ຂປລ
ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ວາງເປົ້າໝາຍ ແລະ ຈຸດສຸມການພັດທະນາໃນໄລຍະ 5 ປີຕໍ່ໜ້າ (2025-2029) ໂດຍຈະສ້າງເມືອງນາໝໍ້ ໃຫ້ກາຍເປັນເມືອງອຸດສາຫະກຳ, ພັັດທະນາດ້ານກະສິກຳຕິດພັນກັບການປຸງແຕ່ງໂດຍສຸມໃສ່ 6 ເປົ້າໝາຍ 18 ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ.
*ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ວາງເປົ້າໝາຍ ແລະ ຈຸດສຸມການພັດທະນາໃນໄລຍະ 5 ປີຕໍ່ໜ້າ (2025-2029) ໂດຍຈະສ້າງເມືອງນາໝໍ້ ໃຫ້ກາຍເປັນເມືອງອຸດສາຫະກຳ, ພັັດທະນາດ້ານກະສິກຳຕິດພັນກັບການປຸງແຕ່ງໂດຍສຸມໃສ່ 6 ເປົ້າໝາຍ 18 ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ເພື່ອສ້າງພື້ນຖານອັນໜັກແໜ້ນ ໄປສູ່ການສ້າງເສດຖະກິດເອກະລາດເປັນເຈ້ົາຕົນເອງ ພ້ອມທັງສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 4,97%, ລວມຍອດລາຍຮັບຜົນຜະລິດພາຍໃນ ໃຫ້ບັນລຸ 1.601 ກວ່າຕື້ກີບ, ລາຍຮັບຕໍ່ຫົວຄົນໃຫ້ບັນລຸ 1.415 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນນັ້ນ, ຂະແໜງກະສິກໍາ ແລະ ປ່າໄມ້ຂະຫຍາຍຕົວໃນລະດັບ 5,26% ກວມ 56,21%; ຂະແໜງອຸດສາຫະກໍາຂະຫຍາຍຕົວໃນລະດັບ 5,11% ກວມ 19,84%; ຂະແໜງບໍລິການຂະຫຍາຍຕົວໃນລະດັບ 4,43% ກວມ 23,95%.
ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງຮັກສາການເຈົ້າເມືອງໆນາໝໍ້ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງອຸດົມໄຊ ເມື່ອບໍ່ດົນມານີ້ວ່າເມືອງນາໝໍ້ ຕັ້ງຢູ່ທາງທິດເໜືອຂອງແຂວງອຸດົມໄຊ ຢູ່ລຽບຕາມເສັ້ນທາງຫລວງແຫ່ງຊາດ 13 ເໜືອ, ມີຊາຍແດນຕິດກັບແຂວງຜົ້ງສາລີ, ແຂວງຫລວງນໍ້າທາ ແລະ ສປ ຈີນ, ພ້ອມທັງມີສະຖານີລົດໄຟລາວ-ຈີນຕັ້ງຢູ່, ມີເສັ້ນທາງຄົມມະນາຄົມ ແລະ ໂທລະຄົມເຂົ້າເຖິງ; ປະຊາຊົນບັນດາເຜົ່າມີມູນເຊື້ອດຸໝັ່ນ ໃນການອອກແຮງງານ ແລະ ທຳການຜະລິດກະສິກຳ; ມີຊັບພະຍາກອນທຳຊາດທີ່ເອື້ອອຳນວຍເຊັ່ນ: ມີພື້ນທີທຳການຜະລິດກະສິກຳ, ມີປ່າໄມ້ ແລະ ເຄື່ອງປ່າຂອງດົງ, ມີສາຍນ້ຳທຳ ມະຊາດ, ນອກນັ້ນຍັງມີຊັບພະຍາ ກອນໃຕ້ດິນ ທີ່ເປັນທ່າແຮງບົມ ຊ້ອນ ເພື່ອການຂຸດຄົ້ນ ແລະ ນຳໃຊ້ ເຂ້ົາໃນການພັດທະນາເສດຖະກິດ- ສັງຄົມພາຍໃນເມືອງ. ເມືອງນາໝໍ້ ມີເນື້ອທີ່ 1.921 ກິໂລຕາແມັດ, ມີ 63 ບ້ານ, ມີ 12.031 ຄອບຄົວ, ມີພົນລະເມືອງ 48.145 ຄົນ ຍິງ 23.588 ຄົນ, ມີ 11 ຊົນເຜົ່າ. ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນລະດັບ 4,75% ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວ 5,24%, ຂະແໜງອຸດສາຫະກຳ-ການຄ້າຂະ ຫຍາຍຕົວ 5,90% ແລະ ຂະແໜງບໍລິການຂະຫຍາຍຕົວ 3,21% ລວມຍອດຜະລິດຕະພັນພາຍໃນເມືອງບັນລຸ 1.307,55 ຕື້ກີບ, ສະ ເລ່ຍຕໍ່ຫົວຄົນໄດ້ 1.276 ໂດລາສະຫະລັດຕໍ່ຄົນຕໍ່ປີ.
ທ່ານ ຄຳຈັນ ລາວຈືເບັງ ກ່າວຕື່ມວ່າ: ໂດຍເລັ່ງໃສ່ເສົາຄ້ຳເສດຖະກິດ ທີ່ເປັນທ່າແຮງຂອງເມືອງ ເຊັ່ນ: ເລັ່ງໃນການພັດທະນາດ້ານອຸດສາຫະກຳ: ນິຄົມອຸດສາຫະກຳອະມະຕະ, ໂຮງງານຊີມັງ, ໄຟຟ້າແສງຕາເວັນ, ການປຸງແຕ່ງດ້ານຜະລິດດ້ານກະສິກຳ; ພັດທະນາດ້ານການບໍລິການ: ສຸມໃສ່ການບໍລິການດ້ານການຄ້າ, ການຂົນສົ່ງໂລຈິສຕິກ, ບໍລິການດ້ານການທ່ອງທ່ຽວ; ການພັດທະນາດ້ານກະສິກຳສຸມໃສ່ການປູກພືດອຸດສາຫະກຳທີ່ເປັນທ່າແຮງ ເຊັ່ນ: ຢາງພາລາ, ຢາສູບ, ອ້ອຍ, ພືດສະບຽງອາຫານ ແລະ ການລ້ຽງສັດເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກ. ສະນັ້ນ, ເພື່ອສ້າງພື້ນຖານອັນໜັກແໜ້ນເພື່ອຮັບຮອງໃຫ້ແຜນພັດທະນາດັ່ງກ່າວນັ້ນ, ເມືອງນາໝໍ້ຈະເລັ່ງໃສ່ວຽກຈຸດສຸມຈຳນວນໜຶ່ງ ເປັນຕົ້ນສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການລົງທຶນ, ສ້າງສະພາບແວດລ້ອມການລົງທຶນໃຫ້ສະດວກ, ວ່ອງໄວ, ໂປ່ງໃສ, ສ້າງບັນຊີຮຽກການລົງທຶນໃນເມືອງໃຫ້ຈະ ແຈ້ງ, ພັດທະນາສີມືແຮງງານ ເພື່ອຕອບສະໜອງແກ່ການພັດທະນາໂດຍສະເພາະສົ່ງເສີມພັດທະນາອະຊີວະສຶກສາ, ພັດທະນາສີມືແຮງງານ ເພື່ອຕອບສະໜອງຕະຫລາດແຮງງານກໍຄືການສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ ພ້ອມທັງສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ເພື່ອຮັບຮອງແກ່ການພັດທະນາ ໂດຍສະເພາະທາງເຊື່ອມຕໍ່ເຊື່ອມຈອດ ແລະ ທາງເຂົ້າເຂດການຜະລິດ, ຈັດສັນການພັດທະນາທີ່ດິນໃຫ້ເປັນລະບົບ ເພື່ອສ້າງພື້ນຖານອຳນວຍຄວາມສະດວກ ແກ່ການພັດທະນາຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ຍືນຍົງ, ລົງກໍ່ສ້າງ ຮາກຖານການເມືອງ ເຮັດວຽກງານການເມືອງແນວຄິດຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ໜັກແໜ້ນ.
KPL