ນາຍົກລັດຖະມົນຕີໄທ ສືບຕໍ່ໄປສຳຫລວດກວດກາເຂດຊາຍແດນຕິດກັບ ກຳປູເຈຍ

27/06/2025 15:35
Email Print 101
ຂປລ ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີໄທ ຈະໄປຢ້ຽມຢາມແຂວງ ສຣະແກ້ວ, ໜຶ່ງໃນ 7 ແຂວງ ຂອງປະເທດນີ້ ຢູ່ເຂດຊາຍແດນຕິດກັບ ກຳປູເຈຍ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 26 ມິຖຸນາ, ທ່ານ ຈິຣາຍຸ ຫວງຊັບ(Jirayu Houngsub)ໂຄສົກ ລັດຖະບານ ໄທ ໃຫ້ຮູ້ວ່າ ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີໄທ ຈະໄປຢ້ຽມຢາມແຂວງ ສຣະແກ້ວ, ໜຶ່ງໃນ 7 ແຂວງ ຂອງປະເທດນີ້ ຢູ່ເຂດຊາຍແດນຕິດກັບ ກຳປູເຈຍ. ການເຄື່ອນໄຫວ ແມ່ນເພື່ອແນໃສ່ ຢັ້ງຢືນການສະໜັບ ສະໜູນ ແລະໃຫ້ກຳລັງໃຈ ສຳລັບກຳລັງ ເຈົ້າໜ້າທີ່ ແລະ ນັກຮົບ ພວມປະຕິບັດໜ້າທີ່. ຕາມແຜນການແລ້ວ, ທ່ານ ນາຍົກລັດຖະມົນຕີໄທ ຈະເປັນປະທານ ກອງປະຊຸມ ກັບຜູ້ບັນຊາການ ທະຫານ ເຂດ 1 ແລະ ບັນດາອົງການ ທີ່ມີໜ້າທີ່ ຮັບຜິດຊອບ ຢູ່ທ້ອງຖິ່ນ ກ່ຽວກັບ ສະພາບການ ຄວາມໝັ້ນຄົງ ເຂດຊາຍແດນ, ບັນດາມາດຕະການ ຈຳກັດການເດີນທາງໄປມາ ທີ່ຫາກໍ່ໄດ້ຮັບ ການນຳໃຊ້, ວຽກງານປ້ອງກັນ ຕ້ານອາດຊະຍາກຳ ຂ້າມຊາດ ກໍ່ຄື ສະພາບການ ການຄ້າ, ກະສິກຳ ຢູ່ທ້ອງຖິ່ນ. ທ່ານ ນາຍົກລັດຖະມົນຕີໄທ ກໍ່ຈະລົງສຳຫລວດ ບັນດາ ການເຄື່ອນໄຫວ ຢູ່ປ້ອມກວດກາ ເຂດຊາຍແດນ ໂດຍກົງ, ລົງຢ້ຽມຢາມ ປະຊາຊົນ, ວິສາຫະກິດ ທ້ອງຖິ່ນ ແລະ ບັນດາບັນດາ ພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່. ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີໄທ ຈະຮັບຟັງ ແລະ ແກ້ໄຂ ບັນດາ ຄວາມວິຕົກ ກັງວົນ ຂອງວົງການ ເຈົ້າໜ້າທີ່ທ້ອງຖິ່ນ ແລະ ປະຊາຊົນ ກ່ຽວກັບ ວຽກງານ ຮັບປະກັນ ຄວາມໝັ້ນຄົງ, ຄວາມປອດໄພ ແລະ ບັນດາບັນຫາ ເກີດຂຶ້ນ ໂດຍກົງ. ລັດຖະບານໄທ ໃຫ້ຄຳໝັ້ນສັນຍາ ຮັບປະກັນ ຄວາມໝັ້ນຄົງ ແຫ່ງຊາດ ແລະ ຊຸກຍູ້ຄວາມສະຖຽນລະພາບ ຢູ່ເຂດຊາຍແດນຕິດກັບ ກຳປູເຈຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top