ກອງປະຊຸມສະໄໜສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

09/06/2025 09:59
Email Print 210
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,



ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດ ວັນທີ 26 ມິຖຸນາ 2025 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດເປີດກອງປະຊຸມ ຢ່າງເປັນທາງການ ໂດຍມີບາງຕອນວ່າ: ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍເຮັດໃຫ້ການເຄື່ອນ ໄຫວວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2025 ໄດ້ຮັບຜົນສຳເລັດຢ່າງຈົບງາມ ອັນພົ້ນເດັ່ນ ແມ່ນການພິຈາລະນາຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ກົດໝາຍວ່າດ້ວຍປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ທີ່ໄດ້ຖືກຮັບຮອງ ໃນກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ມີການພິຈາລະນາ ຮັບຮອງເອົາການປັບປຸງ ເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍປະກັນສັງຄົມ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເປັນອັນລະອຽດ ໂດຍສອດຄ່ອງກັບເນື້ອໃນ ຂອງລັດຖະທຳມະນູນ ສະບັບປັບປຸງ ປີ 2025.

ເຖິງວ່າໃນໄລຍະ 6 ເດືອນຕົ້ນປີ 2025, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫລັບສັບຊ້ອນ, ຄາດຄະເນໄດ້ຍາກ ທີ່ມີທັງສິ່ງທ້າທາຍ ແລະ ກາລະໂອກາດ ທີ່ສົ່ງຜົນກະທົບຕໍ່ ບັນດາປະເທດໃນໂລກ ລວມທັງປະເທດລາວ, ບວກກັບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມ ພະຍາຍາມ, ເອົາໃຈໃສ່ນຳພາ-ຊີ້ນຳຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂ ບັນຫາທີ່ເຄັ່ງຮ້ອນຕ່າງໆ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄດ້ມີຜົນສຳເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີ ສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດ ຂອງປະເທດເຮົາໄດ້ຮັບ ການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.


ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນຫາ ສໍາຄັນພື້ນຖານຂອງປະເທດຊາດຄື: ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານການທາບທາມຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່; ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ບົດລາຍງານຜົນການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ ກົດໝາຍທົ່ວປະເທດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ບົດລາຍງານການທາບທາມຮ່າງແຜນການສ້າງ ເເລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍພະນັກງານ ໄອຍະການປະຊາຊົນ, ກົດໝາຍວ່າດ້ວຍສາມັນສຶກສາ, ກົດໝາຍວ່າດ້ວຍການປູກ ຝັງ. ກົດໝາຍປັບປຸງ 5 ສະບັບ ຄື: ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສານປະຊາຊົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ການຕົກລົງມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນທີ່ຮັດກຸມ, ຊັດເຈນຈະແຈ້ງ ເພື່ອສະດວກ ໃນການພິຈາລະນາຮັບຮອງ ແລະ ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະ ດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບ ການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນ ການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງ ປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງ ແລະ ມີຂໍ້ສະເໜີຕໍ່ລັດຖະບານ ເພື່ອຊອກວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ເຊິ່ງປະຊາຊົນ ຍັງມີຄວາມເປັນຫ່ວງ ແລະ ຄ່ອງຄອຍການແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນ ທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້, ໃຫ້ມີປະສິດທິພາບ, ປະສິດທິຜົນສາມາດຮັບຮອງອອກເປັນມະຕິ ແລະ ນຳໄປຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຢ່າງແທ້ຈິງ.


ຂ່າວ: ກິດຕາ

ພາບ: ຂັນໄຊ-ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top