ສພຊ ຕີລາຄາການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ ວາລະແຫ່ງຊາດ

09/06/2025 11:50
Email Print 205
ຂປລ ຂປລ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ ບົດລາຍງານຂອງລັດຖະບານ




ຂປລ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ ບົດລາຍງານຂອງລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດານເສດຖະກິດ ໂດຍສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ສົມມາດ ພົນເສນາ ​ໄດ້ໃຫ້ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາ ຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ. ຜ່ານການຕິດຕາມ ກວດກາສະພາແຫ່ງຊາດ ເຫັນວ່າບາງຄາດໝາຍມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ ຕາມມະຕິສະພາແຫ່ງຊາດ, ການເກັບກຳຂໍ້ມູນ ຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ. ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສຳເລັດຕາມຄາດໝາຍ ເຊັ່ນ: ການຈັດຕັ້ງປະຕິບັດພັດທະ ນາ ເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ບັນດາຫລັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນ ຍັງບໍ່ທັນເຫັນ ໄດ້ຜົນງານອັນພົ້ນເດັ່ນ, ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ເສບຕິດຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບ ຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ; ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4,5%, ແຕ່ການພັດທະນາ ເສດຖະກິດ-ສັງຄົມ ໃນປັດຈຸບັນ ຍັງບໍ່ທັນໄປຕາມທິດສີຂຽວ ແລະ ຍືນຍົງ ເຖິງແມ່ນວ່າເສດຖະກິດມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນຊັບພະຍາກອນທຳມະຊາດຂາຍ ວັດຖຸດິບເປັນຫລັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດ ຖືກທຳລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນ ຍັງມີຫາງສຽງຈົ່ມວ່າຫລາຍ, ເງື່ອນໄຂ ການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກ ຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສຳປະທານຕ່າງໆ ທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫລາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ຫລາຍ, ມີການສົ່ງອອກແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫລຫລາຍ, ມູນຄ່າຄັງສຳຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກໍາໄລ, ການຖອກມອບພັນທະ ເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ຄົບຖ້ວນ.


ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເປັນສິນຄ້າຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການຕົວຈິງ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ; ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງ ເສັ້ນທາງມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານ ຂອງເສັ້ນທາງ, ການບໍາລຸງຮັກສາ ບໍ່ໄປຕາມລະບຽບການ, ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ; ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າມີຄວາມຄືບໜ້າຊ້າ ທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫລ່ງລາຍຮັບໃໝ່ ຍັງບໍ່ທັນມີຄວາມຫລາກຫລາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກໃຫ້ແກ່ປະຊາຊົນ; ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະ ມານໃຫ້ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສຳເລັດ, ການແກ້ໄຂບັນຫາໜີ້ສິນໂຄງການ ລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ.

ສຳລັບການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາເງິນເຟີ້, ເງິນກີບອ່ອນຄ່າທຽບ ໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງ ປະເທດເກີນດູນ ແຕ່ຄັງແຮ່ສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນ ຜູ້ທີ່ມີຄວາມຈຳເປັນ ໃນການທຳການຜະລິດ ໂດຍສະເພາະ ການສະໜອງທຶນໃຫ້ແກ່ ຜູ້ປະກອບການ ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາກິດ  (MSMEs) ເຊິ່ງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ; ການປະຕິບັດຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຍັງບໍ່ທັນໄດ້ຕາມມະຕິສະພາແຫ່ງຊາດ, ເຖິງວ່າການປະຕິບັດຫລາຍຄາດໝາຍ ມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫລາຍດ້ານທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນບັນຫາຂາດແຄນຄູອະນຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫລື ຄູອາສາສະໝັກຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ, ຄຸນນະພາບການບໍລິການປິ່ນປົວ, ລະບົບປະກັນສຸຂະພາບ ຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການ ບໍລິການ ຝາກທ້ອງ ແລະ ການເກີດລຸກທີ່ມີແພດຊ່ວຍ, ການຂາດແຄນແພດ, ການສັກວັກຊີນກັນພະຍາດ ບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດບໍ່ພຽງພໍ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານສັງຄົມ ຍັງມີແຜ່ຫລາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄຣໍລາເຈນທີ່ປະສົມສານ ອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດເອສ໌ໄອວີ-ເອດ, ບັນຫາ ການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ຂັນໄຊ, ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top