໃນ ແລະ ຕ່າງ ປະເທດຕາມແຜນ; ໄດ້ສືບຕໍ່ສຸມໃສ່ ບູລະນະສ້ອມແປງເສັ້ນທາງຫລວງ ຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກ ຂອງການປະຕິວັດ 4.0 ແລະ ເຕັກ ໂນໂລຊີປັນຍາປະດິດໂອກາດ ແລະ ສິ່ງທ້າທາຍສໍາລັບນັກຂ່າວໃນການ ເຄື່ອນໄຫວວຽກງານດ້ານການຂ່າວ ຄືດັ່ງຍົກຂຶ້ນມານັ້ນ, ອົງການສື່ມວນ ຊົນຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງເງື່ອນໄຂໃນການພັດທະນານັກ ຂ່າວໃຫ້ມີຄວາມສຳນານໃນການນໍາ ໃຊ້ເຕັກໂນໂລຊີແລະ ຕິດພັນກັບການ ກຳແໜ້ນແນວທາງນະໂຍບາຍຂອງ ພັກ-ລັດ, ລະບຽບກົດໝາຍ ແລະ ຈັນຍາບັນນັກຂ່າວ, ບໍ່ຄວນອີງໃສ່ ແຕ່ເຕັກໂນໂລຊີຈົນຫລາຍເກີນໄປ; ຕິດຕາມຢ່າງໃກ້ຊິດບັນດາສື່ສັງຄົມ ອອນລາຍ ເພື່ອຄົ້ນເຫັນ ແລະ ຕີຖອຍ ຂໍ້ມູນ-ຂ່າວສານທີ່ບິດເບືອນໃສ່ຮ້າຍ ປ້າຍສີ ເພື່ອສ້າງໃຫ້ສັງຄົມເຂົ້າໃຈ ແລະ ທັງເປັນການຍົກສູງບົດບາດ ຂອງສື່ມວນຊົນ. ຂໍ້ມູນ-ພາບ: ສໍານັກຂ່າວສານຫວຽດ ນາມ ປະຈໍາລາວ ຄວາມສະຫງົບ ແລະ ວຽກງານ ການຕ່າງປະເທດ; ແຜນການຮັບມື ກັບໄພພິບັດ ໂດຍສະເພາະການກຽມ ຮັບມືກັບນໍ້າຖ້ວມ, ການກະກຽມ ແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານ ຈັດການນໍ້າຢູ່ບັນດາເຂື່ອນ. ກອງ ປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາ ຊິກລັດຖະບານ ໂດຍສະເພາະການ ກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມ ຄວາມພ້ອມຮັບມືຕໍ່ສະພາບຄວາມ ສ່ຽງ ແລະ ທ່າອ່ຽງຕ່າງໆທີ່ອາດ ເກີດຂຶ້ນ, ຮັບປະກັນການຈັດຕັ້ງ ປະຕິບັດມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ບັນດາຂໍ້ຄົງ ຄ້າງ ແລະ ຫາງສຽງບໍ່ດີຕ່າງໆໃນ ຂົງເຂດວຽກງານດັ່ງກ່າວ. ວາລະທີ 2: ກອງປະຊຸມພິຈາ ລະນາຮ່າງນິຕິກໍາ ຈໍານວນ 3 ສະ ບັບໂດຍໄດ້ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ ແລະ ຮ່າງ ດຳລັດວ່າດ້ວຍຖານຂໍ້ມູນພົນລະ ເມືອງ ແລະ ບັດປະຈຳຕົວ ເຊິ່ງ ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນ ກ່ຽວຂ້ອງນໍາເອົາບັນດາຮ່າງນິຕິ ກຳດັ່ງກ່າວ ໄປປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກລັດ ຖະບານ. ສຳລັບຮ່າງຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ. ກອງປະຊຸມຊີ້ ນໍາໃຫ້ສືບຕໍ່ຄົ້ນຄວ້າ, ຈັດສໍາມະນາ ແລະ ປັບປຸງຮ່າງຍຸດທະສາດດັ່ງ ກ່າວ ແລ້ວຈຶ່ງສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ. ຂ່າວ: ກົມປະຊາສຳພັນ ຫສນຍ ພາບ: ຂັນໄຊ ເອກະພາບຕໍ່ບັນຫາຈໍານວນໜຶ່ງ ກ່ຽວກັບໂຄງສ້າງ ແລະ ເນື້ອໃນ ຮ່າງລາຍງານການເມືອງ. ນອກ ນັ້ນ, ກໍຍັງມີເອກະສານປິ່ນອ້ອມຈໍາ ນວນໜຶ່ງເປັນຕົ້ນແຜນດໍາເນີນງານ, ມະຕິ ແລະ ເອກະສານອື່ນໆ. ຂ່າວ-ພາບ: ຂັນໄຊ ແຫ່ງຊາດ, ບັນດາເສັ້ນທາງທີ່ໄດ້ ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ ໃຫ້ສາມາດທຽວໄປມາໄດ້ສະດວກ ຂຶ້ນ; ໄດ້ສຸມໃສ່ປັບປຸງສະພາບ ແວດລ້ອມການທ່ອງທ່ຽວເປັນຕົ້ນ ສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳ ນວຍຄວາມສະດວກຕ່າງໆ; ໄດ້ສືບ ຕໍ່ປະຕິບັດເງິນອຸດໜູນໃຫ້ຄູອາສາ ສະໝັກ, ດໍາເນີນການສອບເສັງ ຈົບຊັ້ນ, ໄດ້ກະກຽມສ້າງເງື່ອນໄຂ ຕ່າງໆໃຫ້ແກ່ງານມະຫະກຳກິລາ ແຫ່ງຊາດ ທີ່ຈະຈັດຕັ້ງໃນທ້າຍປີນີ້ ຢູ່ນະຄອນຫລວງວຽງຈັນ; ໄດ້ສຸມ ໃສ່ປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ ຕາມມະຕິ 03/ຄບສພ ແລະ ມະຕິ 05/ສພຊ ເຊິ່ງໄດ້ປະກາດ ສໍາເລັດແລ້ວ; ໄດ້ເອົາໃຈໃສ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີພິບໄຫວ ເຊິ່ງໄດ້ເຄື່ອນໄຫວ ຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມ ສາກົນຂອງການນໍາພັກ-ລັດເປັນ ຕົ້ນທ່ານຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປເຂົ້າຮ່ວມວຽກງານ ຕາມການເຊື້ອເຊີນຢູ່ ສປ ຈີນ ແລະ ສ ຣັດເຊຍ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນກໍລະກົດ 2025 ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດແກ້ໄຂ ຄວາມທຸກຍາກຂອງປະຊາຊົນຕິດ ພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ ແລະ ແກ້ໄຂ ບັນຫາອາວຸດທີ່ນໍາໃຊ້ບໍ່ຖືກຕ້ອງ, ເອົາໃຈໃສ່ຕິດຕາມສະພາບການ ເຂົ້າ-ອອກເມືອງຜ່ານບັນດາດ່ານ, ສະກັດກັ້ນ ແລະ ແກ້ໄຂບັນຫາ ຕ່າງໆຢູ່ບໍລິເວນຊາຍແດນໃຫ້ມີ ຄວາມສະຫງົບຂຶ້ນ; ສຸມໃສ່ກະກຽມ ຮອບດ້ານໃຫ້ແກ່ການຈັດກອງ ປະຊຸມລັດຖະບານເປີດກວ້າງ ຄັ້ງ ທີ I ປະຈຳປີ 2025 ທີ່ຈະຈັດຂຶ້ນ ໃນເດືອນກໍລະກົດນີ້. ພ້ອມນີ້, ກໍ ໃຫ້ກະກຽມດ້ານເນື້ອໃນເພື່ອຜັນ ຂະຫຍາຍຜົນກອງປະຊຸມສະພາ ແຫ່ງຊາດ ກໍຄື ການກຳນົດແຜນ ວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ແລະ ຜັນຂະຫຍາຍ ນະໂຍບາຍສຳຄັນຕ່າງໆທີ່ສະພາ ແຫ່ງຊາດໄດ້ຮັບຮອງ; ສຸມໃສ່ ກະກຽມສະຫລຸບຕີລາຄາ 2 ວາລະ ແຫ່ງຊາດ ໃນທ້າຍປີ 2025; ສືບຕໍ່ ປັບປຸງກົງຈັກການຈັດຕັ້ງຕາມມະຕິ ຂອງຄະນະບໍລິຫານງານສູນກາງ ພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ ສພຊ ໃນໜ້າວຽກທີ່ຍັງບໍ່ທັນສຳເລັດ. ໃນນີ້, ສຸມໃສ່ຮ່າງດຳລັດວ່າດ້ວຍ ພາລະບົດບາດ, ສິດ ແລະ ໜ້າທີ່ ທັງການກໍານົດຕໍາແໜ່ງງານ ແລະ ສືບຕໍ່ສັບຊ້ອນຈັດວາງພະນັກງານ ຂອງບັນດາກະຊວງ, ອົງການທີ່ ໄດ້ປັບປຸງກົງຈັກຄືນໃໝ່ນັ້ນໃຫ້ສໍາ ເລັດພາຍໃນເດືອນກໍລະກົດ; ປັບປຸງ ກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ບັນດາກະຊວງສົມທົບກັບທ້ອງຖິ່ນ ປັບປຸງຂະແໜງສາຍຕັ້ງຂອງຕົນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ ສຳເລັດຕາມແຜນກຳນົດ; ສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດບັນດາມາດຕະ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນຂອງ ຄະນະສະເພາະກິດ 19/ກມສພ, ສືບ ຕໍ່ປັບປຸງບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນຕົ້ນປີ ແລະ ກຳນົດແຜນວຽກ ຈຸດສຸມ 6 ເດືອນທ້າຍປີ 2025; ຕິດຕາມປະເມີນຄວາມສ່ຽງ ແລະ ຄົ້ນຄວ້າມາດຕະການຮັບມືຕໍ່ກັບ ສະພາບຂາດແຄນນ້ຳມັນເຊື້ອໄຟທີ່ ອາດເກີດຂຶ້ນໃນຕໍ່ໜ້າ, ກະກຽມການ ສະໜອງເງິນຕາໃຫ້ແກ່ການນໍາເຂົ້າ ນໍ້າມັນ; ຮີບຮ້ອນຄົ້ນຄວ້າມາດຕະ ການແກ້ໄຂ ສຳລັບຜູ້ທີ່ໄດ້ຮັບຜົນ ກະທົບຈາກການປັບປຸງໂຄງສ້າງ ລາຄາໄຟຟ້າ ໂດຍເຮັດເປັນບັນຊີລະ ອຽດໄຈ້ແຍກຈັດລຳດັບຂັ້ນຜູ້ທີ່ໄດ້ ຮັບຜົນກະທົບແຕ່ໜ້ອຍຫາຫລາຍ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ກ່ຽວກັບການໂຄສະນາ ເຜີຍແຜ່ ໃຫ້ສັງຄົມຮັບຮູ້ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງ ລັດຖະບານ ໃນການແກ້ໄຂບັນຫາ ດັ່ງກ່າວ; ສຸມໃສ່ໃຫ້ການຊ່ວຍເຫລືອ ສຸກເສີນເບື້ອງຕົ້ນໃຫ້ແກ່ປະຊາຊົນ ຢູ່ທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກ ໄພພິບັດໃນລະດູຝົນລວມເຖິງການ ກະກຽມແຜນຟື້ນຟູຮີບດ່ວນຫລັງ ໄພພິບັດ ໂດຍໃຫ້ກະຊວງກ່ຽວຂ້ອງ ສົມທົບກັບແຂວງທີ່ໄດ້ຮັບຜົນກະທົບ ເກັບກຳຂໍ້ມູນຜົນເສຍຫາຍທີ່ຈະຕ້ອງ ເລັ່ງໃຫ້ການຊ່ວຍເຫລືອ ແລະ ຟື້ນຟູ; ສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ ເປ່ເພ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ ໂດຍຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດຂອງທ້ອງຖິ່ນ ພາຍຫລັງທີ່ໄດ້ມອບວຽກດັ່ງກ່າວ ໃຫ້ທ້ອງຖິ່ນຮັບຜິດຊອບທັງຄົ້ນ ຄວ້າປັບປຸງກົນໄກຕ່າງໆທີ່ເຫັນວ່າ ຫຍຸ້ງຍາກໃຫ້ວ່ອງໄວຂຶ້ນກວ່າເກົ່າ; ຕິດຕາມ, ເຝົ້າລະວັງ ແລະ ປັບປຸງ ການບໍລິຫານຈັດການບັນດາອ່າງ ເກັບນໍ້າຢູ່ແຕ່ລະເຂື່ອນໃຫ້ດີ, ລວມ ທັງການແຈ້ງເຕືອນໃຫ້ທ້ອງຖິ່ນບ່ອນ ໂຄງການຕັ້ງຢູ່ ໃຫ້ກະກຽມປ້ອງກັນ ແລະ ຮັບມືແກ້ໄຂສະພາບນ້ຳຖ້ວມ ທີ່ອາດເກີດຂຶ້ນ; ຊຸກຍູ້ສົ່ງເສີມການ ຜະລິດກະສິກໍາເປັນສິນຄ້າ ໂດຍ ສະເພາະແມ່ນການຜະລິດລະດູຝົນ ໃຫ້ໄດ້ຕາມແຜນ; 10 ສືບຕໍ່ສຸມໃສ່ ການເອົາຄູອາສາເຂົ້າເປັນກຳລັງ ທະຫານໃໝ່ ໄປເປັນຄູສອນຊ່ວຍຢູ່ ເຂດຫ່າງໄກສອກຫລີກທີ່ຂາດແຄນ ຄູ ເພື່ອໃຫ້ທັນປະຕິບັດໃນໄຕມາດ 3; ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງ ແຮງງານທີ່ປະເທດໃກ້ຄຽງສົ່ງກັບ ມາ ໂດຍຖືເອົາໂອກາດນີ້ອົບຮົມສີມື ແຮງງານ ແລະ ຈັດສັນອາຊີບໃຫ້ ເຂົາເຈົ້າ; ສືບຕໍ່ຜັນຂະຫຍາຍຜົນ ການໄປຢ້ຽມຢາມຕ່າງປະເທດຂອງ ການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ກອງປະຊຸມສຸດຍອດປິ່ນອ້ອມ ແລະ ອື່ນໆ; ກະກຽມໃຫ້ແກ່ການນໍາ ຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງ ປະເທດໃນຕໍ່ໜ້າ. ສ່ວນບັນດາບົດລາຍງານເປັນ ຕົ້ນສະຫລຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2025; ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ, ປ້ອງກັນ

xtgmf]k; 3 26/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ ມາລີດາ 8q ;c[[dko]h P'xkf5 dc[[,n vk-u [ glf4tdy fc0;'zQ 'lk]u 0tspkp8q ;1j k'8+ gonj v' ໃນໄລຍະຜ່ານມາການປະ ກອບອາຊີບການປູກ-ການລ້ຽງ ຂອງປະຊາຊົນບັນດາເຜົ່າຍັງລ້ຽງປູກ ແບບປະຖົມປະຖານ, ຕາມມີ ຕາມເກີດ ເຖິງຈະສ້າງລາຍໄດ້ເຂົ້າ ຄອບຄົວຢູ່ ແຕ່ບໍ່ພໍເທົ່າໃດ, ພໍພຽງ ໄດ້ແກ້ໄຂຄອບຄົວໃນແຕ່ລະວັນ, ເດືອນ, ປີເທົ່ານັ້ນ. ແນວໃດກໍດີພາຍ ຫລັງທີ່ລັດຖະບານເຢຍລະມັນ ໄດ້ ໃຫ້ການສະໜັບສະໜູນເງິນ ຜ່ານ ກອງທຶນສົ່ງເສີມການເຂົ້າເຖິງ ແຫລ່ງເງິນຂອງລາວ (-A'') ທາງສະຖາບັນການເງິນປະຕູຄຳ ກໍໄດ້ມີການປ່ອຍເງິນກູ້ໃຫ້ຜູ້ຢາກ ປະກອບອາຊີບແບບມືອາຊີບໃໝ່ ໄດ້ມີຫລາຍຄອບຄົວສາມາດປະ ກອບອາຊີບການລ້ຽງແບບມືອາ ຊີບ ຫລື ແບບໃໝ່ຂຶ້ນມາ ກາຍເປັນ ຕົວແບບໃຫ້ຜູ້ອື່ນໆ ມາທັດສະນະ ທັງຖອດຖອນບົດຮຽນນຳ. ນັບວ່າເປັນໂອກາດດີຂອງສື່ ມວນຊົນ ແລະ ສະມາຊິກຜູ້ກູ້ເງິນໄດ້ ໂອກາດເຂົ້າຮ່ວມກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ທ່ານ ສົມຈິດ ຫັບລະກອນ ຮອງປະທານຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງ 2; ຮອງປະທານ ສະພາປະຊາຊົນແຂວງ ຊຸດທີ II ແຂວງຜົ້ງສາລີ ໃຫ້ສໍາພາດກ່ຽວ ກັບການຈັດຕັ້ງປະຕິບັດໃນຫລາຍ ວຽກງານຜ່ານມາ, ແຕ່ມື້ນີ້ ຄໍລໍາ “ສຽງຈາກສະພາ”ຈະຍົກບາງ ດ້ານ ທີ່ພົ້ນເດັ່ນມານໍາສະເໜີໃຫ້ ບັນດາທ່ານໄດ້ຮັບຮູ້ນໍາກັນວ່າ: ໃນໄລຍະຜ່ານມາ ສະພາປະຊາຊົນ ແຂວງຜົ້ງສາລີ ໄດ້ເອົາໃຈໃສ່ໃນ ຫລາຍໆວຽກງານໜຶ່ງໃນນັ້ນກໍ ແມ່ນ ວຽກງານດ້ານການຕິດຕາມ ກວດກາ ໄດ້ເປັນເຈົ້າການປະ ສານ ສົມທົບກັບບັນດາກຳມາທິການ ຂອງສະພາແຫ່ງຊາດ ແລະ ຄະນະ ກຳມະການ ພາຍໃນສະພາປະຊາ ຊົນແຂວງໄດ້ລົງເຄື່ອນໄຫວຕິດ ຕາມຊຸກຍູ້ອົງການປົກຄອງແຂວງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານເປົ້າໝາຍ ເພື່ອ ເກັບກຳສະພາບການ ຈຳນວນ 5 ຄັ້ງ; ໂດຍຫົວຂໍ້ແມ່ນຕິດຕາມການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິຂອງກອງປະຊຸມສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ວຽກງານຊົນເຜົ່າ ແລະ ສາສະໜາ; ບັນດາໂຄງການ ລົງທຶນຂອງລັດ, ການລົງທຶນຂອງ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດ ຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ແລະ ຕິດຕາມກວດກາຕໍ່ກັບບັນຫາຫາງ ສຽງຂອງສັງຄົມ ເຫັນວ່າອົງການ ປົກຄອງແຂວງໄດ້ຈັດຕັ້ງປະຕິບັດ ແລະ ມີຜົນງານພົ້ນເດັ່ນ ຍົກໃຫ້ເຫັນ ບາງດ້ານດັ່ງນີ້: ຜ່ານການຈັດຕັ້ງ ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຢາເສບຕິດ ເຫັນວ່າແຂວງສືບ ຕໍ່ມີຄວາມສະຖຽນລະພາບດ້ານ ການເມືອງມີຄວາມສະຫງົບໂດຍ ພື້ນຖານ ປະຊາຊົນສາມາດທໍາມາ ຫາກິນເປັນປົກກະຕິ; ສໍາເລັດການ ດໍາເນີນກອງປະຊຸມອົງຄະນະພັກ ເມືອງ 7 ເມືອງ ພ້ອມທັງປັບປຸງຊັບ ຊ້ອນພະນັກງານນໍາພາ-ຄຸ້ມຄອງ ໃນຂະແໜງການອ້ອມຂ້າງແຂວງ ຈໍານວນໜຶ່ງ; ເຫັນວ່າແຂວງໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ເຮັດ ໃຫ້ເສດຖະກິດຂະຫຍາຍຕົວຢ່າງ ຕໍ່ເນື່ອງຄາດຄະເນວ່າເສດຖະກິດ ມະຫາພາກໃນປີ 2025 ຈະຂະ ຫຍາຍຕົວຢູ່ໃນລະດັບ 6,92%; ໃນ 6 ຕົ້ນປີນີ້ສາມາດສ້າງມູນຄ່າ ເພີ່ມໄດ້ 2. 673.46 ຕື້ກີບ ເທົ່າ ກັບ 33,27% ຂອງແຜນ, ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 608 ໂດລາສະຫະລັດ ເທົ່າກັບ 33,61% ຂອງແຜນ, ໃນນີ້: ຂະແໜງກະສິ ກຳ ແລະ ປ່າໄມ້ ກວມ 53,75%, ຂະແໜງອຸດສາຫະກຳ ແລະ ຫັດ ຖະກຳ ກວມ 9,75%, ຂະແໜງບໍລິ ການກວມ 34,58% ແລະ ພາສີ- ອາກອນກວມ 1,92% ໄດ້ຫັນໄປ ຕາມທ່າແຮງ ແລະ ຈຸດພິເສດຂອງ ແຂວງ, ຂະແໜງເສດຖະກິດໄດ້ຮັບ ການພັດທະນາ ແລະ ມີໝາກຜົນ ເປັນຕົ້ນ ແມ່ນການຜະລິດກະສິກຳ ເປັນສິນຄ້າມີ: ຊາ, ຢາງພາລາ, ກາເຟ, ອ້ອຍ ແລະ ເຄື່ອງປ່າຂອງ ດົງທີ່ເປັນສິນຄ້າ; ສໍາລັບການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ ເຫັນວ່າ: ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ມີ ຄວາມເອົາໃຈໃສ່ໃນການນໍາພາຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກ ງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໄດ້ຊຸກຍູ້ການ ພັດທະນາພື້ນຖານໂຄງລ່າງ, ສົ່ງ ເສີມ ແລະ ຈັດສັນອາຊີບທີ່ໝັ້ນຄົງ ໃຫ້ປະຊາຊົນ ສ້າງເປັນກຸ່ມ ແລະ ການລ້ຽງສັດເປັນຟາມ ເປັນຕົ້ນ ການປູກ, ການລ້ຽງ ໂດຍສະເພາະ ແມ່ນປູກພືດລະດູແລ້ງ ມີ ຊາ, ກ້ວຍ, ອ້ອຍ ແລະ ຢາງພາລາ, ລ້ຽງປາ, ໝູ, ງົວ, ຄວາຍ. ສ່ວນເສັ້ນທາງນັ້ນ ມາຮອດປັດຈຸບັນບ້ານທີ່ມີເສັ້ນທາງ ເຂົ້າເຖິງທັງໝົດ 503 ບ້ານ, ກວມ 100%, ໃນນັ້ນເສັ້ນທາງເຂົ້າເຖິງ ບ້ານໄດ້1ລະດູ(ລະດູແລ້ງ)ມີ168 ບ້ານ, ກວມ 33,13% ແລະ ເສັ້ນ ທາງເຂົ້າເຖິງບ້ານ 2 ລະດູ (ລະດູ ແລ້ງ ແລະ ລະດູຝົນ) ມີ 335 ບ້ານ, ກວມ 66,87%ຂອງຈໍານວນບ້ານ ທີ່ມີເສັ້ນທາງເຂົ້າເຖິງ, ປັດຈຸບັນ ທົ່ວແຂວງມີ 507 ບ້ານ, ບ້ານພັດ ທະນາທັງໝົດ 31ບ້ານ, ຈາກການ ປະເມີນຄວາມທຸກຍາກຕາມດໍາ ລັດ 348 /ລບ ທົ່ວແຂວງຜົ້ງສາລີ ສາມາດແກ້ໄຂບ້ານພົ້ນທຸກໄດ້ 183 ບ້ານ, ບ້ານທຸກຍາກຍັງເຫລືອ 324 ບ້ານ, ຄອບຄົວພົ້ນທຸກໄດ້ 17.425 ຄອບຄົວ, ຄອບຄົວທຸກຍາກຍັງ ເຫລືອ 19.824 ຄອບຄົວ ແລະ ປະ ກາດຮັບຮອງສ້າງຕົວເມືອງນ້ອຍ ໃນຊົນນະບົດ 4 ບ້ານ ຄື: ບ້ານສິນ ໄຊ ເມືອງຂວາ ແລະ ບ້ານຢໍ້ ເມືອງ ບຸນເໜືອ, ບ້ານໃຫຍ່ອູເໜືອ ເມືອງ ຍອດອູ, ບ້ານ ລ່ອງນາຍ ເມືອງບຸນ ໃຕ້ ເຊິ່ງປັດຈຸບັນພ້ອມສຸມໃສຈັດ ຕັ້ງປະຕິບັດພັດທະນາກຸ່ມບ້ານບໍລິ ເວນຊາຍແດນ ລາວ-ຫວຽດນາມ ຄື (ກຸ່ມບ້ານນໍ້າຮາງ ເມືອງສໍາພັນ) ແມ່ນໂຄງການຮ່ວມມື ຂອງ 2 ກົມ ການເມືອງ ລາວ-ຫວຽດນາມ ໃນ ມູນຄ່າທັງໝົດ 912.260.620.000 ດົງ , ໃນນີ້ ສສ ຫວຽດນາມ 648.044.119.000 ດົງ, ແລະ ສປປ ລາວ 264.216.501.000 ດົງ, ໃຫ້ສໍາເລັດໃນປີ 2025. ໃນນາມສະມາຊິກສະພາແຫ່ງ ຊາດ ໃນຖານະເປັນຕົວແທນແຫ່ງ ສິດຜົນປະໂຫຍດຂອງປະຊາຊົນບັນ ດາເຜົ່າ ຮຽກຮ້ອງມາຍັງພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຜົ້ງ ສາລີ ຈົ່ງສືບຕໍ່ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ໃຫ້ໜັກແໜ້ນ; ເປັນເຈົ້າການໃນການປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ຕາມເງື່ອນໄຂ, ຄວາມອາດສາມາດ ບົ່ມຊ້ອນຂອງທ້ອງຖິ່ນ ເຮັດໃຫ້ ຊີວິດການເປັນຢູ່ມີການຫັນປ່ຽນທີ່ ຕັ້ງໜ້າ ເພື່ອແນໃສ່ເຮັດໃຫ້ປະເທດ ມັ່ງຄັ່ງເຂັ້ມແຂງ ແລະ ສາມາດຜ່ານ ຜ່າຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນທີ່ພວມຜະເຊີນ ໜ້ານີ້ໂດຍໄວ; ສືບຕໍ່ຕິດຕາມຂໍ້ມູນ ຂ່າວສານສະພາບການທາງພາຍ ໃນປະເທດ ກໍ່ຄືຕ່າງປະເທດ ດ້ວຍ ຫລາຍຊ່ອງທາງ ແລະ ພິຈາລະນາ ການບໍລິໂພກຂ່າວສານທີ່ຖືກຕ້ອງ ຫລີກລ່ຽງບັນຫາຂ່າວທີ່ຄສະນາ ບິດເບືອນ ເພື່ອປະກອບສ່ວນໃນ ການດໍາລົງຊີວິດ. ຮັບການຮ່ວມມື ແລະ ນຳພາທາງ ໂດຍ ທ່ານ ມີໄຊ ວົງພະຈັນ ຮອງຜູ້ ອຳນວຍການສະຖາບັນການເງິນ ປະຕູຄໍາ ແລະ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ. ຜູ້ຈັດການກອງທຶນ ເພື່ອ ການເຂົ້າເຖິງການເງິນຂອງລາວ (-A'') ໄດ້ນຳພາທາງພວກເຮົາ ໄປທັດສະນະສຶກສາຢູ່ຊັບຈະເລີນ ຟາມ ເຊິ່ງເປັນຟາມຕົວແບບໃນ ການລ້ຽງປາດຸກແບບໃໝ່ ຢູ່ບ້ານ ດົງຄວາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເພື່ອເຮັດໃຫ້ຜູ້ທີ່ມາ ຊົມ ຢ້ຽມຢາມ ໄດ້ຮັບຮູ້ເຖິງເຕັກນິກ ການກະເສດສະໄໝໃໝ່ ທັງຮຽນຮູ້ ວິທີລ້ຽງປາດຸກແບບມືອາຊີບ ທີ່ມີ ຕະຫລາດຮອງຮັບ ເຮັດໃຫ້ທຸລະກິດ ຄອບຄົວມີຄວາມຍືນຍົງ ແລະ ສາ ມາດສ້າງລາຍຮັບໄດ້. ທ່ານ ອານຸສັກ ແກ້ວຈະເລີນ ຜູ້ ບໍລິຫານຊັບຈະເລີນຟາມໄດ້ໃຫ້ຮູ້ ວ່າ: ຊັບຈະເລີນຟາມ ສ້າງຕັ້ງຂຶ້ນ ໃນປີ 2022 ດ້ວຍທຶນຈົດທະບຽນ 3 ຕື້ກີບ, ມີເນື້ອທີ່ 22 ເຮັກຕາ. ໃນ ນັ້ນ, ດໍາເນີນກິດຈະການລ້ຽງປາ ດຸກ, ເພາະລູກປາດຸກ, ໂຮງງານ ແປຮູບປາ ແລະ ປູກຕົ້ນພ້າວ ເຊິ່ງ ເປັນອີກຟາມໜຶ່ງທີ່ກຳລັງມີການ ຂະຫຍາຍຕົວທາງເສດຖະກິດ. ການລ້ຽງປາດຸກແບບມືອາຊີບ ແລະ ເປັນສິນຄ້າທີ່ມີຕະຫລາດຮອງ ຮັບ ແມ່ນເພື່ອຄໍ້າປະກັນສະອຽງອາ ຫານໃຫ້ກັບນະຄອນຫລວງ ແລະ ຕ່າງແຂວງ, ພ້ອມດຽວກັນນັ້ນ ຍັງ ສາມາດຕໍ່ຍອດຜະລິດຕະພັນ (ແປ ຮູບປາດຸກແດດດຽວ, ປາດຸກແຊ່ ແຂງ, ປາແດກປາດຸກ, ລູກຊີ້ນປາ ດຸກ, ໂຮງງານນໍ້າປາ ແລະ ອື່ນໆ) ສົ່ງພາຍໃນ ແລະ ສົ່ງອອກຕ່າງປະ ເທດ. ຕາມການສຳຫລວດຄວາມ ຕ້ອງການປາດຸກສົດໃນນະຄອນ ຫລວງວຽງຈັນ ໃນແຕ່ລະມື້ປະ ມານ 20-25 ໂຕນ (ລວມທັງແປ ຮູບ). ການລ້ຽງປາດຸກແບບໃໝ່ ຂອງຕົນ ແມ່ນລ້ຽງໃສ່ອ່າງທີ່ເຮັດ ດ້ວຍແຜ່ນອາລູຊິງ ແລະ ມີລະບົບ ບໍາບັດນໍ້າໝູນວຽນໃນອ່າງປາ ເຊິ່ງ ເຮັດໃຫ້ນໍ້າສະອາດ ແລະ ບໍ່ມີກິ່ນ. ການລ້ຽງດັ່ງກ່າວ ເຮັດໃຫ້ປາໄດ້ ທັງປະລິມານ ແລະ ຄຸນນະພາບ. ນອກຈາກການລ້ຽງແລ້ວ, ຍັງໄດ້ ໃຫ້ຄໍາປຶກສາດ້ານວິຊາການລ້ຽງ ປາດຸກ, ສະໜອງລູກປາດຸກ, ສະ ໜອງຫົວອາຫານ, ສະໜອງອຸປະ ກອນການລ້ຽງປາ (ອ່າງລ້ຽງປາ) ແລະ ຝຶກອົບຮົມໃຫ້ກັບສະມາຊິກ. ຂະນະທີ່ ທ່ານ ມີໄຊ ວົງພະຈັນ ຮອງຜູ້ອຳນວຍການສະຖາບັນ ການເງິນປະຕູຄໍາ ໄດ້ກ່າວວ່າ: ສະ ຖາບັນນໍາພາສະມາຊິກເງິນກູ້ ແລະ ສື່ມວນຊົນມາຢ້ຽມຢາມຄັ້ງນີ້, ເພື່ອ ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ທັງເຮັດໃຫ້ມີຄວາມຄິດໃໝ່ ໃນ ການສ້າງເສດຖະກິດຄອບຄົວໃຫ້ ຫລຸດພົ້ນຈາກຄວາມທຸກຍາກ ແລະ ກ້າວໄປສູ່ການບໍລິການຈາກທະນາ ຄານ. ສະຖາບັນການເງິນປະຕູຄໍາ ສ້າງຕັ້ງຂຶ້ນໃນປີ 2012, ໄດ້ດຳ ເນີນກິດຈະການພາຍໃຕ້ການຄຸ້ມ ຄອງຂອງທະນະຄານແຫ່ງ ສປປ ລາວ. ໃນນັ້ນ, ໃຫ້ສິນເຊື່ອ ແລະ ຮັບ ເງິນຝາກໃຫ້ແກ່ປະຊາຊົນຜູ້ທີ່ມີ ລາຍໄດ້ຕໍ່າຫາປານກາງ, ສ່ວນຜະ ລິດຕະພັນກໍມີການເງິນກູ້ບໍລິໂພກ ແລະ ເງິນກູ້ກະສິກຳ ເຊິ່ງເງື່ອນໄຂ ຂອງຜູ້ທີ່ຕ້ອງການທຶນ ຕ້ອງແມ່ນ ຄົນລາວ ແລະ ຢາກລົງມືປະກອບ ອາຊີບຢ່າງແທ້ຈິງ. ມາຮອດປັດຈຸ ບັນທາງສະຖາບັນປ່ອຍເງິນກູ້ໄດ້ 2.000 ບັນຊີ. ສຳລັບ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ ຜູ້ຈັດການກອງທຶນ ເພື່ອ ການເຂົ້າເຖິງການເງິນຂອງລາວ (-A'') ກໍໃຫ້ຮູ້ວ່າ: ກອງທຶນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ເຊິ່ງ ກອງທຶນ -A'' ໄດ້ສ້າງຕັ້ງຂຶ້ນ ໃນປີ 2014 ໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານເຢຍລະມັນ. ໃນ ນັ້ນ ທາງໂຄງການໄດ້ຮັບທຶນຊ່ວຍ ເຫລືອມາແລ້ວສອງຄັ້ງເປັນກອງ ທຶນທີ່ປ່ອຍກູ້ແບບມອບເໝົາ ເຊິ່ງ ຈະໄດ້ປ່ອຍກູ້ໃຫ້ແກ່ສະຖາບັນຈຸລະ ພາກທີ່ຮັບເງິນຝາກ ແລະ ທະນາ ຄານທຸລະກິດ, ປັດຈຸບັນໄດ້ປ່ອຍກູ້ ໄດ້ 7 ສະຖາບັນ ຄື: 3 ສະຖາບັນ ທຸລະກິດ ແລະ 4 ສະຖາບັນຈຸລະ ພາກ. ນອກຈາກນັ້ນ ຍັງໄດ້ສະໜັບ ສະໜູນດ້ານວິຊາການໃຫ້ແກ່ສະຖາ ບັນ ແລະ ລູກຄ້າລາຍຍ່ອຍຂອງສະ ຖາບັນ. ການທີ່ໄດ້ລົງມາທັດສະນະ ໃນຄັ້ງນີ້ ເຫັນວ່າລູກຄ້າຜູ້ທີ່ໄດ້ຮັບ ເງິນກູ້ຢືມໄປແລ້ວ ແມ່ນໄດ້ລົງມື ຈັດຕັ້ງປະຕິບັດທີ່ແທດເໝາະກັບ ເງື່ອນໄຂຂອງໂຄງການ. ສະມາຊິກຫລາຍທ່ານເວົ້າສຽງ ດຽວກັນວ່າ: ດີໃຈຫລາຍທີ່ມີໂອກາດ ມາຮ່ວມທັດສະນະໃນຄັ້ງນີ້ ເຊິ່ງ ເປັນປະສົບການໃໝ່ ແລະ ໄດ້ຮຽນ ຮູ້ເຕັກນິກການລ້ຽງແບບເປັນມືອາ ຊີບ ແລະ ສາມາດສ້າງເສດຖະກິດ ຄອບຄົວໄດ້ດັ່ງຊັບຈະເລີນຟາມ ແລະ ບົດຮຽນທີ່ໄດ້ມາທັດສະນະຄັ້ງ ນີ້ ເປັນແຮງຈູງໃຈກັບໄປເສີມຂະ ຫຍາຍການລ້ຽງຂອງຕົນໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==