ຂປລ
ແຂວງຈຳປາສັກ ແມ່ນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເປັນຕົ້ນ: ປ່າໄມ້, ພູຜາ, ແມ່ນ້ຳລຳເຊ, ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ: ເຊປ່ຽນ,ດົງຫົວສາວ ແລະ ພູຊຽງທອງ ແລະ ປ່າສະຫງວນຂອງແຂວງ 7 ແຫ່ງ ທີ່ເຕັມໄປດ້ວຍສັດສາວາສິ່ງ ແລະ ຊີວະນາໆພັນເຊິ່ງເປັນສະຖານທີ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
*ແຂວງຈຳປາສັກ ແມ່ນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເປັນຕົ້ນ: ປ່າໄມ້, ພູຜາ, ແມ່ນ້ຳລຳເຊ, ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ: ເຊປ່ຽນ,ດົງຫົວສາວ ແລະ ພູຊຽງທອງ ແລະ ປ່າສະຫງວນຂອງແຂວງ 7 ແຫ່ງ ທີ່ເຕັມໄປດ້ວຍສັດສາວາສິ່ງ ແລະ ຊີວະນາໆພັນເຊິ່ງເປັນສະຖານທີ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນຍັງເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າສີ່ພັນດອນ ຫລື ສີພັນດອນ. ເຂດຊາຍແດນໃຕ້ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະ ໃຫຍ່ເປັນອັນດັບໜຶ່ງຂອງອາຊີຕາເວັນອອກສຽງໃຕ້. ນອກຈາກນັ້ນຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ຄວັດເປັນລິງລາຍຕາມເລື່ອງຂອງສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະສອນ... ຜາສາດຫີນສ້າງຂຶ້ນໃນລະຫວ່າງພສ 1200 ຫລື ຄສ 700. ປີ 2003. ຜາສາດຫີນ ວັດພູຈຳປາສັກຖືກປະກາດ ເປັນມໍລະດົກໂລກ ໂດຍອົງການສະຫະປະຊາຊາດເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແນັສໂກ). ບຸນ ວັດພູຖືກຈັດຂຶ້ນໃນເດືອນສາມເພັງຂອງທຸກໆປີ.

ເພື່ອຊຸກຍູ້ກຳນົດເປົ້າໝາຍ ແລະ ເງື່ອນໄຂ ສະເໜີຄັດເລືອກ ເມືອງຈຳປາສັກ ສະໝັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນປະຈໍາປີ 2026 ທ່ີຈະມາເຖິງນ້ີ, ຄະນະກຳມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຂັ້ນແຂວງ ແລະ ຂັ້ນເມືອງ ນໍາໂດຍພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ພ້ອມດ້ວຍພະນັກງານວິຊາການພະແນກການທີ່ກ່ຽວຂ້ອງຂອງ ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຈໍາປາສັກ. ການເຄື່ອນໄຫວປະເມີນຄັ້ງນີ້ໄດ້ຕິດຕາມກວດກາເບິ່ງຈຸດສໍາຄັນຕ່າງໆທີ່ເປັນສະຖານທ່ີບໍລິການ, ສະຖານທີ່ສາທາລະນະລວມມີ 8 ຈຸດ ເຊິ່ງເປັນຈຸດກ່ຽວພັນກັບການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຫລື ມວນຊົນເຂົ້າມາໃຊ້ບໍລິການ ເຊັ່ນ: ຄິວລົດໂດຍສານ, ຕະຫລາດດອນຕະລາດ, ສວນສາທາ ລະນະວັດສີສຸມັງ, ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ຮ້ານຂາຍ ເຄື່ອງຜະລິດຕະພັນຫັດຖະກໍາ, ຮ້ານເຄືີ່ອງປັ້ນດິນເຜົາ, ສະຖານທ່ອງທ່ຽວວັດເມືອງກາງ ແລະ ຮ້ານຫັດຖະກຳໄມ້ປ່ອງ. ການເຄື່ອນໄຫວປະເມີນແຕ່ລະຈຸດກໍໄດ້ຮັບຟັງການລາຍງານຈາກຜູ້ຮັບຜິດຊອບສະຖານທີ່ ກ່ຽວກັການຮັກສາຄວາມສະອາດ, ການເຮັດໃຫ້ເປັນພື້ນທີ່ສີຂຽວ, ການມີຫ້ອງນໍ້າສະອາດອາຊຽນ. ຈາກນັ້ນ, ຄະນະກໍາມະການທີ່ເຂົ້າຮ່ວມການປະເມີນ ກໍໄດ້ມີຄໍາແນະນໍາໃຫ້ຜູ້ປະກອບການກໍຄືຜູ້ຮັບຜິດຊອບສະຖານ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ. ທັງນີ້ກໍເພື່ອເປັນພື້ນຖານເຮັດໃຫ້ເມືອງຈໍາປາສັກ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນໃນອະນາຄົດອັນໃກ້ນີ້.

ສໍາລັບເນື້ອໃນການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ມີຄື: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນເມືອງ, ພື້ນຖານໂຄ່ງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ.
(ຂໍ້ມູນຈາກໜັງສືພິມຈຳໃໝ່)
KPL