ພະຍາດເລືອດດຳແມ່ນຫຍັງ

10/06/2025 09:26
Email Print 377
ຂປລ ພະຍາດໄຂ້ເລືອດດຳ ແມ່ນເກີດຈາກເຊື້ອຈຸລິນຊີຊະນິດໜ່ຶງທ່ີເກີດຕາມທຳມະຊາດຢູ່ໃນດິນ, ພົບຫລາຍໃນຂົງເຂດພື້ນທີ່ທົ່ວໂລກ ແລະ ສັດຈະສາມາດຕິດເຊື້ອພະຍາດນີ້ໄດ້ ເຊັ່ນ: ງົວ, ຄວາຍ, ແບ້, ໝູ ແລະ ສັດປ່າບາງຊະນິດ.

   *ພະຍາດໄຂ້ເລືອດດຳ ແມ່ນເກີດຈາກເຊື້ອຈຸລິນຊີຊະນິດໜ່ຶງທ່ີເກີດຕາມທຳມະຊາດຢູ່ໃນດິນ, ພົບຫລາຍໃນຂົງເຂດພື້ນທີ່ທົ່ວໂລກ ແລະ ສັດຈະສາມາດຕິດເຊື້ອພະຍາດນີ້ໄດ້ ເຊັ່ນ: ງົວ, ຄວາຍ, ແບ້, ໝູ ແລະ ສັດປ່າບາງຊະນິດ ເຊິ່ງພະຍາດດັ່ງກ່າວສາມາດເຮັດໃຫ້ມີອາການເຈັບເປັນຂັ້ນຮຸນແຮງ ແລະ ເສຍຊີວິດໄດ້.

   ການແພ່ເຊື້ອຂອງພະຍາດນ້ີ ໂດຍປົກກະຕິແລ້ວພະຍາດໄຂເລືອດດຳຈະບໍ່ສາມາດຕິດຕໍ່ຈາກສັດສູ່ສັດ ຫລື ຈາກຄົນສູ່ຄົນ, ຄົນເຮົາສ່ວນໃຫຍ່ຕິດເຊື້ອພະຍາດນ້ີໄດ້ຈາກການສຳຜັດໂດຍກົງກັບສັດທີ່ປ່ວຍ ຫລື ຕາຍ ຫລື ກິນຊີ້ນສັດເຈັບເປັນ ເຊັ່ນ: ສຳຜັດກັບຊີ້ນສັດ, ໜັງ, ຂົນ ແລະ ກະດູກຂອງສັດທີ່ມີເຊື້ອພະຍາດ, ກິນ ຫລື ຈັບບາຍພາກສ່ວນຕ່າງໆຂອງສັດທີມີເຊື້ອພະຍາດດັ່ງກ່າວ ເຊິ່ງຈະມີອາການດັ່ງນີ້: 

     ການຕິດເຊື້ອພະຍາດໄຂ້ເລືອດດຳຢູ່ຜິວໜັງ: ອາການເບື້ອງຕົ້ນຂອງພະຍາດໄຂ້ເລືອດດຳ ສ່ວນໃຫຍ່ມີອາການທາງຜິວໜັງເຊັ່ນ: ຕຸ່ມແຜຢູ່ຜິວໜັງ. ການຕິດເຊື້ອພະຍາດໄຂ້ເລືອດດຳໃນກະເພາະລຳໃສ້: ອາດມີຄວາມເປັນໄປໄດ້ໃນການຕິດເຊື້ອພະຍາດໄຂ້ເລືອດກຳໃນກະເພາະລຳໃສ້ຈາກການກິນຊີ້ນດິບ ຫລື ປຸງແຕ່ງສຸກໆດິບໆ, ຈະມີອາການເຈັບທ້ອງ ຫລື ຮາກ.

ການປ້ອງກັນພະຍາດໄຂ້ເລືອດດຳ: ການປ້ອງການຕົນເອງແມ່ນຄວນປະຕິບັດຄວາມສະອາດໃນເວລາເບິ່ງແຍງລ້ຽງສັດ, ການຂ້າ-ຄົວສັດ, ການຄົວຊີ້ນສຳລັບບໍລິໂພກ ແລະ ການປຸງແຕ່ງອາຫານຈາກຊີ້ນສັດ. ຫລີກລ່ຽງການຈັບບາຍ ຫລື ກິນຊີ້ນສັດທີ່ປ່ວຍກະທັນຫັນ ຫລື ຊີ້ນບໍ່ຮູ້ແຫລ່ງທີ່ມາ, ເວລາແຕ່ງກິນຕ້ອງໃຫ້ສຸກດີ, ຖ້າມີການຂ້າສັດ ຫລື ຄົວຊີ້ສັດໃຫ້ໃສ່ເຄື່ອງປ້ອງກັນຕົນເອງ ແລະ ຖົງມື, ລາຍງານສະພາບສັດທີ່ປ່ວຍ ຫລື  ຕາຍໃຫ້ກັບອົງການປົກຄອງທ້ອງຖິ່ນຊາບຢ່າງຮີບດ່ວນ.

(ຂໍ້ມູນຈາກ:ສູນຂ່າວສານການແພດສຸຂະສຶກສາ)

KPL

ຂ່າວອື່ນໆ

ads
ads

Top