ພິທີເທເບຕົງເຊື່ອມຈອດຂົວມິດຕະພາບລາວ-ໄທ ແຫ່ງທີ 5

09/06/2025 15:36
Email Print 105
ຂປລ ສປປ ລາວ ແລະ ໄທ ໄດ້ຈັດພິທີເທເບຕົງ ເຊື່ອມຕໍ່ ຂົວມິດຕະພາບ ແຫ່ງທີ 5 ຂ້າມແມ່ນ້ຳຂອງ ທີ່ເຊື່ອມຕໍ່ ແຂວງບໍລິຄຳໄຊ ພາກກາງຂອງ ສປປ ລາວ ແລະ ແຂວງບຶງການ ຂອງໄທ.

ຂປລ. ເມື່ອບໍ່ດົນມານີ້, ສປປ  ລາວ ແລະ ໄທ ໄດ້ຈັດພິທີເທເບຕົງ ເຊື່ອມຕໍ່ ຂົວມິດຕະພາບ ແຫ່ງທີ 5 ຂ້າມແມ່ນ້ຳຂອງ ທີ່ເຊື່ອມຕໍ່ ແຂວງບໍລິຄຳໄຊ ພາກກາງຂອງ ສປປ ລາວ ແລະ ແຂວງບຶງການ ຂອງໄທ. ສຳລັບ ການກໍ່ສ້າງຂົວແຫ່ງທີ 5 ນີ້ ໄດ້ເລີ່ມຕົ້ນໃນປີ 2020 ດ້ວຍຄວາມຍາວ ຫລາຍກວ່າ 1,3 ກິໂລແມັດ. ຂົວຂ້າມ ແມ່ນໍ້າຂອງ ຝັ່ງ ສປປ ລາວ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຫ່າງຈາກ ດ່ານສາກົນ ເກົ່າແຈວ ແຂວງ ຮ່າຕິ້ງ ປະເທດ ສສ ຫວຽດນາມ ປະມານ 220 ກິໂລແມັດ. ພາຍຫລັງ ເປີດນຳໃຊ້ ໃນທ້າຍປີນີ້, ຈະເປັນເສັ້ນທາງ ສັ້ນທີ່ສຸດຈາກໄທ ມາ ສສ ຫວຽດນາມ, ເປັນການອຳນວຍ ຄວາມສະດວກ ໃຫ້ແກ່ ການສັນຈອນ ໄປມາ ຂອງປະຊາຊົນ, ການຂົນສົ່ງສິນຄ້າ ແລະ ການບໍລິການ, ການຄ້າຂ້າມຊາຍແດນ ລະຫວ່າງ 3 ປະເທດ ໄທ, ສປປ ລາວ ແລະ ສສ ຫວຽດນາມ.ປັດຈຸບັນ ສປປ ລາວ ແລະ ໄທ ມີຂົວມິດຕະພາບ 4 ແຫ່ງ ຂ້າມແມ່ນ້ຳຂອງ, ໃນນັ້ນ ຂົວມິດຕະພາບ ແຫ່ງທຳອິດ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງໜອງຄາຍ ພາກອີ່ສານ ຂອງໄທ ຊຶ່ງໄດ້ຮັບຖືວ່າ ເປັນເສັ້ນທາງ ທີ່ມີຄວາມຟົດຟື້ນທີ່ສຸດ. ສອງປະເທດ ຍັງມີແຜນ ຈະກໍ່ສ້າງຂົວຂ້າມ ແມ່ນ້ຳຂອງອີກແຫ່ງໜຶ່ງ ຢູ່ພາກໃຕ້ຂອງ ສປປ ລາວ, ເຊື່ອມຕໍ່ ແຂວງສາລະວັນ ຂອງ ສປປ ລາວ ກັບ ແຂວງອຸບົນຣາຊະທານີ ຂອງໄທ.ການກໍ່ສ້າງຂົວຂ້າມ ແມ່ນໍ້າຂອງ ບໍ່ພຽງແຕ່ເຊື່ອມຕໍ່ ເສດຖະກິດ ຂອງສອງປະເທດ ລາວ-ໄທ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນການເພີ່ມທະວີ ການເຊື່ອມຕໍ່ ຄົມມະນາຄົມຂົນສົ່ງ ແລະ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ລະຫວ່າງ ບັນດາປະເທດ ສະມາຊິກ ອາຊຽນ ອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top