ຂປລ
ພິທີສະຫລຸບ ແລະ ມອບລາງວັນ ໂຄງການນະວັດຕະກຳ ກ່ຽວກັບຢາງ (ປຣາດຕິກ)ປີ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ຫລວງ ຮ່າໂນ້ຍ, ໂຄງການ ໂດຍກະຊວງ ກະສິກຳ ແລະ ສິ່ງແວດ ລ້ອມ, ໂຄງການ ພັດທະນາ ສປຊ ປະຈຳ ສສ ຫວຽດນາມ ຈັດຂຶ້ນ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ພິທີສະຫລຸບ ແລະ ມອບລາງວັນ ໂຄງການນະວັດຕະກຳ ກ່ຽວກັບຢາງ (ປຣາດຕິກ)ປີ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ຫລວງ ຮ່າໂນ້ຍ, ໂຄງການ ໂດຍກະຊວງ ກະສິກຳ ແລະ ສິ່ງແວດ ລ້ອມ, ໂຄງການ ພັດທະນາ ສປຊ ປະຈຳ ສສ ຫວຽດນາມ ຈັດຂຶ້ນ. ຕາມຕົວເລກ ຄາດຄະເນ ຂອງທະນາຄານ ໂລກ (WB) ທີ່ໄດ້ຍົກອອກມາ ຢູ່ພິທີ, ແຕ່ລະປີ ສສ ຫວຽດນາມ ມີຂີ້ເຫຍື້ອ ປະເພດຢາງ ປະມານ 3,9 ລ້ານໂຕນ, ໃນນັ້ນມີ 0,28–0,73 ລ້ານໂຕນ ອອກສູ່ ສິ່ງແວດລ້ອມ ທາງນ້ຳ ແລະ ມະຫາສະໝຸດ. ໃນໄລຍະຜ່ານມາ, ສສ ຫວຽດນາມ ໄດ້ສະແດງ ຄຳໝັ້ນສັນຍາ ຢ່າງແຮງ ຕໍ່ບັນດາ ການກະທຳ ລະອຽດ ລະດັບຊາດ ແລະ ສາກົນ. ໃນນັ້ນ, ນະວັດຕະກຳ ໄດ້ຮັບຖືວ່າ ແມ່ນໄມ້ງັດສຳຄັນ ເພື່ອຫັນ ບັນດາ ຄຳໝັ້ນສັນຍາ ໃຫ້ປະກົດ ຜົນເປັນຈິງ, ຜ່ານການຊອກ ບັນດາ ມາດຕະການ ໃໝ່, ເຕັກໂນໂລຊີໃໝ່ ແລະ ຮູບແບບ ດຳເນີນ ທຸລະກິດ ແບບຍືນຍົງ. ໂຄງການ ນະວັດຕະກຳ ກ່ຽວກັບ ຢາງປີ 2025 ໄດ້ຮັບຖືວ່າ ແມ່ນຂໍ້ລິເລີ່ມ ດີເດັ່ນ ໃນຄວາມມານະ ພະຍາຍາມນັ້ນ. ພຽງແຕ່ 4 ເດືອນ ຜັນຂະຫຍາຍ, ໂຄງການ ໄດ້ຮັບ ຂໍ້ລິເລີ່ມ 116 ຂໍ້ມາຈາກ ທົ່ວປະເທດ, 25 ຂໍ້ລິເລີ່ມດີເດັ່ນ ໄດ້ຮັບ ການຄັດເລືອກ ເຂົ້າຮອບ ກ້າເບ້ຍ, ແລະ 12 ຂໍ້ລິເລີ່ມ ດີເດັ່ນ ໄດ້ເຊີດຊູ ຢູ່ພິທີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL