ຂປລ
ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2025 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການສືບຕໍ່ສຸມໃສ່ ແກ້ໄຂບັນຫາລວມຂອງຊາດ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2025 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການສືບຕໍ່ສຸມໃສ່ ແກ້ໄຂບັນຫາລວມຂອງຊາດ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນການລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ, ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ແລະ ອື່ນໆ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ນີ້ວ່າ: ໄຕມາດ 1 (3 ເດືອນ) ປີ 2025 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 4,5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84.207 ຕື້ກີບ ເທົ່າກັບ 22,4% ຂອງແຜນການ (ມະຕິສະພາ: 375.968 ຕື້ກີບ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3,1% ກວມເອົາ 20,2% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 22,39%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4,7% ກວມເອົາ 30,9% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 30,36%); ຂະແໜງບໍລິການ ຂະຫຍາຍຕົວ 4,7% ກວມເອົາ 37,1% (ມະຕິສະພາ: ຂະຫຍາຍຕົວ 5,5%, ກວມເອົາ 34,29%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,3% ກວມເອົາ 11,7% (ມະຕິສະພາ: ຂະຫຍາຍຕົວ 4,5%, ກວມເອົາ 13,0%).
ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ປະຕິບັດ ນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານລາຄາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ເຊິ່ງໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າ: ອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ເດືອນມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% (ຫລຸດລົງຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ.
ສຳລັບການຄຸ້ມຄອງລາຍຮັບ ເງິນຕາຕ່າງປະເທດ ຈາກການສົ່ງອອກຜ່ານລະບົບ ທະນາຄານລັດຖະບານ ໄດ້ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດຕໍ່ຜູ້ປະກອບການສົ່ງອອກ ເພື່ອໃຫ້ນໍາລາຍຮັບ ເປັນເງິນຕາຕ່າງປະເທດໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ; ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດ ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ເພື່ອຊຳລະສະສາງ ຜ່ານລະບົບທະນາຄານ ເຊິ່ງມາຮອດທ້າຍເດືອນພຶດສະພາ 2025 ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68,74% ຂອງມູນຄ່າ ການສົ່ງອອກທັງໝົດ. ຄາດຄະເນໝົດປີ 2025 ຈະສາມາດບັນລຸຕາມຄາດໝາຍ ທີ່ວາລະແຫ່ງຊາດກຳນົດໄວ້ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫລຸດ 70%).
ໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານ ຈະເພີ່ມຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມ ຄົບຄະນະບໍ ລິຫານງາສູນກາງພັກ ຄັ້ງທີ 9 ສະໄໝທີ XI; ບັນດາມະຕິຂອງສະພາແຫ່ງຊາດ; ບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂ ບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ ໂດຍລັດຖະບານ ຈະສຸມໃສ່ວຽກຈຸດສຸມຕົວຈິງຈໍານວນໜຶ່ງ ໂດຍສະເພາະ ຈະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ ຫລາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນ ຢ່າງລະອຽດ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL