ຂປລ
ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ໄດ້ຈັດຂຶ້ນ ຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງຂອງສປ ຈີນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 26 ມິຖຸນານີ້, ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ໄດ້ຈັດຂຶ້ນ ຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງຂອງສປ ຈີນ, ທ່ານ ຕົງຈວິ່ນ, ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດຈີນ ເປັນປະທານ ກອງປະຊຸມ ແລະ ກ່າວຄຳປາໄສວ່າ: ໃນທ່າມກາງ ສະຖານະການ ສາກົນ ມີການປ່ຽນແປງ ແລະ ຄວາມວຸ້ນວາຍນີ້, ຍິ່ງຕ້ອງການໃຫ້ ອົງການ ຮ່ວມມື ຊຽງໄຮ້ ເສີມຂະຫຍາຍ ບົດບາດ “ສະເໜີ ຮັກສາ ສະຖຽນ ລະພາບ”.ສປ ຈີນ ຍິນດີ ຮ່ວມກັບ ປະເທດ ສະມາຊິກຕ່າງໆ, ເດັດດ່ຽວ ຮັກສາ ຈຸດປະສົງ ດັງເດີມ ຂອງອົງການ ຮ່ວມມື ຊຽງໄຮ້, ສົ່ງເສີມ “ຈິດໃຈ ຊຽງໄຮ້”, ປົກປັກຮັກສາ ຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ ຢ່າງເດັດດ່ຽວ,ພ້ອມກັນຮັບມືກັບ ສິ່ງທ້າທາຍ ດ້ານຄວາມໝັ້ນຄົງ, ຊຸກຍູ້ການຮ່ວມມື ດ້ານການປ້ອງກັນ ແລະ ຄວາມໝັ້ນຄົງ ໃຫ້ດຳເນີນ ຢ່າງໝັ້ນທ່ຽງ ແລະ ຍາວນານ, ສະໜອງ ການຄ້ຳຊູ ທີ່ແຂງແຮງກວ່າເກົ່າ ເພື່ອກໍ່ສ້າງບ້ານ ແຫ່ງຄວາມສາມັກຄີ ແລະ ໄວ້ເນື້ອເຊື່ອໃຈກັນ,ມີສັນຕິພາບ ແລະ ຄວາມສະຫງົບ,ຈະເລີນຮຸ່ງເຮືອງ ແລະ ມີການພັດທະນາ,ໄມຕີຈິດ ກັບບ້ານໃກ້ ເຮືອນຄຽງ, ມີຄວາມຍຸຕິທຳ ແລະ ຄວາມເປັນທຳ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL