ສສຊ ສະເໜີ ໃຫ້ລັດຖະບານເລັ່ງແກ້ໄຂ ຫລາຍບັນຫາເຄັ່ງຮ້ອນ ຂັບເຄື່ອນການພັດທະນາ

09/06/2025 21:03
Email Print 123
ຂປລ ຂປລ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ

ຂປລ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ການປະກອບຄຳຄິດຄຳເຫັນ ຂອງ ສສຊ ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ລັດຖະບານ ຍາດມາໄດ້ໃນໄລຍະຜ່ານມາ, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫລາຍບັນຫາສຳຄັນ ທີ່ຍັງແກ້ໄຂບໍ່ໄດ້ດີເທົ່າທີຄວນ ແລະ ບັນຫາທີ່ເປັນຂໍ້ຄົງຄ້າງ ທີ່ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດ ໃນປັດຈຸບັນ ເປັນຕົ້ນ ສະ ເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ລາຄາຄ່າໄຟຟ້າ ທີ່ເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍຄື ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະບານ ເລັ່ງປັບປຸງ, ສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກສະບາຍ ເພື່ອອຳນວຍຄວາມສະດວກ ໃຫ້ກັບປະຊາຊົນ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ທັງເປັນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ມາຍຟອງ ມາຍຊາຍ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາມ່ວນ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ມີຄວາມພະຍາຍາຍາມ ແລະ ຍາດໄດ້ຜົນງານໃນຫລາຍດ້ານ ໃນການພັດທະນາເສດ ຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2025 ເຮັດໃຫ້ເສດຖະກິດຂອງປະເທດ ມີທ່າກ້າວຂະຫຍາຍຕົວ ດ້ວຍທ່ວງທ່າທີ່ໜ້າເພິ່ງພໍໃຈ ດ້ວຍອັດຕາການເຕີບໂຕທາງເສດຖະກິດ ໃນໄຕມາດທີ 1 ຂອງປີ 2025 ໃນລະດັບ 4,5%. ເຖິງຢ່າງໃດກໍຕາມ ການເຕີບໂຕດ້ານເສດຖະກິດໃນລະດັບ 4,5% ນີ້ ໂດຍສະເພາະແມ່ນລາຍຮັບຂອງລັດຖະບານ ສ່ວນໃຫ່ຍແມ່ນຍັງອາໃສລາຍໄດ້ ຈາກການຂຸດຄົ້ນແຮ່ທາດທຳມະຊາດ ສົ່ງອອກຂາຍເປັນວັດຖຸດິບ, ສ່ວນລາຍຮັບ ຫລື ການເຕີບໂຕດ້ານເສດຖະກິດ ຈາກການຜະລິດພາຍໃນ ແມ່ນຍັງມີໜ້ອຍຫລາຍ. ສະນັ້ນ, ສະເໜີໃຫ້ລັດຖະບານ ລອງປະເມີນຄືນເບິ່ງວ່າ ຖ້າເຮົາບໍ່ຄິດໄລ່ລາຍຮັບຈາກການຂຸດຄົ້ນແຮ່ທາດສົ່ງອອກຂາຍຕ່າງປະເທດນັ້ນ ອັດຕາການເຕີບໂຕດ້ານເສດຖະກິດ ທີ່ເກີດຈາກການຜະລິດພາຍໃນ ຈະເປັນຈັກເປີເຊັນແທ້?, ການພັດທະນາເສດຖະກິດ ທີ່ອາໃສແຫລ່ງລາຍຮັບ ຈາກການສົ່ງແຮ່ທາດຂາຍອອກໄປຕ່າງປະເທດ ນີ້ ມັນກົງກັນຂ້າມກັບແນວທາງນະໂຍບາຍ ຫລື ຄໍາຂັວນ ຂອງພັກ-ລັດທີ່ວາງໄວ້ວ່າ: ການພັດທະນາເສດຖະກິດ-ສັງຄົມ ຕ້ອງໄປຕາມທິດຍືນຍົງ ແລະ ສີຂຽວ ເນື່ອງຈາກວ່າ ການຂຸດຄົ້ນແຮ່ທາດທໍາມະຊາດ ສົ່ງອອກຂາຍນັ້ນ ມັນໝົດແລ້ວກໍຈະໝົດໄປ ຈຶ່ງບໍ່ມີລັກສະນະຍືນຍົງ. ເໜີໃຫ້ລັດຖະບານ ພິຈາລະນາຢຸດຕິການອະນຸມັດ ໂຄງການຂຸດຄົ້ນແຮ່ທາດຕ່າງໆ ລວມທັງແຮ່ຫາຍາກ ທີ່ກຳລັງດຳເນີນໄປໃນຂະນະນີ້. ແຕ່ຖ້າຢາກສືບຕໍ່ຂຸດຄົ້ນ ກໍສະເໜີໃຫ້ຕັ້ງໂຮງງານເພື່ອນຳເອົາແຮ່ທາດຕ່າງໆນັ້ນ ມາຜະລິດເປັນສິນຄ້າສົ່ງອອກ ເພື່ອເພີ່ມມູນຄ່າ ໃຫ້ຊັບພະຍາກອນທຳມະ ຊາດຖືກນຳໃຊ້ຢ່າງຄຸ້ມຄ່າ ແລະ ມີຄວາມຍືນຍົງ, ພ້ອມທັງສ້າງລາຍຮັບໃຫ້ປະເທດຊາດ ຫລາຍຂຶ້ນກວ່າເກົ່າ. ການຂຸດຄົ້ນແຮ່ທາດທໍາມະຊາດສົ່ງຂາຍອອກຕ່າງປະເທດ ຍັງຂັດກັບແນວທາງພັດທະນາເສດຖະ ກິດໄປຕາມທິດສີຂຽວ ເພາະມັນສົ່ງຜົນສະທ້ອນ ຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມ ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ແມ່ນໍ້າລຳເຊ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສັດລ້ຽງຕາຍ, ປະຊາຊົນຈົ່ມວ່າ ເນື່ອງຈາກກະທົບຕໍ່ເນື້ອທີ່ ທຳມາຫາກິນຂອງປະຊາຊົນ, ເຮັດໃຫ້ຖະໜົນຫົນທາງຖືກທໍາລາຍ ໂດຍບໍ່ມີການປົວແປງ, ສົ່ງຜົນສະທ້ອນເຖິງ ການຄົມມະນາຄົມຂົນສົ່ງໄປມາຂອງປະຊາຊົນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາຢຸດຕິ ການອະນຸມັດການຂຸດຄົ້ນແຮ່ທາດທຳມະຊາດ ທີ່ກຳລັງດຳເນີນໄປໃນຂະນະນີ້ ຫລື ໃຫ້ປະເມີນຄືນຜົນກະທົບຕ່າງໆ ແລ້ວ ຊັ່ງຊາຄືນຜົນໄດ້-ຜົນເສຍທີ່ຈະຕາມມາ.

ທ່ານ ມາຍຟອງ ມາຍຊາຍ ກ່າວອີກວ່າ: ເຖິງວ່າອັດຕາການເຕີບໂຕ ດ້ານເສດຖະກິດໃນໄຕມາດທີ 1 ຂອງປີ 2025 ແມ່ນສູງເຖິງ 4,5% ແລະ ອັດຕາເງິນເຟີ້ ຫລຸດລົງເລື້ອຍໆ ຈາກ 24,77% ໃນໄລຍະດຽວກັນຂອງປີ 2024 ລົງເປັນ 11,1% ໃນປີ 2025, ແຕ່ປະກົດວ່າ ຊິວິດການເປັນຢູ່ຂອງພະ ນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ປະຊາຊົນບັນດາເຜົ່າ ຍັງຫຍຸ້ງຍາກຝືດເຄືອງ, ລາຄາສີນຄ້າທຸກຢ່າງ ນັບມື້ແພງຂຶ້ນເລື້ອຍໆ ລວມທັງຄ່າໄຟຟ້າ ກໍແພງຂຶ້ນບໍ່ສົມຄູ່ກັບລາຍຮັບຂອງປະຊາຊົນ ແລະ ລາຄາໄຟຟ້າ ຍັງມີທ່າອ່ຽງວ່າຈະເພີ່ມຂຶ້ນໄປເລື້ອຍໆໃນແຕ່ລະເດືອນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາເບິ່ງວ່າ ເປັນຫຍັງຈຶ່ງເປັນແນວນີ້ (ເສດຖະກິດມີການເຕີບໂຕ, ໄພເງີນເຟີ້ຫລຸດລົງ ແຕ່ປະຊາ ຊົນຍັງພົບກັບຄວາມຫຍຸ້ງຍາກດ້ານການດຳລົງຊີວິດ ອັນເນື່ອງມາຈາກລາຄາສິນຄ້າ ແລະ ຄ່າໄຟທີ່ແພງຂື້ນເລື້ອຍໆ).

ສຳລັບ ແຜນປະຕິຮູບລັດວິສະຫະກິດຂອງລັດຖະບານ ທີ່ກຳລັງສຸມໃສ່ປັບປຸງ 4 ລັດວິສະຫະກິດໃຫຍ່ ເປັນຕົ້ນ ລັດວິສະຫະກິດໄຟຟ້າລາວ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ທະນະຄານນະໂຍບາຍ ສະເໜີໃຫ້ລັດຖະບານ ປະເມີນ ແລະ ສະຫລຸບເປັນລາຍລັກອັກອອນເບິ່ງວ່າ ຜົນຂອງການປະຕິຮູບລັດວິສະຫະກິດໄຟຟ້າລາວ ທີ່ເລີ່ມຕົ້ນມາແຕ່ປີ 2022 ເປັນຕົ້ນມານັ້ນ ມີຜົນສໍາເລັດຄືແນວ ໃດ ແລະ ໄດ້ຊ່ວຍປະຢັດລາຍຈ່າຍ ແລະ ສ້າງລາຍຮັບທີ່ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຫລາຍປານໃດ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top